ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ປຽບເໝືອນພາຊະນະນ້ຳຫວານອັນໜ້າດື່ມ ເຖິງພ້ອມດ້ວຍສີ ກິ່ນ ແລະຣົສ ແຕ່ປົນດ້ວຍຢາພິດ ບຸຣຸສທີ່ຮັກຊີວິຕ ບໍ່ຢາກຕາຍ ຮັກສຸຂ ລັງກຽດທຸກຂ໌ ມາເຖິງແລ້ວ ຊົນທັງຫລາຍບອກເຂົາວ່າ ທ່ານຜູ້ຈະເຣີນ ພາຊະນະນ້ຳຫວານອັນໜ້າດື່ມນີ້ ເຖິງພ້ອມດ້ວຍສີ ກິ່ນ ແລະຣົສ ແຕ່ປົນດ້ວຍຢາພິດ ຖ້າທ່ານປາຖນາຈະດື່ມກໍຈົ່ງດື່ມເຖີດ ພາຊະນະນ້ຳຫວານນັ້ນຈັກຊອບໃຈແກ່ທ່ານຜູ້ດື່ມ ທັງສີ ທັງກິ່ນ ທັງຣົສ ຄັນທ່ານດື່ມເຂົ້າແລ້ວ ຈັກເຖິງຄວາມຕາຍ ຫລືຈັກເຖິງຄວາມທຸກຂ໌ປາງຕາຍ. ບຸຣຸສນັ້ນບໍ່ພິຈາຣະນາພາຊະນະນ້ຳຫວານນັ້ນແລ້ວ ດື່ມບໍ່ວາງ ກໍຊອບໃຈທັງສີແດ່ ທັງກິ່ນແດ່ ທັງຣົສແດ່ ຄັນດື່ມແລ້ວ ຍ່ອມເຖິງຄວາມຕາຍ ຫລືເຖິງຄວາມທຸກຂ໌ປາງຕາຍ ສັນໃດ; ພິກຂຸທັງຫລາຍ ເຮົາກ່າວທັມສະມາທານທີ່ມີສຸຂໃນປັຈຈຸບັນ ແຕ່ມີທຸກຂ໌ເປັນວິບາກຕໍ່ໄປວ່າ ມີອຸປະມາ ສັນນັ້ນ.
ພິກຂຸທັງຫລາຍ! ປຽບເໝືອນມູຕເນົ່າປົນດ້ວຍຢາຕ່າງໆ ບຸຣຸສທີ່ເປັນໂຣຄຜອມເຫລືອງມາເຖິງແລ້ວ ຊົນທັງຫລາຍບອກເຂົາວ່າ ທ່ານຜູ້ຈະເຣີນ ມູຕເນົ່າປົນດ້ວຍຢາຕ່າງໆ ຖ້າທ່ານປາຖນາຈະດື່ມກໍຈົ່ງດື່ມເຖີດ ມູຕເນົ່ານັ້ນຈັກບໍ່ຊອບໃຈແກ່ທ່ານຜູ້ດື່ມ ທັງສີ ທັງກິ່ນ ທັງຣົສ ແຕ່ເມື່ອທ່ານດື່ມເຂົ້າແລ້ວ ຈັກມີຄວາມສຸຂ. ບຸຣຸສນັ້ນພິຈາຣະນາແລ້ວ ດື່ມບໍ່ວາງ ກໍບໍ່ຊອບໃຈ ທັງສີ ທັງກິ່ນ ທັງຣົສ ຄັນດື່ມແລ້ວ ກໍມີຄວາມສຸຂ ສັນໃດ; ພິກຂຸທັງຫລາຍ ເຮົາກ່າວທັມສະມາທານທີ່ມີທຸກຂ໌ໃນປັຈຈຸບັນ ແຕ່ມີສຸຂເປັນວິບາກຕໍ່ໄປວ່າ ມີອຸປະມາ ສັນນັ້ນ.
ພິກຂຸທັງຫລາຍ! ປຽບເໝືອນນົມສົ້ມ ນ້ຳເຜິ້ງ ເນີຍໃສ ແລະນ້ຳອ້ອຍ ເຂົາປົນເຂົ້າດ້ວຍກັນ ບຸຣຸສທີ່ເປັນໂຣຄລົງໂລຫິຕມາເຖິງແລ້ວ ຊົນທັງຫລາຍບອກເຂົາວ່າ ທ່ານຜູ້ຈະເຣີນ ນົມສົ້ມ ນ້ຳເຜິ້ງ ເນີຍໃສ ແລະນ້ຳອ້ອຍນີ້ ເຂົາປົນເຂົ້າດ້ວຍກັນ ຖ້າທ່ານປາຖນາຈະດື່ມກໍຈົ່ງດື່ມເຖີດ ຢານັ້ນຈັກຊອບໃຈແກ່ທ່ານຜູ້ດື່ມ ທັງສີ ທັງກິ່ນ ທັງຣົສ ເມື່ອທ່ານດື່ມເຂົ້າແລ້ວ ຈັກມີຄວາມສຸຂ. ບຸຣຸສນັ້ນພິຈາຣະນາແລ້ວ ດື່ມບໍ່ວາງ ກໍຊອບໃຈ ທັງສີ ທັງກິ່ນ ທັງຣົສ ຄັນດື່ມແລ້ວ ກໍມີຄວາມສຸຂ ສັນໃດ; ພິກຂຸທັງຫລາຍ ເຮົາກ່າວທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປວ່າ ມີອຸປະມາ ສັນນັ້ນ.
ພິກຂຸທັງຫລາຍ! ໃນສາຣະທະສມັຍເດືອນທ້າຍແຫ່ງລະດູຝົນ ໃນອາກາສອັນປອດໂປ່ງ ປາສະຈາກເມກ ດວງອາທິຕລອຍຢູ່ທ້ອງຟ້າ ຍ່ອມກຳຈັດຄວາມມືດອັນມີໃນອາກາສທັງສິ້ນ ຍ່ອມສ່ອງແສງ ແຜດແສງ ຮຸ່ງສະວ່າງ ສັນໃດ; ພິກຂຸທັງຫລາຍ ທັມສະມາທານທີ່ມີສຸຂໃນປັຈຈຸບັນ ແລະມີສຸຂເປັນວິບາກຕໍ່ໄປ ກຳຈັດແລ້ວເຊິ່ງວາທະຂອງສະມະນະແລະພຣາມທັງຫລາຍເຫລົ່າອື່ນ ຍ່ອມສະວ່າງ ຮຸ່ງເຮືອງ ໄພໂຣຈນ໌ ສັນນັ້ນເໝືອນກັນ.
ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນມີໃຈຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.
ມັຊຊິມະນິກາຍ ມູລະປັນນາສກ໌ ໑໒/໓໙໙/໕໒໐
ວິບາກກັມ
ຂອງບຸຄຄົລຜູ້ກະທຳອະກຸສົລ
ພິກຂຸທັງຫລາຍ! ປານາຕິບາຕທີ່ບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດດິຣັຈສານ ເປັນໄປເພື່ອເປຕວິສັຍ.
ວິບາກແຫ່ງປານາຕິບາຕຢ່າງເບົາທີ່ສຸດ ຍ່ອມເປັນໄປເພື່ອອາຍຸສັ້ນແກ່ຜູ້ມາເກີດເປັນມະນຸສ.
ພິກຂຸທັງຫລາຍ! ອະທິນນາທານທີ່ບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດດິຣັຈສານ ເປັນໄປເພື່ອເປຕວິສັຍ.
ວິບາກແຫ່ງອະທິນນາທານຢ່າງເບົາທີ່ສຸດ ຍ່ອມເປັນໄປເພື່ອຄວາມພິນາສແຫ່ງໂພຄະຊັພຍ໌ແກ່ຜູ້ມາເກີດເປັນມະນຸສ.
ພິກຂຸທັງຫລາຍ! ກາເມສຸມິຈສາຈາຣທີ່ບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດດິຣັຈສານ ເປັນໄປເພື່ອເປຕວິສັຍ.
ວິບາກແຫ່ງກາເມສຸມິຈສາຈາຣຢ່າງເບົາທີ່ສຸດ ຍ່ອມຍັງສັດຕູແລະເວຣໃຫ້ເປັນໄປແກ່ຜູ້ມາເກີດເປັນມະນຸສ.
ພິກຂຸທັງຫລາຍ! ມຸສາວາທທີ່ບຸຄຄົລເສພແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອນະຣົກ ເປັນໄປເພື່ອກຳເນີດດິຣັຈສານ ເປັນໄປເພື່ອເປຕວິສັຍ.








