ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ມີຄວາມເຫັນຊອບ ແລະຊັກຊວນຜູ້ອື່ນໃນຄວາມເຫັນຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມດຳຣິຊອບ ແລະຊັກຊວນຜູ້ອື່ນໃນຄວາມດຳຣິຊອບອີກດ້ວຍ, ຕົນເອງເປັນຜູ້ມີວາຈາຊອບ ແລະຊັກຊວນຜູ້ອື່ນໃນວາຈາຊອບອີກດ້ວຍ, ຕົນເອງເປັນຜູ້ມີກາຣກະທຳຊອບ ແລະຊັກຊວນຜູ້ອື່ນໃນກາຣກະທຳຊອບອີກດ້ວຍ, ຕົນເອງເປັນຜູ້ມີອາຊີພຊອບ ແລະຊັກຊວນຜູ້ອື່ນໃນອາຊີພຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມພຽນຊອບ ແລະຊັກຊວນຜູ້ອື່ນໃນຄວາມພຽນຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມຣະນຶກຊອບ ແລະຊັກຊວນຜູ້ອື່ນໃນຄວາມຣະນຶກຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມຕັ້ງໃຈໝັ້ນຊອບ ແລະຊັກຊວນຜູ້ອື່ນໃນຄວາມຕັ້ງໃຈໝັ້ນຊອບອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສຍິ່ງກວ່າສັປບຸຣຸສ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໐໙/໒໐໕

ອະສັປບຸຣຸສ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ

ສັປບຸຣຸສ ສັປບຸຣຸສຍິ່ງກວ່າສັປບຸຣຸສ (6)

ພິກຂຸທັງຫລາຍ! ເຮົາຈັກສະແດງອະສັປບຸຣຸສ (ຄົນຊົ່ວ),

ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ (ຄົນຊົ່ວຍິ່ງກວ່າຄົນຊົ່ວ),

ສັປບຸຣຸສ (ຄົນດີ),

ແລະສັປບຸຣຸສຍິ່ງກວ່າສັປບຸຣຸສ (ຄົນດີຍິ່ງກວ່າຄົນດີ),

ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈັກກ່າວ.

ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄ ພຣະຜູ້ມີພຣະພາຄຕຣັສຢ່າງນີ້ວ່າ:

ພິກຂຸທັງຫລາຍ! ກໍອະສັປບຸຣຸສເປັນຢ່າງໃດ?

ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຜິດ ມີຄວາມດຳຣິຜິດ ມີວາຈາຜິດ ມີກາຣກະທຳຜິດ ມີອາຊີພຜິດ ມີຄວາມພຽນຜິດ ມີຄວາມຣະນຶກຜິດ ມີຄວາມຕັ້ງໃຈໝັ້ນຜິດ ມີຄວາມຮູ້ຜິດ ມີຄວາມຫລຸດພົ້ນຜິດ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສ.

ພິກຂຸທັງຫລາຍ! ກໍອະສັປບຸຣຸສຍິ່ງກວ່າອະສັປບຸຣຸສເປັນຢ່າງໃດ?

ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ມີຄວາມເຫັນຜິດ ແລະຊັກຊວນຜູ້ອື່ນໃນຄວາມເຫັນຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມດຳຣິຜິດ ແລະຊັກຊວນຜູ້ອື່ນໃນຄວາມດຳຣິຜິດອີກດ້ວຍ, ຕົນເອງເປັນຜູ້ມີວາຈາຜິດ ແລະຊັກຊວນຜູ້ອື່ນໃນວາຈາຜິດອີກດ້ວຍ, ຕົນເອງເປັນຜູ້ມີກາຣກະທຳຜິດ ແລະຊັກຊວນຜູ້ອື່ນໃນກາຣກະທຳຜິດອີກດ້ວຍ, ຕົນເອງເປັນຜູ້ມີອາຊີພຜິດ ແລະຊັກຊວນຜູ້ອື່ນໃນອາຊີພຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມພຽນຜິດ ແລະຊັກຊວນຜູ້ອື່ນໃນຄວາມພຽນຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມຣະນຶກຜິດ ແລະຊັກຊວນຜູ້ອື່ນໃນຄວາມຣະນຶກຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມຕັ້ງໃຈໝັ້ນຜິດ ແລະຊັກຊວນຜູ້ອື່ນໃນຄວາມຕັ້ງໃຈໝັ້ນຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມຮູ້ຜິດ ແລະຊັກຊວນຜູ້ອື່ນໃນຄວາມຮູ້ຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມຫລຸດພົ້ນຜິດ ແລະຊັກຊວນຜູ້ອື່ນໃນຄວາມຫລຸດພົ້ນຜິດອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ.

ພິກຂຸທັງຫລາຍ! ກໍສັປບຸຣຸສເປັນຢ່າງໃດ?

ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຊອບ ມີຄວາມດຳຣິຊອບ ມີວາຈາຊອບ ມີກາຣກະທຳຊອບ ມີອາຊີພຊອບ ມີຄວາມພຽນຊອບ ມີຄວາມຣະນຶກຊອບ ມີຄວາມຕັ້ງໃຈໝັ້ນຊອບ ມີຄວາມຮູ້ຊອບ ມີຄວາມຫລຸດພົ້ນຊອບ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສ.

ພິກຂຸທັງຫລາຍ! ກໍສັປບຸຣຸສຍິ່ງກວ່າສັປບຸຣຸສເປັນຢ່າງໃດ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ