ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ມີຄວາມເຫັນຊອບ ແລະຊັກຊວນຜູ້ອື່ນໃນຄວາມເຫັນຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມດຳຣິຊອບ ແລະຊັກຊວນຜູ້ອື່ນໃນຄວາມດຳຣິຊອບອີກດ້ວຍ, ຕົນເອງເປັນຜູ້ມີວາຈາຊອບ ແລະຊັກຊວນຜູ້ອື່ນໃນວາຈາຊອບອີກດ້ວຍ, ຕົນເອງເປັນຜູ້ມີກາຣກະທຳຊອບ ແລະຊັກຊວນຜູ້ອື່ນໃນກາຣກະທຳຊອບອີກດ້ວຍ, ຕົນເອງເປັນຜູ້ມີອາຊີພຊອບ ແລະຊັກຊວນຜູ້ອື່ນໃນອາຊີພຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມພຽນຊອບ ແລະຊັກຊວນຜູ້ອື່ນໃນຄວາມພຽນຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມຣະນຶກຊອບ ແລະຊັກຊວນຜູ້ອື່ນໃນຄວາມຣະນຶກຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມຕັ້ງໃຈໝັ້ນຊອບ ແລະຊັກຊວນຜູ້ອື່ນໃນຄວາມຕັ້ງໃຈໝັ້ນຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມຮູ້ຊອບ ແລະຊັກຊວນຜູ້ອື່ນໃນຄວາມຮູ້ຊອບອີກດ້ວຍ, ຕົນເອງເປັນຜູ້ມີຄວາມຫລຸດພົ້ນຊອບ ແລະຊັກຊວນຜູ້ອື່ນໃນຄວາມຫລຸດພົ້ນຊອບອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສຍິ່ງກວ່າສັປບຸຣຸສ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໑໐/໒໐໖

ຄວາມປະພຶຕທີ່ບໍ່ຊອບທັມ

ທຳລາຍໂລກແລະສັງຄົມມະນຸສ

ຄັ້ງນັ້ນແລ ພຣາມມະຫາສາລຄົນໜຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ທູລຖາມວ່າ:

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ຂ້ານ້ອຍໄດ້ສະດັບມາຕໍ່ບຸພພະພຣາມຜູ້ເຖົ້າຜູ້ແກ່ຜູ້ເປັນອາຈາຣຍ໌ແລະປາຈາຣຍ໌(ອາຈະຣິຍະປາຈະຣິຍານັງ) ກ່າວໄວ້ວ່າ ແຕ່ກ່ອນໂລກນີ້ຍ່ອມໜາແໜ້ນໄປດ້ວຍໝູ່ມະນຸສເໝືອນອະເວຈີມະຫານະຣົກ ບ້ານ ນິຄົມ ຊົນບົທ ແລະຣາຊະທານີ ມີທຸກໄລຍະໄກ່ບິນຕົກ ດັ່ງນີ້.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ! ອັນໃດໜໍເປັນເຫຕ ເປັນປັຈຈັຍທີ່ກະທຳໃຫ້ມະນຸສທຸກວັນນີ້ໝົດໄປ ປາກົຕວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອຣກໍບໍ່ເປັນນະຄອຣ ຊົນບົທກໍບໍ່ເປັນຊົນບົທ?

ພຣາມ! ທຸກວັນນີ້ມະນຸສກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລພຢ່າງແຮງກ້າຄອບງຳ ປະກອບດ້ວຍມິຈສາທັມ ມະນຸສເຫລົ່ານັ້ນກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລພຢ່າງແຮງກ້າຄອບງຳ ປະກອບດ້ວຍມິຈສາທັມ ຕ່າງກໍຈັບສວຍເອົາສັສຕຣາອັນຄົມເຂັນຂ້າກັນແລະກັນ ເພາະເຫຕນັ້ນ ມະນຸສຈຶ່ງລົ້ມຕາຍເປັນຈຳນວນຫລາຍ.

ພຣາມ! ນີ້ແລ ເປັນເຫຕເປັນປັຈຈັຍທີ່ກະທຳໃຫ້ມະນຸສທຸກວັນນີ້ໝົດໄປ ປາກົຕວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອຣກໍບໍ່ເປັນນະຄອຣ ຊົນບົທກໍບໍ່ເປັນຊົນບົທ.

ພຣາມ! ອີກປະກາຣໜຶ່ງ ທຸກວັນນີ້ມະນຸສກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລພຢ່າງແຮງກ້າຄອບງຳ ປະກອບດ້ວຍມິຈສາທັມ ມະນຸສເຫລົ່ານັ້ນກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລພຢ່າງແຮງກ້າຄອບງຳ ປະກອບດ້ວຍມິຈສາທັມ ຝົນບໍ່ຕົກຕ້ອງຕາມລະດູກາລ ສະນັ້ນຈຶ່ງເກີດທຸພພິກຂະພັຍ ເຂົ້າກ້າເສຍຫາຍ ເປັນເພ້ຍ ບໍ່ໃຫ້ຜົລ ເພາະເຫຕນັ້ນ ມະນຸສຈຶ່ງລົ້ມຕາຍເປັນຈຳນວນຫລາຍ.

ພຣາມ! ນີ້ແລ ເປັນເຫຕເປັນປັຈຈັຍທີ່ກະທຳໃຫ້ມະນຸສທຸກວັນນີ້ໝົດໄປ ປາກົຕວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອຣກໍບໍ່ເປັນນະຄອຣ ຊົນບົທກໍບໍ່ເປັນຊົນບົທ.

ພຣາມ! ອີກປະກາຣໜຶ່ງ ທຸກວັນນີ້ມະນຸສກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລພຢ່າງແຮງກ້າຄອບງຳ ປະກອບດ້ວຍມິຈສາທັມ ມະນຸສເຫລົ່ານັ້ນກຳນັດແລ້ວດ້ວຍຄວາມກຳນັດທີ່ບໍ່ຊອບທັມ ຖືກຄວາມໂລພຢ່າງແຮງກ້າຄອບງຳ ປະກອບດ້ວຍມິຈສາທັມ ພວກຍັກປ່ອຍອະມະນຸສທີ່ຮ້າຍກາດລົງໄວ້ ເພາະເຫຕນັ້ນ ມະນຸສຈຶ່ງລົ້ມຕາຍເປັນຈຳນວນຫລາຍ.

ພຣາມ! ນີ້ແລ ເປັນເຫຕເປັນປັຈຈັຍທີ່ກະທຳໃຫ້ມະນຸສທຸກວັນນີ້ໝົດໄປ ປາກົຕວ່າມີໜ້ອຍ ບ້ານກໍບໍ່ເປັນບ້ານ ນິຄົມກໍບໍ່ເປັນນິຄົມ ນະຄອຣກໍບໍ່ເປັນນະຄອຣ ຊົນບົທກໍບໍ່ເປັນຊົນບົທ.

ພຣາມມະຫາສາລນັ້ນກຣາບທູລວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ