ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ງົດເວັ້ນຈາກກາຣຂ້າສັຕ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣຂ້າສັຕອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣລັກຊັພຍ໌ອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຕົວະອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າສຽດສີ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າສຽດສີອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າຄຳຫຍາບ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຄຳຫຍາບອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະອີກດ້ວຍ, ຕົນເອງເປັນຜູ້ບໍ່ມັກໂລພ ແລະຊັກຊວນຜູ້ອື່ນໃນຄວາມບໍ່ມັກໂລພອີກດ້ວຍ, ຕົນເອງເປັນຜູ້ບໍ່ມີຈິຕພະຍາບາທ ແລະຊັກຊວນຜູ້ອື່ນໃນຄວາມບໍ່ມີຈິຕພະຍາບາທອີກດ້ວຍ, ຕົນເອງເປັນຜູ້ມີຄວາມເຫັນຊອບ ແລະຊັກຊວນຜູ້ອື່ນໃນຄວາມເຫັນຊອບອີກດ້ວຍ.
ພິກຂຸທັງຫລາຍ! ນີ້ຮຽກວ່າ ສັປບຸຣຸສຍິ່ງກວ່າສັປບຸຣຸສ.
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໐໗/໒໐໓
ອະສັປບຸຣຸສ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ
ສັປບຸຣຸສ ສັປບຸຣຸສຍິ່ງກວ່າສັປບຸຣຸສ (5)
ພິກຂຸທັງຫລາຍ! ເຮົາຈັກສະແດງອະສັປບຸຣຸສ (ຄົນຊົ່ວ),
ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ (ຄົນຊົ່ວຍິ່ງກວ່າຄົນຊົ່ວ),
ສັປບຸຣຸສ (ຄົນດີ),
ແລະສັປບຸຣຸສຍິ່ງກວ່າສັປບຸຣຸສ (ຄົນດີຍິ່ງກວ່າຄົນດີ),
ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈັກກ່າວ.
ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄ ພຣະຜູ້ມີພຣະພາຄຕຣັສຢ່າງນີ້ວ່າ:
ພິກຂຸທັງຫລາຍ! ກໍອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຜິດ ມີຄວາມດຳຣິຜິດ ມີວາຈາຜິດ ມີກາຣກະທຳຜິດ ມີອາຊີພຜິດ ມີຄວາມພຽນຜິດ ມີຄວາມຣະນຶກຜິດ ມີຄວາມຕັ້ງໃຈໝັ້ນຜິດ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍອະສັປບຸຣຸສຍິ່ງກວ່າອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ມີຄວາມເຫັນຜິດ ແລະຊັກຊວນຜູ້ອື່ນໃນຄວາມເຫັນຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມດຳຣິຜິດ ແລະຊັກຊວນຜູ້ອື່ນໃນຄວາມດຳຣິຜິດອີກດ້ວຍ, ຕົນເອງເປັນຜູ້ມີວາຈາຜິດ ແລະຊັກຊວນຜູ້ອື່ນໃນວາຈາຜິດອີກດ້ວຍ, ຕົນເອງເປັນຜູ້ມີກາຣກະທຳຜິດ ແລະຊັກຊວນຜູ້ອື່ນໃນກາຣກະທຳຜິດອີກດ້ວຍ, ຕົນເອງເປັນຜູ້ມີອາຊີພຜິດ ແລະຊັກຊວນຜູ້ອື່ນໃນອາຊີພຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມພຽນຜິດ ແລະຊັກຊວນຜູ້ອື່ນໃນຄວາມພຽນຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມຣະນຶກຜິດ ແລະຊັກຊວນຜູ້ອື່ນໃນຄວາມຣະນຶກຜິດອີກດ້ວຍ, ຕົນເອງເປັນຜູ້ມີຄວາມຕັ້ງໃຈໝັ້ນຜິດ ແລະຊັກຊວນຜູ້ອື່ນໃນຄວາມຕັ້ງໃຈໝັ້ນຜິດອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຊອບ ມີຄວາມດຳຣິຊອບ ມີວາຈາຊອບ ມີກາຣກະທຳຊອບ ມີອາຊີພຊອບ ມີຄວາມພຽນຊອບ ມີຄວາມຣະນຶກຊອບ ມີຄວາມຕັ້ງໃຈໝັ້ນຊອບ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສຍິ່ງກວ່າສັປບຸຣຸສເປັນຢ່າງໃດ?








