ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ງົດເວັ້ນຈາກກາຣຂ້າສັຕ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣຂ້າສັຕອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣລັກຊັພຍ໌ອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຕົວະອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າສຽດສີ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າສຽດສີອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າຄຳຫຍາບ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຄຳຫຍາບອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະອີກດ້ວຍ.
ພິກຂຸທັງຫລາຍ! ນີ້ຮຽກວ່າ ສັປບຸຣຸສຍິ່ງກວ່າສັປບຸຣຸສ.
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໐໗/໒໐໓
ອະສັປບຸຣຸສ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ
ສັປບຸຣຸສ ສັປບຸຣຸສຍິ່ງກວ່າສັປບຸຣຸສ (4)
ພິກຂຸທັງຫລາຍ! ເຮົາຈັກສະແດງອະສັປບຸຣຸສ (ຄົນຊົ່ວ),
ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ (ຄົນຊົ່ວຍິ່ງກວ່າຄົນຊົ່ວ),
ສັປບຸຣຸສ (ຄົນດີ),
ແລະສັປບຸຣຸສຍິ່ງກວ່າສັປບຸຣຸສ (ຄົນດີຍິ່ງກວ່າຄົນດີ),
ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈັກກ່າວ.
ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄ ພຣະຜູ້ມີພຣະພາຄຕຣັສຢ່າງນີ້ວ່າ:
ພິກຂຸທັງຫລາຍ! ກໍອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ເປັນຜູ້ລັກຊັພຍ໌ ເປັນຜູ້ປະພຶຕຜິດໃນກາມທັງຫລາຍ ເປັນຜູ້ເວົ້າຕົວະ ເປັນຜູ້ເວົ້າສຽດສີ ເປັນຜູ້ເວົ້າຄຳຫຍາບ ເປັນຜູ້ເວົ້າຄຳສັມຜັປປະລາປະ ເປັນຄົນມັກໂລພ, ເປັນຜູ້ມີຈິຕພະຍາບາທ, ເປັນຜູ້ມີຄວາມເຫັນຜິດ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍອະສັປບຸຣຸສຍິ່ງກວ່າອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ຂ້າສັຕ ແລະຊັກຊວນຜູ້ອື່ນໃນກາຣຂ້າສັຕອີກດ້ວຍ, ຕົນເອງເປັນຜູ້ລັກຊັພຍ໌ ແລະຊັກຊວນຜູ້ອື່ນໃນກາຣລັກຊັພຍ໌ອີກດ້ວຍ, ຕົນເອງເປັນຜູ້ປະພຶຕຜິດໃນກາມທັງຫລາຍ ແລະຊັກຊວນຜູ້ອື່ນໃນກາຣປະພຶຕຜິດໃນກາມທັງຫລາຍອີກດ້ວຍ, ຕົນເອງເປັນຜູ້ເວົ້າຕົວະ ແລະຊັກຊວນຜູ້ອື່ນໃນກາຣເວົ້າຕົວະອີກດ້ວຍ, ຕົນເອງເປັນຜູ້ເວົ້າສຽດສີ ແລະຊັກຊວນຜູ້ອື່ນໃນກາຣເວົ້າສຽດສີອີກດ້ວຍ, ຕົນເອງເປັນຜູ້ເວົ້າຄຳຫຍາບ ແລະຊັກຊວນຜູ້ອື່ນໃນກາຣເວົ້າຄຳຫຍາບອີກດ້ວຍ, ຕົນເອງເປັນຜູ້ເວົ້າຄຳສັມຜັປປະລາປະ ແລະຊັກຊວນຜູ້ອື່ນໃນກາຣເວົ້າຄຳສັມຜັປປະລາປະອີກດ້ວຍ, ຕົນເອງເປັນຄົນມັກໂລພ ແລະຊັກຊວນຜູ້ອື່ນໃນຄວາມມັກໂລພອີກດ້ວຍ, ຕົນເອງເປັນຜູ້ມີຈິຕພະຍາບາທ ແລະຊັກຊວນຜູ້ອື່ນໃນຄວາມມີຈິຕພະຍາບາທອີກດ້ວຍ, ຕົນເອງເປັນຜູ້ມີຄວາມເຫັນຜິດ ແລະຊັກຊວນຜູ້ອື່ນໃນຄວາມເຫັນຜິດອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌, ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ, ເປັນຜູ້ງົດເວັ້ນຈາກກາຣເວົ້າສຽດສີ, ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳຫຍາບ, ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະ, ເປັນຜູ້ບໍ່ມັກໂລພ, ບໍ່ມີຈິຕພະຍາບາທ, ມີຄວາມເຫັນຊອບ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສຍິ່ງກວ່າສັປບຸຣຸສເປັນຢ່າງໃດ?








