ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ກໍສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີສັທທາ ມີຫິຣິ ມີໂອຕຕັປປະ ມີສຸຕະຫລາຍ ປຣາຣົພຄວາມພຽນ ມີສະຕິ ມີປັນຍາ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສຍິ່ງກວ່າສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ເຖິງພ້ອມສັທທາ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ເຖິງພ້ອມສັທທາອີກດ້ວຍ, ຕົນເອງເປັນຜູ້ມີຫິຣິ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ມີຫິຣິອີກດ້ວຍ, ຕົນເອງເປັນຜູ້ມີໂອຕຕັປປະ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ມີໂອຕຕັປປະອີກດ້ວຍ, ຕົນເອງເປັນຜູ້ມີສຸຕະຫລາຍ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ມີສຸຕະຫລາຍອີກດ້ວຍ, ຕົນເອງເປັນຜູ້ປຣາຣົພຄວາມພຽນ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ປຣາຣົພຄວາມພຽນອີກດ້ວຍ, ຕົນເອງເປັນຜູ້ມີສະຕິຕັ້ງໝັ້ນ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ມີສະຕິຕັ້ງໝັ້ນອີກດ້ວຍ, ຕົນເອງເປັນຜູ້ເຖິງພ້ອມດ້ວຍປັນຍາ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ເຖິງພ້ອມດ້ວຍປັນຍາອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສຍິ່ງກວ່າສັປບຸຣຸສ.
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໐໗/໒໐໒
ອະສັປບຸຣຸສ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ
ສັປບຸຣຸສ ສັປບຸຣຸສຍິ່ງກວ່າສັປບຸຣຸສ (3)
ພິກຂຸທັງຫລາຍ! ເຮົາຈັກສະແດງອະສັປບຸຣຸສ (ຄົນຊົ່ວ),
ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ (ຄົນຊົ່ວຍິ່ງກວ່າຄົນຊົ່ວ),
ສັປບຸຣຸສ (ຄົນດີ),
ແລະສັປບຸຣຸສຍິ່ງກວ່າສັປບຸຣຸສ (ຄົນດີຍິ່ງກວ່າຄົນດີ),
ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈັກກ່າວ.
ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄ ພຣະຜູ້ມີພຣະພາຄຕຣັສຢ່າງນີ້ວ່າ:
ພິກຂຸທັງຫລາຍ! ກໍອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ ເປັນຜູ້ລັກຊັພຍ໌ ເປັນຜູ້ປະພຶຕຜິດໃນກາມທັງຫລາຍ ເປັນຜູ້ເວົ້າຕົວະ ເປັນຜູ້ເວົ້າສຽດສີ ເປັນຜູ້ເວົ້າຄຳຫຍາບ ເປັນຜູ້ເວົ້າຄຳສັມຜັປປະລາປະ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍອະສັປບຸຣຸສຍິ່ງກວ່າອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ຂ້າສັຕ ແລະຊັກຊວນຜູ້ອື່ນໃນກາຣຂ້າສັຕອີກດ້ວຍ, ຕົນເອງເປັນຜູ້ລັກຊັພຍ໌ ແລະຊັກຊວນຜູ້ອື່ນໃນກາຣລັກຊັພຍ໌ອີກດ້ວຍ, ຕົນເອງເປັນຜູ້ປະພຶຕຜິດໃນກາມທັງຫລາຍ ແລະຊັກຊວນຜູ້ອື່ນໃນກາຣປະພຶຕຜິດໃນກາມທັງຫລາຍອີກດ້ວຍ, ຕົນເອງເປັນຜູ້ເວົ້າຕົວະ ແລະຊັກຊວນຜູ້ອື່ນໃນກາຣເວົ້າຕົວະອີກດ້ວຍ, ຕົນເອງເປັນຜູ້ເວົ້າສຽດສີ ແລະຊັກຊວນຜູ້ອື່ນໃນກາຣເວົ້າສຽດສີອີກດ້ວຍ, ຕົນເອງເປັນຜູ້ເວົ້າຄຳຫຍາບ ແລະຊັກຊວນຜູ້ອື່ນໃນກາຣເວົ້າຄຳຫຍາບອີກດ້ວຍ, ຕົນເອງເປັນຜູ້ເວົ້າຄຳສັມຜັປປະລາປະ ແລະຊັກຊວນຜູ້ອື່ນໃນກາຣເວົ້າຄຳສັມຜັປປະລາປະອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌, ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ, ເປັນຜູ້ງົດເວັ້ນຈາກກາຣເວົ້າສຽດສີ ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳຫຍາບ ເປັນຜູ້ງົດເວັ້ນຈາກກາຣເວົ້າຄຳສັມຜັປປະລາປະ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສຍິ່ງກວ່າສັປບຸຣຸສເປັນຢ່າງໃດ?








