ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ, ລັກຊັພຍ໌, ປະພຶຕຜິດໃນກາມທັງຫລາຍ, ເວົ້າຕົວະ, ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍອະສັປບຸຣຸສຍິ່ງກວ່າອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ຂ້າສັຕ ແລະຊັກຊວນຜູ້ອື່ນໃນກາຣຂ້າສັຕອີກດ້ວຍ, ຕົນເອງເປັນຜູ້ລັກຊັພຍ໌ ແລະຊັກຊວນຜູ້ອື່ນໃນກາຣລັກຊັພຍ໌ອີກດ້ວຍ, ຕົນເອງເປັນຜູ້ປະພຶຕຜິດໃນກາມທັງຫລາຍ ແລະຊັກຊວນຜູ້ອື່ນໃນກາຣປະພຶຕຜິດໃນກາມທັງຫລາຍອີກດ້ວຍ, ຕົນເອງເປັນຜູ້ເວົ້າຕົວະ ແລະຊັກຊວນຜູ້ອື່ນໃນກາຣເວົ້າຕົວະອີກດ້ວຍ, ຕົນເອງເປັນຜູ້ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ແລະຊັກຊວນຜູ້ອື່ນໃນກາຣເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ງົດເວັ້ນຈາກກາຣລັກຊັພຍ໌, ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ງົດເວັ້ນຈາກກາຣເວົ້າຕົວະ, ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສ.
ພິກຂຸທັງຫລາຍ! ກໍສັປບຸຣຸສຍິ່ງກວ່າສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ງົດເວັ້ນຈາກກາຣຂ້າສັຕ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣຂ້າສັຕອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣລັກຊັພຍ໌ອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກກາຣເວົ້າຕົວະອີກດ້ວຍ, ຕົນເອງເປັນຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ແລະຊັກຊວນຜູ້ອື່ນໃນກາຣງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັປບຸຣຸສຍິ່ງກວ່າສັປບຸຣຸສ.
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໐໖/໒໐໑
ອະສັປບຸຣຸສ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ
ສັປບຸຣຸສ ສັປບຸຣຸສຍິ່ງກວ່າສັປບຸຣຸສ (2)
ພິກຂຸທັງຫລາຍ! ເຮົາຈັກສະແດງອະສັປບຸຣຸສ (ຄົນຊົ່ວ),
ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ (ຄົນຊົ່ວຍິ່ງກວ່າຄົນຊົ່ວ),
ສັປບຸຣຸສ (ຄົນດີ),
ແລະສັປບຸຣຸສຍິ່ງກວ່າສັປບຸຣຸສ (ຄົນດີຍິ່ງກວ່າຄົນດີ),
ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈັກກ່າວ.
ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄ ພຣະຜູ້ມີພຣະພາຄຕຣັສຢ່າງນີ້ວ່າ:
ພິກຂຸທັງຫລາຍ! ກໍອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ບໍ່ມີສັທທາ ບໍ່ມີຫິຣິ ບໍ່ມີໂອຕຕັປປະ ມີສຸຕະໜ້ອຍ ເປັນຄົນກຽດຄ້ານ ມີສະຕິຫລົງລືມ ມີປັນຍາຊາມ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສ.
ພິກຂຸທັງຫລາຍ! ກໍອະສັປບຸຣຸສຍິ່ງກວ່າອະສັປບຸຣຸສເປັນຢ່າງໃດ?
ພິກຂຸທັງຫລາຍ! ບຸຄຄົລບາງຄົນໃນໂລກນີ້ ຕົນເອງເປັນຜູ້ບໍ່ມີສັທທາ ແລະຊັກຊວນຜູ້ອື່ນໃນຄວາມບໍ່ມີສັທທາອີກດ້ວຍ, ຕົນເອງເປັນຜູ້ບໍ່ມີຫິຣິ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ບໍ່ມີຫິຣິອີກດ້ວຍ, ຕົນເອງເປັນຜູ້ບໍ່ມີໂອຕຕັປປະ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ບໍ່ມີໂອຕຕັປປະອີກດ້ວຍ, ຕົນເອງເປັນຜູ້ມີສຸຕະໜ້ອຍ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ມີສຸຕະໜ້ອຍອີກດ້ວຍ, ຕົນເອງເປັນຜູ້ກຽດຄ້ານ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ກຽດຄ້ານອີກດ້ວຍ, ຕົນເອງເປັນຜູ້ມີສະຕິຫລົງລືມ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ມີສະຕິຫລົງລືມອີກດ້ວຍ, ຕົນເອງເປັນຜູ້ມີປັນຍາຊາມ ແລະຊັກຊວນຜູ້ອື່ນໃນຄວາມເປັນຜູ້ມີປັນຍາຊາມອີກດ້ວຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ.








