ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ແຜ່ນຫີນຍ່ອມໆ ຂະໜາດເທົ່າຝາມືທີ່ເຮົາຖືນີ້ກັບພູເຂົາຫລວງຫິມະພານ ອັນໃດຈະໃຫຍ່ກວ່າກັນ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ແຜ່ນຫີນຍ່ອມໆ ຂະໜາດເທົ່າຝາພຣະຫັຕຖ໌ທີ່ພຣະອົງຄ໌ຊົງຖືນັ້ນມີປະມານນ້ອຍຫລາຍ ປຽບທຽບກັບພູເຂົາຫລວງຫິມະພານແລ້ວ ຍ່ອມບໍ່ເຖິງເຊິ່ງກາຣນັບ ຍ່ອມບໍ່ເຖິງພຽງສ່ວນແຫ່ງສ້ຽວ ຍ່ອມບໍ່ເຖິງເຊິ່ງກາຣປຽບທຽບໄດ້.

ພິກຂຸທັງຫລາຍ! ສັນນັ້ນເໝືອນກັນ ພຣະເຈົ້າຈັກກະພັຕນັ້ນຊົງປະກອບດ້ວຍແກ້ວ ໗ ປະກາຣ ແລະຄວາມສຳເຣັຈຜົລ ໔ ຢ່າງ ຍ່ອມໄດ້ສເວີຍສຸຂໂສມະນັສອັນມີສິ່ງປະກອບນັ້ນເປັນເຫຕ, ສຸຂໂສມະນັສນັ້ນເມື່ອປຽບທຽບກັບສຸຂອັນເປັນທິພແລ້ວ ຍ່ອມບໍ່ເຖິງເຊິ່ງກາຣນັບ ຍ່ອມບໍ່ເຖິງພຽງສ່ວນແຫ່ງສ້ຽວ ຍ່ອມບໍ່ເຖິງເຊິ່ງກາຣປຽບທຽບໄດ້.

ພິກຂຸທັງຫລາຍ! ບັນດິຕນັ້ນແລ ຖ້າມາສູ່ຄວາມເປັນມະນຸສໃນບາງຄັ້ງບາງຄາວ ບໍ່ວ່າກາລໃດໆ ໂດຍລ່ວງໄລຍະກາລນານ ຍ່ອມເກີດໃນສະກຸລສູງຄື ສະກຸລກະສັຕມະຫາສາລ ຫລືສະກຸລພຣາມມະຫາສາລ ຫລືສະກຸລຄະຫະບໍດີມະຫາສາລ ເຫັນປານນັ້ນ ອັນເປັນສະກຸລຮັ່ງມີ ມີຊັພຍ໌ຫລາຍ ມີໂພຄະຫລາຍ ມີຄຳແລະເງິນ ອຸປະກອນເຄື່ອງປຶ້ມໃຈ ແລະຊັພຍ໌ທັນຍາຫາຣຢ່າງພຽງພໍ ແລະເຂົາຈະເປັນຜູ້ມີຣູປງາມ ໜ້າເບິ່ງ ໜ້າເຫລື້ອມໃສ ປະກອບດ້ວຍຄວາມງາມແຫ່ງຜິວພັນຢ່າງຍິ່ງ ມີປົກກະຕິໄດ້ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟ ເຂົາຈະປະພຶຕກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.

ພິກຂຸທັງຫລາຍ! ເໝືອນນັກເລງກາຣພະນັນ ເພາະສວຍເອົາໄຊຊະນະໄດ້ຄັ້ງທຳອິດເທົ່ານັ້ນ ຈຶ່ງບັນລຸໂພຄະສົມບັຕມາກມາຍ ກາຣສວຍເອົາໄຊຊະນະຂອງນັກເລງກາຣພະນັນທີ່ບັນລຸໂພຄະສົມບັຕມາກມາຍໄດ້ນັ້ນແລ ເປັນພຽງເລັກນ້ອຍ ທີ່ແທ້ກາຣສວຍເອົາໄຊຊະນະອັນໃຫຍ່ຫລວງກວ່ານັ້ນຄື ກາຣສວຍເອົາໄຊຊະນະທີ່ບັນດິຕນັ້ນປະພຶຕກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນນັ້ນເອງ.

ພິກຂຸທັງຫລາຍ! ນີ້ຄືພູມຂອງບັນດິຕຄົບຖ້ວນບໍຣິບູນ.

ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນຕ່າງຊື່ນຊົມຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.

ມັຊຊິມະນິກາຍ ອຸປະຣິປັນນາສກ໌ ໑໔/໒໔໐-໒໕໔/໔໖໗-໕໐໓

ທັມທີ່ເປັນໄປເພື່ອບຽດບຽນຕົນ

ເປັນໄປເພື່ອບຽດບຽນຜູ້ອື່ນ,

ທັງເປັນໄປເພື່ອບຽດບຽນຕົນແລະຄົນອື່ນ

ທັງສອງຝ່າຍ

ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ ເປັນໄປເພື່ອບຽດບຽນຕົນ ເປັນໄປເພື່ອບຽດບຽນຜູ້ອື່ນ, ທັງເປັນໄປເພື່ອບຽດບຽນຕົນແລະຄົນອື່ນທັງສອງຝ່າຍ; ທັມ ໓ ປະກາຣເປັນຢ່າງໃດ? ຄື:

ກາຍທຸຈະຣິຕ,

ວະຈີທຸຈະຣິຕ,

ມະໂນທຸຈະຣິຕ,

ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ແລ ເປັນໄປເພື່ອບຽດບຽນຕົນ ເປັນໄປເພື່ອບຽດບຽນຜູ້ອື່ນ, ທັງເປັນໄປເພື່ອບຽດບຽນຕົນແລະຄົນອື່ນທັງສອງຝ່າຍ.

ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ ບໍ່ເປັນໄປເພື່ອບຽດບຽນຕົນ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນ, ທັງບໍ່ເປັນໄປເພື່ອບຽດບຽນຕົນແລະຄົນອື່ນທັງສອງຝ່າຍ; ທັມ ໓ ປະກາຣເປັນຢ່າງໃດ? ຄື: ກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ.

ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ແລ ບໍ່ເປັນໄປເພື່ອບຽດບຽນຕົນ ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນ, ທັງບໍ່ເປັນໄປເພື່ອບຽດບຽນຕົນແລະຄົນອື່ນທັງສອງຝ່າຍ.

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໐໙/໔໕໖

ອະສັປບຸຣຸສ ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ

ສັປບຸຣຸສ ສັປບຸຣຸສຍິ່ງກວ່າສັປບຸຣຸສ

ພິກຂຸທັງຫລາຍ! ເຮົາຈັກສະແດງອະສັປບຸຣຸສ (ຄົນຊົ່ວ),

ອະສັປບຸຣຸສຍິ່ງກວ່າອະສັປບຸຣຸສ (ຄົນຊົ່ວຍິ່ງກວ່າຄົນຊົ່ວ),

ສັປບຸຣຸສ (ຄົນດີ),

ແລະສັປບຸຣຸສຍິ່ງກວ່າສັປບຸຣຸສ (ຄົນດີຍິ່ງກວ່າຄົນດີ),

ແກ່ພວກເຈົ້າທັງຫລາຍ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈັກກ່າວ.

ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄ ພຣະຜູ້ມີພຣະພາຄຕຣັສຢ່າງນີ້ວ່າ:

ພິກຂຸທັງຫລາຍ! ກໍອະສັປບຸຣຸສເປັນຢ່າງໃດ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ