ອະບາຍມຸຂ
ໜ້າ/ 66
ລົງໂທສດ້ວຍວິທີ ນຸ່ງເປືອກໄມ້ແດ່,
ລົງໂທສດ້ວຍວິທີ ຢືນກວາງແດ່,
ລົງໂທສດ້ວຍວິທີ ກ່ຽວເຫຍື່ອເບັດແດ່,
ລົງໂທສດ້ວຍວິທີ ຫລຽນກະຫາປະນະແດ່,
ລົງໂທສດ້ວຍວິທີ ແປງແສບແດ່,
ລົງໂທສດ້ວຍວິທີ ກາງວຽນແດ່,
ລົງໂທສດ້ວຍວິທີ ຕັ່ງຟາງແດ່,
ລາດດ້ວຍນ້ຳມັນຮ້ອນໆແດ່,
ໃຫ້ໝາກັດ-ຊິດແດ່,
ໃຫ້ນອນຫງາຍເທິງຫລາວທັງເປັນໆແດ່,
ຕັດຫົວດ້ວຍດາບແດ່,
ໃນຂະນະທີ່ເຫັນນັ້ນ ບັນດິຕຈະມີຄວາມຮູ້ສຶກຢ່າງນີ້ວ່າ ເພາະເຫຕແຫ່ງກັມຊົ່ວປານໃດແລ ຣາຊາທັງຫລາຍຈຶ່ງຈັບໂຈຣຜູ້ປະພຶຕຜິດມາແລ້ວ ສັ່ງລົງໂທສຕ່າງຊະນິດຄື:
ຕີດ້ວຍແສ້ແດ່,
ຕີດ້ວຍຫວາຍແດ່,
ຕີດ້ວຍກະບອງສັ້ນແດ່,
ມັດມືແດ່,
ມັດຕີນແດ່,
ມັດທັງມືທັງຕີນແດ່,
ຕັດຫູແດ່,
ຕັດດັງແດ່,
ຕັດທັງຫູທັງດັງແດ່,
ລົງໂທສດ້ວຍວິທີ ໝໍ້ຄ້ຽວນ້ຳມັນແດ່,
ລົງໂທສດ້ວຍວິທີ ຂອດສັງຂ໌ແດ່,
ລົງໂທສດ້ວຍວິທີ ປາກຣາຫູແດ່,
ລົງໂທສດ້ວຍວິທີ ມາລັຍໄຟແດ່,
ລົງໂທສດ້ວຍວິທີ ຄົບມືແດ່,
ລົງໂທສດ້ວຍວິທີ ລິ້ວສ່າຍແດ່,
ລົງໂທສດ້ວຍວິທີ ນຸ່ງເປືອກໄມ້ແດ່,
ລົງໂທສດ້ວຍວິທີ ຢືນກວາງແດ່,
ລົງໂທສດ້ວຍວິທີ ກ່ຽວເຫຍື່ອເບັດແດ່,
ລົງໂທສດ້ວຍວິທີ ຫລຽນກະຫາປະນະແດ່,
ລົງໂທສດ້ວຍວິທີ ແປງແສບແດ່,
ລົງໂທສດ້ວຍວິທີ ກາງວຽນແດ່,
ລົງໂທສດ້ວຍວິທີ ຕັ່ງຟາງແດ່,
ລາດດ້ວຍນ້ຳມັນຮ້ອນໆແດ່,
ໃຫ້ໝາກັດ-ຊິດແດ່,
ໃຫ້ນອນຫງາຍເທິງຫລາວທັງເປັນໆແດ່,
ຕັດຫົວດ້ວຍດາບແດ່.
ສິ່ງເຫລົ່ານັ້ນບໍ່ມີຢູ່ໃນເຮົາ ແລະເຮົາກໍບໍ່ປາກົຕຢູ່ໃນສິ່ງເຫລົ່ານັ້ນດ້ວຍ.
ພິກຂຸທັງຫລາຍ! ບັນດິຕຍ່ອມສເວີຍສຸຂໂສມະນັສຂໍ້ທີ ໒ ດັ່ງນີ້ໃນປັຈຈຸບັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ກັມດີທີ່ບັນດິຕກະທຳໄວ້ໃນກາລກ່ອນຄື ກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ຍ່ອມປົກຄຸມ ຄອບຄອງບັນດິຕຜູ້ຢູ່ເທິງຕັ່ງ ຫລືເທິງຕຽງ ຫລືນອນເທິງພື້ນດິນໃນສມັຍນັ້ນ ປຽບເໝືອນເງົາຍອດພູເຂົາໃຫຍ່ ຍ່ອມປົກຄຸມ ຄອບງຳແຜ່ນດິນໃນຕອນແລງ ສັນໃດ, ພິກຂຸທັງຫລາຍ ສັນນັ້ນເໝືອນກັນແລ ກັມດີທີ່ບັນດິຕກະທຳໄວ້ໃນກາລກ່ອນຄື ກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ຍ່ອມປົກຄຸມ ຄອບຄອງບັນດິຕຜູ້ຢູ່ເທິງຕັ່ງ ຫລືເທິງຕຽງ ຫລືນອນເທິງພື້ນດິນໃນສມັຍນັ້ນ. ພິກຂຸທັງຫລາຍ ສມັຍນັ້ນ ບັນດິຕຈະມີຄວາມຮູ້ສຶກຢ່າງນີ້ວ່າ:
ເຮົາບໍ່ໄດ້ກະທຳຄວາມຊົ່ວ ບໍ່ໄດ້ກະທຳອະກຸສົລ ກະທຳແຕ່ຄວາມດີ ກະທຳແຕ່ກຸສົລ ໄດ້ກະທຳເຄື່ອງປ້ອງກັນຄວາມກົວໄວ້ ລະໂລກນີ້ໄປແລ້ວ ຈະໄປສູ່ຄະຕິຂອງຄົນທີ່ບໍ່ໄດ້ກະທຳຄວາມຊົ່ວ ບໍ່ໄດ້ກະທຳອະກຸສົລ ກະທຳແຕ່ຄວາມດີ ກະທຳແຕ່ກຸສົລ ໄດ້ກະທຳເຄື່ອງປ້ອງກັນຄວາມກົວໄວ້ ບັນດິຕນັ້ນຍ່ອມບໍ່ເສົ້າໂສກ ບໍ່ລຳບາກໃຈ ບໍ່ຮ້ອງໄຫ້ ບໍ່ທຸບເອິກຄ່ຳຄວນ ບໍ່ເຖິງຄວາມຫລົງໄຫລ. ພິກຂຸທັງຫລາຍ ບັນດິຕຍ່ອມສເວີຍສຸຂໂສມະນັສຂໍ້ທີ ໓ ດັ່ງນີ້ ໃນປັຈຈຸບັນ.
ພິກຂຸທັງຫລາຍ! ບັນດິຕນັ້ນແລ ປະພຶຕກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.
ພິກຂຸທັງຫລາຍ! ບຸຄຄົລເມື່ອຈະກ່າວໂດຍຊອບ ຄວນກ່າວເຖິງສວັນນັ້ນແຫລະວ່າ ເປັນສະຖານທີ່ທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈໂດຍສ່ວນດຽວ ພິກຂຸທັງຫລາຍ ສຸຂນີ້ກັບສຸຂໃນສວັນປຽບທຽບກັນບໍ່ໄດ້.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ພິກຂຸອົງຄ໌ໜຶ່ງໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະອົງຄ໌ຊົງສາມາດປຽບອຸປະມາໄດ້ຫລືໜໍ?
ພຣະຜູ້ມີພຣະພາຄຕຣັສວ່າ:
ສາມາດອຸປະມາໄດ້ ພິກຂຸ!
ແລ້ວຊົງຕຣັສຕໍ່ໄປວ່າ:
ພິກຂຸທັງຫລາຍ! ປຽບເໝືອນພຣະເຈົ້າຈັກກະພັຕຊົງປະກອບດ້ວຍແກ້ວ ໗ ປະກາຣ ແລະຄວາມສຳເຣັຈຜົລ ໔ ຢ່າງ ຈຶ່ງໄດ້ສເວີຍສຸຂໂສມະນັສອັນມີສິ່ງປະກອບນັ້ນເປັນເຫຕ. ພຣະເຈົ້າຈັກກະພັຕຊົງປະກອບດ້ວຍແກ້ວ ໗ ປະກາຣເປັນຢ່າງໃດ?








