ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ພຣະຣາຊາມະຫາກະສັຕໃນໂລກນີ້ ຜູ້ຊົງໄດ້ມູຣະທາພິເສກແລ້ວ ຊົງສົງສະໜານພຣະສຽນ ຊົງຮັກສາອຸໂປສົຖໃນດິຖີທີ ໑໕ ເຊິ່ງວັນນັ້ນເປັນວັນອຸໂປສົຖ ເມື່ອປະທັບຢູ່ໃນມະຫາປາສາທຊັ້ນເທິງ ຍ່ອມປາກົຕຈັກແກ້ວທິພມີກຳພັນໜຶ່ງ ພ້ອມດ້ວຍກົງແລະດຸມ ບໍຣິບູນດ້ວຍອາກາຣທຸກຢ່າງ ຄັນທອດພຣະເນຕແລ້ວໄດ້ມີພຣະຣາຊະດຳຣິວ່າ ກໍເຮົາໄດ້ສະດັບມາດັ່ງນີ້ວ່າ ພຣະຣາຊາພຣະອົງຄ໌ໃດ ຜູ້ຊົງໄດ້ມູຣະທາພິເສກແລ້ວ ຊົງສົງສະໜານພຣະສຽນ ຊົງຮັກສາອຸໂປສົຖໃນດິຖີທີ ໑໕ ເຊິ່ງວັນນັ້ນເປັນວັນອຸໂປສົຖ ເມື່ອປະທັບຢູ່ໃນມະຫາປາສາທຊັ້ນເທິງ ຍ່ອມປາກົຕຈັກແກ້ວທິພມີກຳພັນໜຶ່ງ ພ້ອມດ້ວຍກົງແລະດຸມ ບໍຣິບູນດ້ວຍອາກາຣທຸກຢ່າງ ພຣະຣາຊາພຣະອົງຄ໌ນັ້ນຍ່ອມເປັນພຣະເຈົ້າຈັກກະພັຕ ເຮົາເປັນພຣະເຈົ້າຈັກກະພັຕຫລືໜໍ?
ພິກຂຸທັງຫລາຍ! ຈາກນັ້ນ ພຣະອົງຄ໌ສະເດັຈລຸກຈາກຣາຊະອາສນະຊົງຈັບພຣະເຕົ້ານ້ຳດ້ວຍພຣະຫັຕຖ໌ຊ້າຍ ຊົງຫລັ່ງຣົດຈັກແກ້ວດ້ວຍພຣະຫັຕຖ໌ຂວາ ຕຣັສສັ່ງວ່າ ຈົ່ງພັດຜັນໄປເຖີດຈັກແກ້ວຜູ້ຈະເຣີນ ຈັກແກ້ວຜູ້ຈະເຣີນຈົ່ງພິຊິຕໃຫ້ຍິ່ງເຖີດ. ລຳດັບນັ້ນ ຈັກແກ້ວນັ້ນກໍພັດຜັນໄປທາງທິສຕາເວັນອອກ ພຣະເຈົ້າຈັກກະພັຕພ້ອມດ້ວຍຈະຕຸຣົງຄິນີເສນາກໍສະເດັຈຕາມໄປ ຈັກແກ້ວປະດິສຖານຢູ່ໃນປະເທສໃດ ພຣະເຈົ້າຈັກກະພັຕກໍສະເດັຈເຂົ້າປະທັບຢູ່ໃນປະເທສນັ້ນ ພ້ອມດ້ວຍຈະຕຸຣົງຄິນີເສນາ ບັນດາພຣະຣາຊາທີ່ເປັນປະຕິປັກໃນທິສຕາເວັນອອກ ເຂົ້າມາເຝົ້າພຣະເຈົ້າຈັກກະພັຕແລ້ວທູລຢ່າງນີ້ວ່າ ເຊີນສະເດັຈເຖີດ ມະຫາຣາຊ ພຣະອົງຄ໌ສະເດັຈມາດີແລ້ວ ມະຫາຣາຊ ຂ້າແຕ່ມະຫາຣາຊ ແຜ່ນດິນນີ້ເປັນຂອງພຣະອົງຄ໌ ຂໍພຣະອົງຄ໌ຈົ່ງສັ່ງກາຣເຖີດ. ພຣະເຈົ້າຈັກກະພັຕຕຣັສສັ່ງຢ່າງນີ້ວ່າ:
ພວກທ່ານບໍ່ຄວນຂ້າສັຕ,
ບໍ່ຄວນຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້,
ບໍ່ຄວນປະພຶຕຜິດໃນກາມທັງຫລາຍ,
ບໍ່ຄວນເວົ້າຕົວະ,
ບໍ່ຄວນດື່ມນ້ຳເມົາ
ແລະທ່ານທັງຫລາຍຈົ່ງປົກຄອງບ້ານເມືອງຕາມສະພາບທີ່ເປັນຈິງເຖີດ.
ບັນດາພຣະຣາຊາທີ່ເປັນປະຕິປັກໃນທິສຕາເວັນອອກເຫລົ່ານັ້ນແລ ໄດ້ກາຍເປັນຜູ້ສະໜັບສະໜຸນພຣະເຈົ້າຈັກກະພັຕ.
ຈາກນັ້ນ ຈັກແກ້ວນັ້ນໄດ້ພັດຜັນໄປຮອດສະມຸທດ້ານທິສຕາເວັນອອກ ແລ້ວກັບຂຶ້ນພັດຜັນໄປທາງທິສໃຕ້ ໆລໆ ພັດຜັນໄປຮອດສະມຸທດ້ານທິສໃຕ້ ແລ້ວກັບຂຶ້ນພັດຜັນໄປທາງທິສຕາເວັນຕົກ ໆລໆ ພັດຜັນໄປຮອດສະມຸທດ້ານທິສຕາເວັນຕົກ ແລ້ວກັບຂຶ້ນພັດຜັນໄປທາງທິສເໜືອ ພຣະເຈົ້າຈັກກະພັຕພ້ອມດ້ວຍຈະຕຸຣົງຄິນີເສນາກໍສະເດັຈຕາມໄປ ຈັກແກ້ວປະດິສຖານຢູ່ໃນປະເທສໃດ ພຣະເຈົ້າຈັກກະພັຕກໍສະເດັຈເຂົ້າປະທັບຢູ່ໃນປະເທສນັ້ນ ພ້ອມດ້ວຍຈະຕຸຣົງຄິນີເສນາ ບັນດາພຣະຣາຊາທີ່ເປັນປະຕິປັກໃນທິສເໜືອ ເຂົ້າມາເຝົ້າພຣະເຈົ້າຈັກກະພັຕແລ້ວທູລຢ່າງນີ້ວ່າ ເຊີນສະເດັຈເຖີດ ມະຫາຣາຊ ພຣະອົງຄ໌ສະເດັຈມາດີແລ້ວ ມະຫາຣາຊ ຂ້າແຕ່ມະຫາຣາຊ ແຜ່ນດິນນີ້ເປັນຂອງພຣະອົງຄ໌ ຂໍພຣະອົງຄ໌ຈົ່ງສັ່ງກາຣເຖີດ. ພຣະເຈົ້າຈັກກະພັຕຕຣັສສັ່ງຢ່າງນີ້ວ່າ:
ພວກທ່ານບໍ່ຄວນຂ້າສັຕ,
ບໍ່ຄວນຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້,
ບໍ່ຄວນປະພຶຕຜິດໃນກາມທັງຫລາຍ,
ບໍ່ຄວນເວົ້າຕົວະ,
ບໍ່ຄວນດື່ມນ້ຳເມົາ
ແລະທ່ານທັງຫລາຍຈົ່ງປົກຄອງບ້ານເມືອງຕາມສະພາບທີ່ເປັນຈິງເຖີດ. ບັນດາພຣະຣາຊາທີ່ເປັນປະຕິປັກໃນທິສເໜືອເຫລົ່ານັ້ນແລ ໄດ້ກາຍເປັນຜູ້ສະໜັບສະໜຸນພຣະເຈົ້າຈັກກະພັຕ.
ພິກຂຸທັງຫລາຍ! ຄັ້ງນັ້ນແລ ຈັກແກ້ວນັ້ນພິຊິຕຍິ່ງຕລອດແຜ່ນດິນມີສະມຸທເປັນຂອບເຂຕ ແລ້ວກັບມາສູ່ຣາຊະທານີເດີມ ປະດິສຖານຢູ່ເປັນເໝືອນລິ່ມສລັກພຣະທະວາຣພາຍໃນພຣະຣາຊະວັງຂອງພຣະເຈົ້າຈັກກະພັຕ ກະທຳໃຫ້ງົດງາມຢ່າງໝັ້ນຄົງຢູ່. ພິກຂຸທັງຫລາຍ ຈັກແກ້ວຍ່ອມປາກົຕເຫັນປານນີ້ແກ່ພຣະເຈົ້າຈັກກະພັຕ.








