ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຖ້າຈະເປັນໄປໄດ້ໃນບາງຄັ້ງບາງຄາວ ກໍໂດຍລ່ວງກາລເວລາອັນຍາວນານ.

ພິກຂຸທັງຫລາຍ! ເຕົ່າຕາບອດນັ້ນຈະສອດຄໍເຂົ້າໄປໃນແອກທີ່ມີຮູເຈາະພຽງຮູດຽວໄດ້ນັ້ນ ຍັງໄວກວ່າ ເຮົາກ່າວຄວາມເປັນມະນຸສທີ່ຄົນພາລຜູ້ໄປສູ່ວິນິບາຕຄາວໜຶ່ງແລ້ວຈະໄດ້ອີກ ຍາກກວ່ານັ້ນ ຂໍ້ນັ້ນເພາະເຫຕໃດ?

ພິກຂຸທັງຫລາຍ! ເພາະຄົນພາລນັ້ນບໍ່ມີກາຣປະພຶຕທັມ ບໍ່ມີກາຣປະພຶຕຊອບ ບໍ່ມີກາຣກະທຳກຸສົລ ບໍ່ມີກາຣກະທຳບຸນຍ໌ ມີແຕ່ກາຣກິນກັນເອງ ກາຣບຽດບຽນຄົນອ່ອນແອ.

ພິກຂຸທັງຫລາຍ! ຄົນພາລນັ້ນແລ ຖ້າຈະມາສູ່ຄວາມເປັນມະນຸສໃນບາງຄັ້ງບາງຄາວ ບໍ່ວ່າກາລໃດໆ ໂດຍລ່ວງໄລຍະເວລາອັນຍາວນານ ກໍຍ່ອມເກີດໃນສະກຸລຕ່ຳຄື ສະກຸລຄົນຈັນທາລ ຫລືສະກຸລຄົນຈັກສານ ຫລືສະກຸລຊ່າງຣົຖ ຫລືສະກຸລຄົນຖິ້ມຂີ້ເຫຍື່ອເຫັນປານນັ້ນ ເຊິ່ງເປັນສະກຸລຍາກຈົນ ມີເຂົ້ານ້ຳແລະໂພຊະນາຫາຣໜ້ອຍ ມີຊີວິຕເປັນໄປຍາກລຳບາກ ເຊິ່ງເປັນສະກຸລທີ່ຈະໄດ້ຂອງກິນແລະເຄື່ອງນຸ່ງຫົ່ມໂດຍຝືດເຄືອງ ແລະເຂົາຈະມີຜິວພັນຊາມ ບໍ່ໜ້າເບິ່ງ ຕ່ຳເຕ້ຍ ມີໂຣຄຫລາຍ ເປັນຄົນຕາບອດແດ່ ເປັນຄົນງ້ອຍແດ່ ເປັນຄົນກະຈອກແດ່ ເປັນຄົນເປ້ຍແດ່ ບໍ່ໄດ້ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາສັຍ ແລະປະທີບໂຄມໄຟ ເຂົາຈະປະພຶຕກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.

ພິກຂຸທັງຫລາຍ! ເໝືອນນັກເລງກາຣພະນັນ ເພາະເຄາະຮ້າຍຄັ້ງທຳອິດເທົ່ານັ້ນ ຈຶ່ງຕ້ອງເສຍລູກແດ່ ເສຍເມຍແດ່ ເສຍສົມບັຕທຸກຢ່າງແດ່ ຍິ່ງຂຶ້ນໄປອີກ ຕ້ອງຖືກຈອງຈຳ ເຄາະຮ້າຍຂອງນັກເລງກາຣພະນັນທີ່ຕ້ອງເສຍໄປນັ້ນ ເປັນພຽງເລັກນ້ອຍ ຄວາມເຄາະຮ້າຍອັນໃຫຍ່ຫລວງກວ່ານັ້ນ ຄືຄົນພາລນັ້ນປະພຶຕກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກນັ້ນເອງ.

ພິກຂຸທັງຫລາຍ! ນີ້ເປັນພູມຂອງຄົນພາລຄົບຖ້ວນບໍຣິບູນ (ອະຍັງ ພິກຂະເວ ເກວະລາ ປະຣິປູຣາ ພາລະພູມີຕິ).

ພິກຂຸທັງຫລາຍ! ລັກສະນະເຄື່ອງໝາຍ ເຄື່ອງອ້າງວ່າ ເປັນບັນດິຕຂອງບັນດິຕນີ້ມີ ໓ ຢ່າງ; ໓ ຢ່າງເປັນຢ່າງໃດ?

ພິກຂຸທັງຫລາຍ! ບັນດິຕໃນໂລກນີ້ ມັກຄິດຄວາມຄິດທີ່ດີ ມັກເວົ້າຄຳເວົ້າທີ່ດີ ມັກກະທຳກາຣກະທຳທີ່ດີ ຖ້າບັນດິຕບໍ່ເປັນຜູ້ມັກຄິດຄວາມຄິດທີ່ດີ ມັກເວົ້າຄຳເວົ້າທີ່ດີ ມັກກະທຳກາຣກະທຳທີ່ດີ ບັນດິຕພວກໃດຈະຮູ້ຈັກເຂົາໄດ້ວ່າ ຜູ້ນີ້ເປັນບັນດິຕ ເປັນສັປບຸຣຸສ ແຕ່ເພາະບັນດິຕມັກຄິດຄວາມຄິດທີ່ດີ ມັກເວົ້າຄຳເວົ້າທີ່ດີ ມັກກະທຳກາຣກະທຳທີ່ດີ ສະນັ້ນ ບັນດິຕທັງຫລາຍຈຶ່ງຮູ້ໄດ້ວ່າ ຜູ້ນີ້ເປັນບັນດິຕ ເປັນສັປບຸຣຸສ.

ພິກຂຸທັງຫລາຍ! ບັນດິຕນັ້ນແລ ຍ່ອມສເວີຍສຸຂໂສມະນັສ ໓ ຢ່າງໃນປັຈຈຸບັນ.

ພິກຂຸທັງຫລາຍ! ຖ້າບັນດິຕນັ່ງໃນສະພາກໍດີ ແຄມທາງຣົຖກໍດີ ແຄມທາງສາມແຍກກໍດີ ຊົນໃນທີ່ນັ້ນໆຈະເວົ້າຖ້ອຍຄຳທີ່ພໍ ເໝາະພໍສົມແກ່ເຂົາ, ຖ້າບັນດິຕເປັນຜູ້ເວັ້ນຂາດຈາກກາຣຂ້າສັຕ ເວັ້ນຂາດຈາກກາຣຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ ເວັ້ນຂາດຈາກກາຣເວົ້າຕົວະ ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ໃນເຣື່ອງທີ່ຊົນເວົ້າຖ້ອຍຄຳທີ່ພໍ ເໝາະພໍສົມແກ່ເຂົານັ້ນແລ ບັນດິຕຈະມີຄວາມຮູ້ສຶກຢ່າງນີ້ວ່າ ສິ່ງເຫລົ່ານັ້ນມີຢູ່ໃນເຮົາ ແລະເຮົາກໍປາກົຕຢູ່ໃນສິ່ງເຫລົ່ານັ້ນດ້ວຍ (ເປັນຢ່າງທີ່ເຂົາກ່າວ) ພິກຂຸທັງຫລາຍ ບັນດິຕຍ່ອມສເວີຍສຸຂໂສມະນັສຂໍ້ທີ ໑ ດັ່ງນີ້ ໃນປັຈຈຸບັນ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ບັນດິຕເຫັນຣາຊາທັງຫລາຍຈັບໂຈຣຜູ້ປະພຶຕຜິດມາແລ້ວ ສັ່ງລົງໂທສຕ່າງຊະນິດຄື:

ຕີດ້ວຍແສ້ແດ່,

ຕີດ້ວຍຫວາຍແດ່,

ຕີດ້ວຍກະບອງສັ້ນແດ່,

ມັດມືແດ່,

ມັດຕີນແດ່,

ມັດທັງມືທັງຕີນແດ່,

ຕັດຫູແດ່,

ຕັດດັງແດ່,

ຕັດທັງຫູທັງດັງແດ່,

ລົງໂທສດ້ວຍວິທີ ໝໍ້ຄ້ຽວນ້ຳມັນແດ່,

ລົງໂທສດ້ວຍວິທີ ຂອດສັງຂ໌ແດ່,

ລົງໂທສດ້ວຍວິທີ ປາກຣາຫູແດ່,

ລົງໂທສດ້ວຍວິທີ ມາລັຍໄຟແດ່,

ລົງໂທສດ້ວຍວິທີ ຄົບມືແດ່,

ລົງໂທສດ້ວຍວິທີ ລິ້ວສ່າຍແດ່,

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ