ອະບາຍມຸຂ
ໜ້າ/ 66
ບໍ່ເຫັນໂທສໂດຍຄວາມເປັນໂທສ,
ເຫັນໂທສໂດຍຄວາມເປັນໂທສແລ້ວ ແຕ່ບໍ່ກະທຳຄືນຕາມທັມ,
ເມື່ອຜູ້ອື່ນຊີ້ໂທສຢູ່ ກໍບໍ່ຮັບຮູ້ຕາມທັມ,
ພິກຂຸທັງຫລາຍ! ບຸຄຄົລປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນຄົນພາລ.
ພິກຂຸທັງຫລາຍ! ບຸຄຄົລປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນບັນດິຕ; ທັມ ໓ ປະກາຣເປັນຢ່າງໃດ? ຄື:
ເຫັນໂທສໂດຍຄວາມເປັນໂທສ,
ເຫັນໂທສໂດຍຄວາມເປັນໂທສແລ້ວ ຍ່ອມກະທຳຄືນຕາມທັມ,
ເມື່ອຜູ້ອື່ນຊີ້ໂທສຢູ່ ຍ່ອມຮັບຮູ້ຕາມທັມ,
ພິກຂຸທັງຫລາຍ! ບຸຄຄົລປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນບັນດິຕ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໙໗/໔໔໓
ຄົນພາລຕັ້ງບັນຫາໂດຍບໍ່ແຍບຄາຍ
ບັນດິຕຕັ້ງບັນຫາໂດຍແຍບຄາຍ
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນຄົນພາລ, ທັມ ໓ ປະກາຣເປັນຢ່າງໃດ? ຄື:
ຕັ້ງບັນຫາໂດຍບໍ່ແຍບຄາຍ,
ສະເຫລີຍບັນຫາໂດຍບໍ່ແຍບຄາຍ,
ບໍ່ອະນຸໂມທະນາບັນຫາທີ່ຜູ້ອື່ນສະເຫລີຍໂດຍແຍບຄາຍດ້ວຍບົທພະຍັນຊະນະທີ່ເໝາະສົມ ງົດງາມ ເຂົ້າຮູບ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນຄົນພາລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນບັນດິຕ, ທັມ ໓ ປະກາຣເປັນຢ່າງໃດ? ຄື:
ຕັ້ງບັນຫາໂດຍແຍບຄາຍ,
ສະເຫລີຍບັນຫາໂດຍແຍບຄາຍ,
ອະນຸໂມທະນາບັນຫາທີ່ຜູ້ອື່ນສະເຫລີຍໂດຍແຍບຄາຍດ້ວຍບົທພະຍັນຊະນະທີ່ເໝາະສົມ ງົດງາມ ເຂົ້າຮູບ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນບັນດິຕ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໙໗/໔໔໔
ຄວາມປະພຶຕຂອງຄົນພາລແລະບັນດິຕ
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນຄົນພາລ, ທັມ ໓ ປະກາຣເປັນຢ່າງໃດ? ຄື:
ກາຍກັມທີ່ເປັນອະກຸສົລ,
ວະຈີກັມທີ່ເປັນອະກຸສົລ,
ມະໂນກັມທີ່ເປັນອະກຸສົລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນຄົນພາລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນບັນດິຕ, ທັມ ໓ ປະກາຣເປັນຢ່າງໃດ? ຄື:
ກາຍກັມທີ່ເປັນກຸສົລ,
ວະຈີກັມທີ່ເປັນກຸສົລ,
ມະໂນກັມທີ່ເປັນກຸສົລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນບັນດິຕ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໙໘/໔໔໕
ຄວາມປະພຶຕຂອງຄົນພາລແລະບັນດິຕ (2)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນຄົນພາລ, ທັມ ໓ ປະກາຣເປັນຢ່າງໃດ? ຄື:
ກາຍກັມທີ່ມີໂທສ,
ວະຈີກັມທີ່ມີໂທສ,
ມະໂນກັມທີ່ມີໂທສ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນຄົນພາລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນບັນດິຕ, ທັມ ໓ ປະກາຣເປັນຢ່າງໃດ? ຄື:
ກາຍກັມທີ່ບໍ່ມີໂທສ,
ວະຈີກັມທີ່ບໍ່ມີໂທສ,
ມະໂນກັມທີ່ບໍ່ມີໂທສ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນບັນດິຕ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໙໘/໔໔໖
ຄວາມປະພຶຕຂອງຄົນພາລແລະບັນດິຕ (3)
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນຄົນພາລ, ທັມ ໓ ປະກາຣເປັນຢ່າງໃດ? ຄື:
ກາຍກັມທີ່ເປັນໄປເພື່ອກາຣບຽດບຽນ,
ວະຈີກັມທີ່ເປັນໄປເພື່ອກາຣບຽດບຽນ,
ມະໂນກັມທີ່ເປັນໄປເພື່ອກາຣບຽດບຽນ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນຄົນພາລ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣ ຈົ່ງຊາບວ່າ ເປັນບັນດິຕ, ທັມ ໓ ປະກາຣເປັນຢ່າງໃດ? ຄື:
ກາຍກັມທີ່ບໍ່ເປັນໄປເພື່ອກາຣບຽດບຽນ,
ວະຈີກັມທີ່ບໍ່ເປັນໄປເພື່ອກາຣບຽດບຽນ,
ມະໂນກັມທີ່ບໍ່ເປັນໄປເພື່ອກາຣບຽດບຽນ.
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໓ ປະກາຣນີ້ແລ ຈົ່ງຊາບວ່າ ເປັນບັນດິຕ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໙໙/໔໔໗
ຄວາມເປັນພາລນຳມາເຊິ່ງອຸປະສັກແລະບັນຫາ
ພິກຂຸທັງຫລາຍ! ພັຍ ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາກບັນດິຕ,








