ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

89. ອັນໜຶ່ງ, ພິກຂຸຜູ້ໃຫ້ທໍາຜ້າສໍາລັບນັ່ງ ຄວນເຮັດໃຫ້ໄດ້ພໍປະມານ, ປະມານໃນຄໍານີ້ ຄືໂດຍຍາວ 2 ຄືບ ໂດຍກວ້າງຄືບໜຶ່ງ ຊາຍຄືບເຄິ່ງ ດ້ວຍຄືບສຸຄົຕ ຫາກເຮັດໃຫ້ເກີນປະມານນັ້ນໄປ ເປັນປາຈິຕຕີຍ໌, ທີ່ເຮັດແລ້ວໃຫ້ຕັດເສຍ.

90. ອັນໜຶ່ງ, ພິກຂຸຜູ້ໃຫ້ທໍາຜ້າປິດບາດແຜ ຄວນໃຫ້ທໍາໄດ້ປະມານ, ປະມານໃນຄໍານັ້ນ ຄື ໂດຍຍາວ 4 ຄືບ ໂດຍກວ້າງ 2 ຄືບ ດ້ວຍຄືບສຸຄົຕ ຫາກໃຫ້ລ່ວງປະມານນັ້ນໄປ ເປັນປາຈິຕຕີຍ໌, ທີ່ເຮັດແລ້ວໃຫ້ຕັດເສຍ.

91. ອັນໜຶ່ງ, ພິກຂຸຜູ້ໃຫ້ທໍາຜ້າອາບນໍ້າຝົນ ຄວນໃຫ້ທໍາໃຫ້ໄດ້ປະມານ, ປະມານໃນຄໍານັ້ນ ຄື ໂດຍຍາວ 6 ຄືບ ໂດຍກວ້າງ 2 ຄືບເຄິ່ງ ດ້ວຍຄືບສຸຄົຕ ຫາກທໍາໃຫ້ລ່ວງປະມານນັ້ນໄປ ເປັນປາຈິຕຕີຍ໌, ທີ່ເຮັດແລ້ວໃຫ້ຕັດເສຍ.

92. ອັນໜຶ່ງ, ພິກຂຸໃດ ໃຫ້ທໍາຈີວອນ ມີປະມານເທົ່າສຸຄົຕຈີວອນ ຫຼື ຍິ່ງກວ່າ ເປັນປາຈິຕຕີຍ໌, ທີ່ເຮັດແລ້ວໃຫ້ຕັດເສຍ. ປະມານແຫ່ງສຸຄົຕຈີວອນຂອງພຣະສຸຄົຕ ໃນຄໍານັ້ນ ຄື ໂດຍຍາວ 9 ຄືບ ໂດຍກວ້າງ 6 ຄືບ ດ້ວຍຄືບສຸຄົຕ, ນີ້ເປັນປະມານແຫ່ງສຸຄົຕຈີວອນຂອງພຣະສຸຄົຕ.

ຣະຕະນະວັຄທີ 9 (ຈົບ).

ທ່ານທັງຫຼາຍ ທັມຊື່ປາຈິຕຕີຍ໌ 92 ຂ້າພະເຈົ້າໄດ້ສະແດງຂຶ້ນແລ້ວແລ.

ຂະນ້ອຍຖາມທ່ານທັງຫຼາຍໃນຂໍ້ເຫຼົ່ານັ້ນ ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ່?

ຂະນ້ອຍຖາມແມ່ນເທື່ອທີ 2 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ່?

ຂະນ້ອຍຖາມແມ່ນເທື່ອທີ 3 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ່?

ທ່ານທັງຫຼາຍເປັນຜູ້ບໍຣິສຸທໃນຂໍ້ເຫຼົ່ານີ້ແລ້ວ ເພາະສະນັ້ນຈຶ່ງເປັນຜູ້ນິ່ງ ຂ້າພະເຈົ້າຊົງ ຄວາມນີ້ໄວ້ດ້ວຍຢ່າງນີ້.

ປາຈິຕຕີຍ໌ ຈົບ.

ປາຕິເທສະນີຍະ 4

ທ່ານທັງຫຼາຍ ທັມຊື່ປາຕິເທສະນີຍະ 4 ເຫຼົ່ານີ້ແລ ຍ່ອມມາສູ່ອຸທເທສ.

1. ອັນໜຶ່ງ, ພິກຂຸໃດ ຮັບຂອງຄ້ຽວກໍດີ ຂອງສັນກໍດີ ດ້ວຍມືຂອງຕົນ ຈາກມືຂອງນາງພິກຂຸນີ ຜູ້ບໍ່ແມ່ນຍາຕ ຜູ້ເຂົ້າໄປແລ້ວ ສູ່ບໍລິເວນບ້ານ ຄ້ຽວກໍດີ ສັນກໍດີ ອັນພິກຂຸນັ້ນ ຄວນສະແດງ ຄືນວ່າ “ຂ້ານ້ອຍຕ້ອງທັມທີ່ໜ້າຕິຕຽນ ບໍ່ເປັນທີ່ສະບາຍ ຄວນຈະສະແດງຄືນ ຂ້ານ້ອຍຂໍສະແດງຄືນທັມນັ້ນ”.

2. ອັນໜຶ່ງ, ພິກຂຸທັງຫຼາຍຮັບນິມົນສັນຢູ່ໃນສະກຸລ ຖ້າພິກຂຸນີມາຢືນສັ່ງເສຍຢູ່ໃນທີ່ນັ້ນວ່າ “ຈົ່ງຖວາຍແກງໃນອົງນີ້ ຈົ່ງຖວາຍເຂົ້າໃນອົງນີ້”, ພິກຂຸທັງຫຼາຍເຫຼົ່ານັ້ນ ຄວນບອກພິກຂຸນີນັ້ນວ່າ “ເຈົ້າຈົ່ງຫຼີກໄປເສຍ ຕະຫຼອດເວລາທີ່ພິກຂຸສັນຢູ່”, ຖ້າພິກຂຸແມ່ນຮູປໜຶ່ງ ບໍ່ກ່າວອອກໄປ ເພື່ອຈະບອກພິກຂຸນີນັ້ນວ່າ “ເຈົ້າຈົ່ງຫຼີກໄປເສຍ ຕະຫຼອດເວລາທີ່ພິກຂຸສັນຢູ່”. ອັນພິກຂຸເຫຼົ່ານັ້ນຄວນສະແດງຄືນວ່າ“ພວກຂ້ານ້ອຍຕ້ອງທັມທີ່ໜ້າຕິຕຽນ ບໍ່ເປັນທີ່ສະບາຍ ຄວນຈະສະແດງຄືນ ພວກຂ້ານ້ອຍຂໍສະແດງຄືນທັມນັ້ນ”.

3. ອັນໜຶ່ງ, ພິກຂຸໃດ ບໍ່ໄດ້ຮັບນິມົນກ່ອນ ບໍ່ແມ່ນຜູ້ອາພາທ ຮັບຂອງຄ້ຽວກໍດີ ຂອງສັນກໍດີ ໃນສະກຸລທີ່ສົງຄ໌ສົມມຸຕວ່າເປັນເສຂະ ດ້ວຍມືຂອງຕົນແລ້ວ ຄ້ຽວກໍດີ ສັນກໍດີ ອັນພິກຂຸນັ້ນ ຄວນສະແດງຄືນວ່າ “ຂ້ານ້ອຍຕ້ອງທັມທີ່ໜ້າຕິຕຽນ ບໍ່ເປັນທີ່ສະບາຍ ຄວນຈະສະແດງຄືນ ຂ້ານ້ອຍຂໍສະແດງຄືນທັມນັ້ນ”.

4. ອັນໜຶ່ງ, ພິກຂຸໃດ ຢູ່ໃນເສນາສະນະປ່າ ທີ່ຮູ້ກັນວ່າເປັນທີ່ໜ້າຢ້ານກົວ ມີພັຍສະເພາະໜ້າ ຮັບຂອງຄ້ຽວກໍດີ ຂອງສັນກໍດີ ອັນເຂົາບໍ່ໄດ້ບອກໃຫ້ຮູ້ໄວ້ກ່ອນ ດ້ວຍມືຂອງຕົນ ໃນວັດທີ່ຢູ່ອາສັຍ ບໍ່ແມ່ນຜູ້ອາພາທ ຄ້ຽວກໍດີ ສັນກໍດີ ອັນພິກຂຸນັ້ນຄວນສະແດງຄືນວ່າ “ຂ້ານ້ອຍ ຕ້ອງທັມທີ່ໜ້າຕິຕຽນ ບໍ່ເປັນທີ່ສະບາຍ ຄວນຈະສະແດງຄືນ ຂ້ານ້ອຍຂໍສະແດງຄືນທັມນັ້ນ”.

ທ່ານທັງຫຼາຍ ທັມທັງຫຼາຍຊື່ປາຕິເທສະນີຍະ 4 ຂ້າພະເຈົ້າໄດ້ສະແດງຂຶ້ນແລ້ວແລ.

ຂະນ້ອຍຖາມທ່ານທັງຫຼາຍໃນຂໍ້ເຫຼົ່ານັ້ນ ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ຂະນ້ອຍຖາມແມ່ນເທື່ອທີ 2 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ຂະນ້ອຍຖາມແມ່ນເທື່ອທີ 3 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວໃນຂໍ້ເຫຼົ່ານີ້ ເພາະສະນັ້ນຈຶ່ງນິ່ງ ຂ້າພະເຈົ້າຊົງຄວາມນີ້ໄວ້ດ້ວຍຢ່າງນີ້.

ປາຕິເທສະນີຍະ ຈົບ.

ເສຂິຍະ 75

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ