ສາທະຍາຍ
ໜ້າ/ 54
73. ອັນໜຶ່ງ, ພິກຂຸໃດ ເມື່ອພຣະວິນັຍທອນ ສູຕປາຕິໂມກຂ໌ຢູ່ ທຸກເຄິ່ງເດືອນ ແລ້ວກ່າວວ່າ “ຕົນຫາກໍ່ຮູ້ດຽວນີ້ວ່າ ທັມນີ້ ກໍມີມາແລ້ວໃນພຣະສູຕ ເນື່ອງໃນພຣະສູຕ ມາສູ່ອຸທເທສ ທຸກເຄິ່ງເດືອນ” ຖ້າພິກຂຸຮູບອື່ນໆ ຮູ້ພິກຂຸຜູ້ກ່າວຂຶ້ນຢ່າງນັ້ນວ່າ “ພິກຂຸນີ້ ເຄີຍນັ່ງ ເມື່ອມີການສູຕປາຕິໂມກຂ໌ຢູ່ 2-3 ເທື່ອມາແລ້ວ ການທີ່ພິກຂຸນັ້ນ ກ່າວຢ່າງນັ້ນ ພິກຂຸນັ້ນ ກໍບໍ່ພົ້ນຈາກການຕ້ອງອາບັຕ ດ້ວຍການກ່າວຢ່າງນັ້ນ” ພິກຂຸທັງຫຼາຍ ຄວນປັບອາບັຕເຂົາຕາມທັມດ້ວຍອາບັຕທີ່ຕ້ອງໃນເລື່ອງນັ້ນ ແລະຄວນຍົກຄວາມຫຼົງຂຶ້ນແກ່ເຂົາເພີ່ມອີກວ່າ “ບໍ່ເປັນລາບຂອງເຈົ້າແລ້ວ ເຈົ້າໄດ້ບໍ່ດີແລ້ວ ດ້ວຍເຫຕວ່າ ເມື່ອປາຕິໂມກຂ໌ກໍາລັງສູຕຢູ່ ເຈົ້າບໍ່ທໍາໃນໃຈໃຫ້ໄດ້ປະໂຫຍດດ້ວຍດີເລີຍ” ອັນນີ້ ເປັນປາຈິຕຕີຍ໌ ເພາະເປັນຜູ້ແກ້ງເວົ້າວ່າ ຕົນຫຼົງລືມໃນເລື່ອງນັ້ນ.
74. ອັນໜຶ່ງ, ພິກຂຸໃດ ມີຄວາມໂກດເຄືອງ ບໍ່ພໍໃຈ ນ້ອຍໃຈ ທໍາການປະທຸສະຮ້າຍພິກຂຸ ເປັນປາຈິຕຕີຍ໌.
75. ອັນໜຶ່ງ ພິກຂຸໃດ ມີຄວາມໂກດເຄືອງ ນ້ອຍໃຈ ແລ້ວເງືອດຝາມືຂຶ້ນ ເພື່ອຈະທໍາຮ້າຍ ພິກຂຸ ເປັນປາຈິຕຕີຍ໌.
76. ອັນໜຶ່ງ, ພິກຂຸໃດ ໂຈທພິກຂຸ ກໍາຈັດພິກຂຸ ດ້ວຍອາບັຕສັງຄາທິເສສໂດຍທີ່ບໍ່ມີມູລຄວາມຈິງ ເປັນປາຈິຕຕີຍ໌.
77. ອັນໜຶ່ງ, ພິກຂຸໃດ ແກ້ງສ້າງຄວາມລໍາຄານ ໃຫ້ແກ່ພິກຂຸ ດ້ວຍໝາຍວ່າ “ຈະບໍ່ໃຫ້ມີຄວາມຜາສຸຂເກີດຂຶ້ນແມ່ນຄາວໜຶ່ງ” ທໍາຄວາມໝາຍຢ່າງນີ້ເທົ່ານັ້ນແລ ເປັນປັຈຈັຍ ບໍ່ແມ່ນຢ່າງອື່ນ ເປັນປາຈິຕຕີຍ໌.
78. ອັນໜຶ່ງ, ພິກຂຸໃດ ເມື່ອພິກຂຸທັງຫຼາຍ ເປັນປາກສຽງກັນ ທະເລາະວິວາທກັນ ໄປຈອບຟັງ ດ້ວຍໝາຍວ່າ “ຈະໄດ້ຟັງຄໍາທີ່ພວກເຂົາເວົ້າກັນ” ທໍາຄວາມໝາຍຢ່າງນີ້ເທົ່ານັ້ນແລ ໃຫ້ເປັນປັຈຈັຍ ບໍ່ແມ່ນຢ່າງອື່ນ ເປັນປາຈິຕຕີຍ໌.
79. ອັນໜຶ່ງ, ພິກຂຸໃດ ໃຫ້ສັນທະເພື່ອກັມ ອັນເປັນທັມແລ້ວ ຊໍ້າພັດມາຈົ່ມວ່າໃນພາຍຫຼັງ ເປັນປາຈິຕຕີຍ໌.
80. ອັນໜຶ່ງ, ພິກຂຸໃດ ເມື່ອເລື່ອງຄວນທີ່ຈະທໍາການວິນິຈສັຍ ຍັງດໍາເນີນໄປຢູ່ໃນສົງຄ໌ ບໍ່ໃຫ້ສັນທະ ລຸກອອກຈາກອາສະນະ ແລ້ວຫຼີກໜີໄປເສຍ ເປັນປາຈິຕຕີຍ໌.
81. ອັນໜຶ່ງ ພິກຂຸໃດ ພ້ອມພຽງກັນກັບສົງຄ໌ ໃຫ້ຈີວອນແກ່ພິກຂຸແລ້ວ ພາຍຫຼັງຕິຕຽນ ຈົ່ມວ່າ “ພິກຂຸທັງຫຼາຍ ນ້ອມລາບຂອງສົງຄ໌ ໄປຕາມຊອບໃຈ” ເປັນປາຈິຕຕີຍ໌.
82. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ ນ້ອມລາບທີ່ເຂົາໄດ້ຈັດແຈງໄວ້ເພື່ອຈະຖວາຍແກ່ສົງຄ໌ ແລ້ວນ້ອມມາ ເພື່ອບຸຄຄົລ ເປັນປາຈິຕຕີຍ໌.
ສະຫະທັມມິກະວັຄທີ 8 (ຈົບ).
83. ອັນໜຶ່ງ ມີພິກຂຸໃດ ບໍ່ໄດ້ຮັບບອກກ່ອນ ກ້າວລ່ວງທໍຣະນີເຂົ້າໄປໃນຫ້ອງ ຂອງພຣະຣາຊາ ຂອງກະສັຕ ຜູ້ໄດ້ຮັບມຸນທາພິເສກແລ້ວ ໂດຍທີ່ພຣະຣາຊາ ຍັງບໍ່ທັນໄດ້ສະເດັດອອກ ທີ່ຣະຕະນະ ຍັງບໍ່ທັນອອກ ເປັນປາຈິຕຕີຍ໌. (ຣະຕະນະ ໝາຍເຖິງ ນາງແກ້ວ ຫຼື ພຣະຣາຊະເທວີ)
84. ອັນໜຶ່ງ, ພິກຂຸໃດ ເກັບເອົາກໍດີ ໃຊ້ໃຫ້ຜູ້ອື່ນເກັບກໍດີ ຊຶ່ງຣະຕະນະກໍດີ ຊຶ່ງຂອງທີ່ສົມມຸຕວ່າເປັນຣະຕະນະກໍດີ, ເວັ້ນໄວ້ແຕ່ໃນວັດ ທີ່ຢູ່ກໍດີ ໃນທີ່ພັກກໍດີ ເປັນປາຈິຕຕີຍ໌. ແລະ ພິກຂຸເກັບເອົາກໍດີ ໃຫ້ເກັບເອົາກໍດີ ຊຶ່ງຣະຕະນະກໍດີ ຊຶ່ງຂອງທີ່ສົມມຸຕວ່າຣະຕະນະກໍດີ ໃນວັດທີ່ຢູ່ກໍດີ ໃນທີ່ພັກກໍດີ ແລ້ວຄວນເກັບໄວ້ ດ້ວຍໝາຍວ່າ “ຂອງຜູ້ໃດ ຜູ້ນັ້ນຈັກໄດ້ເອົາໄປ” ນີ້ເປັນສາມີຈິກັມໃນເລື່ອງນັ້ນ.
85. ອັນໜຶ່ງ, ພິກຂຸໃດ ບໍ່ອໍາລາພິກຂຸຜູ້ມີຢູ່ແລ້ວ ເຂົ້າໄປສູ່ບ້ານໃນເວລາວິກາລ ເວັ້ນໄວ້ແຕ່ກິຈຮີບດ່ວນ ມີຢ່າງນັ້ນເປັນຮູປ ເປັນປາຈິຕຕີຍ໌.
86. ອັນໜຶ່ງ, ພິກຂຸໃດ ໃຫ້ເຂົາເຮັດກ່ອງສໍາລັບໃສ່ເຂັມ ດ້ວຍງາກໍດີ ດ້ວຍກະດູກກໍດີ ດ້ວຍເຂົາກໍດີ ເປັນປາຈິຕຕີຍ໌, ທີ່ເຮັດແລ້ວໃຫ້ຕ່ອຍເສຍ.
87. ອັນໜຶ່ງ, ພິກຂຸຜູ້ໃຫ້ທໍາຕຽງໃໝ່ກໍດີ ຕັ່ງໃໝ່ກໍດີ ຄວນເຮັດໃຫ້ມີຂາສູງພຽງ 8 ນີ້ວ ດ້ວຍນີວສຸຄົຕ ໂດຍບໍ່ນັບແຄ່ຕຽງ, ຖ້າເຮັດສູງກວ່ານັ້ນ ເປັນປາຈິຕຕີຍ໌, ທີ່ເຮັດແລ້ວໃຫ້ຕັດເສຍ.
88. ອັນໜຶ່ງ, ພິກຂຸໃດ ໃຫ້ທໍາຕຽງກໍດີ ຕັ່ງກໍດີ ເປັນຂອງທີ່ຫຸ້ມດ້ວຍນຸ່ນ(ຍັດນຸ່ນ)ເປັນປາຈິຕຕີຍ໌ ທີ່ເຮັດແລ້ວໃຫ້ຮື້ເສຍ.








