ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ທ່ານທັງຫຼາຍ ທັມຊື່ວ່າ ເສຂິຍະ 75 ເຫຼົ່ານີ້ແລ ຍ່ອມມາສູ່ອຸເທສ.

ສາຮູບ ໝວດວ່າດ້ວຍຄວາມເໝາະສົມແກ່ສະມະນະເພສ 26 ສິກຂາບົທ

1. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະນຸ່ງຫົ່ມເປັນປະຣິມົນທົນ.

2. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະຫົ່ມເປັນປະຣິມົນທົນ.

3. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະປົກປິດກາຍດ້ວຍດີ ໄປໃນລະແວກບ້ານ.

4. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະປົກປິດກາຍດ້ວຍດີ ນັ່ງໃນລະແວກບ້ານ.

5. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະສັງລວມດ້ວຍດີ ໄປໃນລະແວກບ້ານ.

6. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະສັງລວມດ້ວຍດີ ນັ່ງໃນລະແວກບ້ານ

7. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະມີຕາລ້ຽວລົງຕ່ຳ ໄປໃນລະແວກບ້ານ.

8. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະມີຕາລ້ຽວລົງຕ່ຳ ນັ່ງໃນລະແວກບ້ານ.

9. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ໄປໃນລະແວກບ້ານ ດ້ວຍທັງເວິກຜ້າ.

10. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ນັ່ງໃນລະແວກບ້ານ ດ້ວຍທັງເວິກຜ້າ.

11. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ໄປໃນລະແວກບ້ານ ດ້ວຍທັງຫົວສຽງດັັງ.

12. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ນັ່ງໃນລະແວກບ້ານ ເຮົາຈະບໍ່ຫົວສຽງດັງ.

13. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະມີສຽງນ້ອຍ ໄປໃນລະແວກບ້ານ.

14. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະມີສຽງນ້ອຍ ນັ່ງໃນລະແວກບ້ານ.

15. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ຍ່າງໂຍກກາຍ ໄປໃນລະແວກບ້ານ.

16. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ນັ່ງໂຍກກາຍ ໃນລະແວກບ້ານ.

17. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ໄກວແຂນ ໄປໃນລະແວກບ້ານ.

18. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ໄກວແຂນ ນັ່ງໃນລະແວກບ້ານ.

19. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ໂຄງຫົວ ໄປໃນລະແວກບ້ານ.

20. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ໂຄງຫົວ ນັ່ງໃນລະແວກບ້ານ.

21. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ຄ້ຳກາຍ ໄປໃນລະແວກບ້ານ.

22. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ຄ້ຳກາຍ ນັ່ງໃນລະແວກບ້ານ.

23. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ຄຸມຫົວ ໄປໃນລະແວກບ້ານ.

24. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ຄຸມຫົົວ ນັ່ງໃນລະແວກບ້ານ.

25. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ໄປໃນລະແວກບ້ານ ດ້ວຍການຍ່າງກະໂຍ່ງ.

26. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ນັ່ງໃນລະແວກບ້ານ ດ້ວຍການນັ່ງຫັດເຂົ່າ.

ໂພຊະນະປະຕິສັງຍຸຕ ໝວດວ່າດ້ວຍການສັງອາຫານ 30 ສິກຂາບົດ

1. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະຮັບບິນທະບາດໂດຍເອື້ອເຟື້ອ.

2. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະເບິ່ງໃນບາດຮັບບິນທະບາດ.

3. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະຮັບບິນທະບາດມີສູປະສະເໝີກັນ.

4. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະຮັບບິນທະບາດສະເໝີຂອບບາດ.

5. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະສັນບິນທະບາດໂດຍເອື້ອເຟື້ອ.

6. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະເບິ່ງຢູ່ແຕ່ໃນບາດສັນບິນທະບາດ.

7. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາສັນບິນທະບາດບໍ່ແຫວ່ງ.

8. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈັກສັນບິນທະບາດມີສູປະສະເໝີກັນ.

9. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈັກບໍ່ຂະຍຸ້ມລົງແຕ່ຍອດສັນບິນທະບາດ.

10. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ປົກແກງກະດີ ກັບເຂົ້າກະດີ ດ້ວຍເຂົ້າສຸກ ອາໃສຄວາມຍາກໄດ້ຫຼາຍ.

11. ພິກຂຸທັງຫຼາຍ ເຮົາອະນຸຍາດໃຫ້ພິກຂຸຜູ້ອາພາດ ຂໍສູປະກະດີ ເຂົ້າສຸກກະດີ ເພື່ອປະໂຫຍດແກ່ຕົນມາສັນໄດ້.

12. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາບໍ່ອາພາດ ຈະບໍ່ຂໍສູປະກະດີ ເຂົ້າສຸກກະດີ ເພື່ອປະໂຫຍດແກ່ຕົນມາສັນ.

13. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະບໍ່ເພ່ງໂພທະນາແລເບິ່ງບາດຂອງຜູ້ອື່ນ.

14. ພິກຂຸຍ່ອມທຳການຝຶກຫັດສຶກສາວ່າ ເຮົາຈະເຮັດຄຳເຂົ້າໃຫ້ພໍດີ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ