ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

68. ອັນໜຶ່ງ, ພິກຂຸໃດ ກ່າວຢ່າງນີ້ວ່າ “ຂ້າພະເຈົ້າຮູ້ທົ່ວເຖິງທັມທີ່ພຣະຜູ້ມີພຣະພາຄເຈົ້າຊົງສະແດງແລ້ວ ໂດຍປະການວ່າ ເປັນທັມທີ່ເປັນອັນຕະລາຍ, ແຕ່ທັມນັ້ນ ບໍ່ເປັນອັນຕະລາຍແກ່ຜູ້ເສບໄດ້ຈິງ”. ພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນວ່າກ່າວຢ່າງນີ້ວ່າ ທ່ານຢ່າໄດ້ເວົ້າຢ່າງນັ້ນ ທ່ານຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄເຈົ້າ ການກ່າວຕູ່ພຣະຜູ້ມີພຣະພາຄເຈົ້າບໍ່ດີເລີຍ ພຣະຜູ້ມີພຣະພາຄເຈົ້າບໍ່ໄດ້ຕຣັສຢ່າງນັ້ນເລີຍ. ພຣະຜູ້ມີພຣະພາຄເຈົ້າຕຣັສທັມອັນເປັນອັນຕະລາຍໄວ້ໂດຍປະຣິຍາຍຢ່າງຫຼວງຫຼາຍ ກໍແລທັມນັ້ນອາຈທໍາອັນຕະລາຍແກ່ຜູ້ເສບໄດ້ຈິງພິກຂຸນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນັ້ນ ກໍຍັງຂືນຖືຢູ່ນັ້ນແລ, ພິກຂຸນັ້ນ ອັນພິກຂຸທັງຫຼາຍຄວນສູຕປະກາດຫ້າມຈົນຄົບ 3 ຫົນ, ຖ້າວ່າ ພິກຂຸນັ້ນ ຍອມລະທິຕຖິຂອງຕົນໄດ້ ກໍເປັນການດີ, ຖ້າຖືກສູຕປະກາດຫ້າມ 3 ຫົນ ຍັງລະບໍ່ໄດ້ ເປັນປາຈິຕຕີຍ໌.

69. ອັນໜຶ່ງ, ພິກຂຸໃດຮູ້ຢູ່ ກິນຮ່ວມກໍດີ ຢູ່ຮ່ວມກໍດີ ສໍາເຣັຈການນອນດ້ວຍກັນກໍດີ ກັບພິກຂຸຜູ້ກ່າວຢ່າງນັ້ນ ຍັງບໍ່ໄດ້ກະທໍາທັມອັນສົມຄວນ ຍັງບໍ່ໄດ້ສະຫຼະທິຕຖິນັ້ນ ເປັນປາຈິຕຕີຍ໌.

70. ຖ້າແມ່ນສະມະນຸທເທສກ່າວຢ່າງນີ້ວ່າ “ຂ້າພະເຈົ້າຮູ້ທັມທີ່ພຣະຜູ້ມີພຣະພາຄເຈົ້າຊົງສະແດງແລ້ວໂດຍປະການທີ່ຕຣັສວ່າ ເປັນທັມທີ່ທໍາອັນຕະລາຍໄດ້ແນວໃດ ທັມນັ້ນບໍ່ອາດທໍາອັນຕະລາຍແກ່ຜູ້ເສບໄດ້ຈິງເລີຍ”ສະມະນຸທເທສນັ້ນ ອັນພິກຂຸທັງຫຼາຍຄວນກ່າວຢ່າງນີ້ວ່າ “ສະມະນຸທເທສ ເຈົ້າຢ່າໄດ້ກ່າວຢ່າງນັ້ນ ເຈົ້າຢ່າໄດ້ກ່າວຕູ່ພຣະຜູ້ມີພຣະພາຄເຈົ້າ ການກ່າວຕູ່ພຣະຜູ່ມີພຣະພາຄເຈົ້າບໍ່ດີເລີຍ ພຣະຜູ້ມີພຣະພາຄບໍ່ໄດ້ຕຣັສຢ່າງນັ້ນເລີຍ, ສະມະນຸທເທສ ພຣະຜູ້ມີພຣະພາຄເຈົ້າ ຕຣັສທັມທີ່ທໍາອັນຕະລາຍໄວ້ໂດຍປະຣິຍາຍຢ່າງຫຼວງຫຼາຍ ກໍແລທັມເຫຼົ່ານັ້ນ ອາດທໍາອັນຕະລາຍແກ່ຜູ້ເສບໄດ້ຈິງ” ກໍແລ ສະມະນຸທເທສນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢູ່ຢ່າງນັ້ນ ຂືນຖືຢ່າງນັ້ນຢູ່ ສະມະນຸທເທສນັ້ນ ອັນພິກຂຸທັງຫຼາຍຄວນວ່າກ່າວຢ່າງນີ້ວ່າ “ສະມະນຸທເທສ ເຈົ້າຢ່າອ້າງພຣະຜູ້ມີພຣະພາຄເຈົ້ານັ້ນວ່າ ເປັນພຣະສາສະດາຂອງເຈົ້າຕັ້ງແຕ່ວັນນີ້ໄປ ແລະ ພວກສະມະນຸທເທສອື່ນ ຍ່ອມໄດ້ການນອນຮ່ວມພຽງ 2-3 ຄືນ ກັບພິກຂຸທັງຫຼາຍອັນໃດ ແມ່ນກິຣິຍາທີ່ໄດ້ການນອນຮ່ວມນັ້ນບໍ່ມີແກ່ເຈົ້າ, ຄົນເສື່ອມເສຍ ເຈົ້າຈົ່ງໄປເສຍ ເຈົ້າຈົ່ງຈິບຫາຍເສຍ” ແລະ ພິກຂຸໃດຮູ້ຢູ່ ເກ້ຍກ່ອມສະມະນຸທເທສຜູ້ຖືກໃຫ້ຈິບຫາຍເສຍຢ່າງນັ້ນແລ້ວກໍດີ ໃຫ້ອຸປະຖາກກໍດີ ກິນຮ່ວມກໍດີ ສໍາເຣັຈການນອນຮ່ວມກໍດີ ເປັນປາຈິຕຕີຍ໌.

ສັປປານະວັຄທີ 7 (ຈົບ).

71. ອັນໜຶ່ງ, ພິກຂຸໃດ ອັນພິກຂຸທັງຫຼາຍວ່າກ່າວຕັກເຕືອນຢູ່ໂດຍຊອບທັມ ແຕ່ກ່າວຕອບວ່າ “ຂ້າພະເຈົ້າຈະບໍ່ສຶກສາສິກຂາບົທນີ້ ຈົນກວ່າວ່າຈະໄດ້ສອບຖາມພິກຂຸອື່ນ ຜູ້ສະຫຼາດ ຜູ້ຊົງວິນັຍເສຍກ່ອນ” ເປັນປາຈິຕຕີຍ໌. ພິກຂຸທັງຫຼາຍ ! ອັນພິກຂຸສຶກສາຢູ່ ຄວນຮູ້ເຖິງ ຄວນສອບຖາມ ຄວນຕຶກຕອງ ນີ້ເປັນສາມີຈິກັມໃນເລື່ອງນັ້ນ.

72. ອັນໜຶ່ງ, ພິກຂຸໃດ ເມື່ອມີຜູ້ໃດສູຕປາຕິໂມກຂ໌ຢູ່ ກ່າວຢ່າງນີ້ວ່າ “ປະໂຫຍດອັນໃດ ດ້ວຍສິກຂາບົທເລັກນ້ອຍເຫຼົ່ານີ້ ທີ່ສູຕຂຶ້ນແລ້ວ ມີແຕ່ສ້າງຄວາມລໍາຄານ ສ້າງຄວາມລໍາບາກໃຈ ຄວາມຫຍຸ່ງເຫຍີງ ເປັນປາຈິຕຕີຍ໌ ເພາະກ່າວຕິຕຽນສິກຂາບົທ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ