ສາທະຍາຍ
ໜ້າ/ 54
46. ອັນໜຶ່ງ, ພິກຂຸໃດ ຮັບນິມົນແລ້ວ ມີພັຕຣ໌ຢູ່ແລ້ວ ໂດຍບໍ່ບອກລາພິກຂຸຊຶ່ງມີຢູ່ ທ່ຽວໄປໃນຕະກູນທັງຫຼາຍ ກ່ອນສັນກໍດີ, ທີຫຼັງສັນກໍດີ, ເວັ້ນໄວ້ແຕ່ສະມັຍ ເປັນປາຈິຕຕີຍ໌. ສະມັຍໃນເລື່ອງນີ້ ຄື: ຄາວທີ່ຖວາຍຈີວອນ, ຄາວທີ່ທໍາຈີວອນ. ນີ້ເປັນສະມັຍໃນເລື່ອງນັ້ນ.
47. ອັນໜື່ງ, ພິກຂຸ ຜູ້ບໍ່ອາພາທ ຄວນຍິນດີ ການປະວາຣະນາດ້ວຍປັຈຈັຍ ພຽງ 4 ເດືອນ, ເວັ້ນໄວ້ແຕ່ໄດ້ຮັບປະວາຣະນາອີກ, ເວັ້ນໄວ້ແຕ່ໄດ້ຮັບປະວາຣະນາເປັນນິຕຍ໌. ຖ້າຍິນດີຍິ່ງກວ່ານັ້ນເປັນປາຈິຕຕີຍ໌.
48. ອັນໜຶ່ງ, ພິກຂຸໃດ ໄປເພື່ອຈະເບິ່ງເສນາ ອັນຍົກຂະບວນອອກແລ້ວ, ເວັ້ນໄວ້ແຕ່ປັຈຈັຍມີຢ່າງນັ້ນເປັນຮູບ, ເປັນປາຈິຕຕີຍ໌.
49. ຖ້າມີປັຈຈັຍບາງຢ່າງ ເພື່ອຈະໄປສູ່ເສນາ ມີແກ່ພິກຂຸນັ້ນ, ພິກຂຸນັ້ນຄວນຢູ່ໄດ້ໃນເສນາພຽງ 2-3 ຄືນ, ຖ້າຢູ່ຍິ່ງກວ່ານັ້ນເປັນປາຈິຕຕີຍ໌.
50. ຖ້າພິກຂຸ ພັກແຮມຢູ່ໃນເສນາ 2-3 ຄືນ ໄປສູ່ສະໜາມຮົບກໍດີ, ໄປສູ່ທີ່ພັກພົລກໍດີ, ໄປສູ່ທີ່ຈັດຂະບວນທັພກໍດີ, ໄປເບິ່ງກອງທັພທີ່ຈັດເປັນຂະບວນໆ ແລ້ວກໍດີ, ເປັນປາຈິຕຕີ
ອະເຈລະກະວັຄທີ 5 (ຈົບ).
51. ເປັນປາຈິຕຕີຍ໌ ເພາະດື່ມສຸຣາແລະ ເມຣັຍ.
52. ເປັນປາຈິຕຕີຍ໌ ເພາະຈີ້ດ້ວຍນີ້ວມື.
53. ເປັນປາຈິຕຕີຍ໌ ໃນທັມ ເພາະການລອຍນໍ້າຫຼິ້ນ
54. ເປັນປາຈິຕຕີຍ໌ ໃນເພາະຄວາມບໍ່ເອື້ອເຟື້ອໃນພຣະທັມ.
55. ອັນໜຶ່ງ, ພິກຂຸໃດ ຫຼອກຫຼອນ ພິກຂຸອື່ນໃຫ້ຢ້ານກົວ ເປັນປາຈິຕຕີຍ໌.
56. ອັນໜຶ່ງ, ພິກຂຸໃດ ບໍ່ແມ່ນຜູ້ອາພາທ ຫວັງທີ່ຈະຝີງໄຟ ແລ້ວສຸມໄຟດ້ວຍຕົນເອງ ກໍດີ, ໃຊ້ໃຫ້ຜູ້ອື່ນສຸມໃຫ້ ກໍດີ ເວັ້ນໄວ້ແຕ່ປັຈຈັຍມີຢ່າງນັ້ນເປັນຮູປ ເປັນປາຈິຕຕີຍ໌.
57. ອັນໜຶ່ງ, ພິກຂຸໃດ ຍັງບໍ່ເຖິງເຄິ່ງເດືອນ ອາບນໍ້າ ເວັ້ນໄວ້ແຕ່ສະມັຍ ເປັນປາຈິຕຕີຍ໌. ສະມັຍໃນເລື່ອງນີ້ ຄື: ເຄິ່ງເດືອນ ທ້າຍລະດູຮ້ອນ ເດືອນຕົ້ນ ແຫ່ງລະດູຝົນ. 2 ເດືອນເຄິ່ງນີ້ ເປັນຍາມທີ່ມີຄວາມຮ້ອນ ເປັນຍາມທີ່ມີຄວາມກະວົນກະວາຍ, ຍາມເຈັບໄຂ້, ຍາມທໍາການງານ, ຍາມເດີນທາງໄກ ຍາມຝົນມາກັບພາຍຸ. ນີ້ເປັນສະມັຍໃນເລື່ອງນັ້ນ.
58. ອັນໜຶ່ງ, ພິກຂຸໃດ ໄດ້ຈີວອນມາໃໝ່ ຈົ່ງເອົາວັຕຖຸ ທີ່ທໍາໃຫ້ເສຍສີ 3 ຢ່າງ ຢ່າງໃດຢ່າງໜຶ່ງ ຄື ສີຂຽວຄາມກໍໄດ້ ຂີ້ຕົມກໍໄດ້ ສີດໍາກໍໄດ້. ຖ້າພິກຂຸ ບໍ່ຖືເອົາວັຕຖຸ ສໍາລັບເຮັດໃຫ້ເສຍສີ 3 ຢ່າງ ຢ່າງໃດຢ່າງໜຶ່ງ ໃຊ້ຈີວອນໃໝ່ ເປັນປາຈິຕຕີຍ໌.
59. ອັນໜຶ່ງ, ພິກຂຸໃດ ວິກັປຈີວອນເອງ ແກ່ພິກຂຸກໍດີ ແກ່ພິກຂຸນີກໍດີ ແກ່ນາງສິກຂະມານາກໍດີ ແກ່ສາມະເນຣກໍດີ ແກ່ນາງສາມະເນຣີກໍດີ ແລ້ວໃຊສອຍຈີວອນນັ້ນ ບໍ່ໃຫ້ເຂົາຖອນກ່ອນ ເປັນປາຈິຕຕີຍ໌.
60. ອັນໜຶ່ງ, ພິກຂຸໃດ ຊຸກເຊື່ອງກໍດີ ໃຫ້ຜູ້ອື່ນຊຸກເຊື່ອງກໍດີ ຊຶ່ງບາຕກໍດີ ຈີວອນກໍດີ ຜ້າປູນັ່ງກໍດີ ກ່ອງເຂັມກໍດີ ປະຄົດເອວກໍດີ ຂອງພິກຂຸອື່ນ ໂດຍທີ່ສຸດແມ່ນໝາຍຈະຢອກຫຼິ້ນ ເປັນປາຈິຕຕີຍ໌.
ສຸຣາປານະວັຄທີ 6 (ຈົບ).
61. ອັນໜຶ່ງ, ພິກຂຸໃດ ແກ້ງຂ້າສັຕຈາກຊີວິຕ ເປັນປາຈິຕຕີຍ໌.
62. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ ບໍຣິໂພຄນໍ້າທີ່ມີຕົວສັຕ ເປັນປາຈິຕຕີຍ໌.
63. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ວ່າ ອະທິກອນນັ້ນ ທໍາສໍາເລັຈແລ້ວຕາມທັມ ແລ້ວຮື້ຟື້ນ ອະທິກອນນັ້ນຂຶ້ນມາທໍາອີກ ເປັນປາຈິຕຕີຍ໌.
64. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ ປົກປິດອາບັຕຊົ່ວຫຍາບ ຂອງພິກຂຸອື່ນ ເປັນປາຈິຕຕີຍ໌.
65. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ ຍັງບຸຄຄົລຜູ້ມີອາຍຸ ໜ້ອຍກວ່າ 20ປີ ໃຫ້ອຸປະສົມບົທ, ບຸຄຄົລນັ້ນ ບໍ່ເປັນອຸປະສັມບັນດ້ວຍ, ພິກຂຸເຫຼົ່ານັ້ນຖືກຕິຕຽນດ້ວຍ, ນີ້ເປັນປາຈິຕຕີຍ໌ ໃນເລື່ອງນັ້ນ.
66. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ວ່າ ພວກພໍ່ຄ້າຜູ້ເປັນໂຈນ ນໍາຂອງໜີພາສີ, ແລ້ວຊັກຊວນເຂົາເຈົ້າ ເດີນທາງໄກ ໃນສາຍທາງດຽວກັນໄປ ແມ່ນສິ້ນຣະຍະໝູ່ບ້ານໜຶ່ງ ເປັນປາຈິຕຕີຍ໌.
67. ອັນໜຶ່ງ, ພິກຂຸໃດ ຊັກຊວນແລ້ວ ເດີນທາງໄກສາຍດຽວກັນກັບມາຕຸຄາມ ໂດຍທີ່ສຸດແມ່ນສິ້ນຣະຍະໝູ່ບ້ານໜຶ່ງ ເປັນປາຈິຕຕີຍ໌.








