ສາທະຍາຍ
ໜ້າ/ 54
27. ອັນໜຶ່ງ, ພິກຂຸໃດ ຊັກຊວນກັນແລ້ວ ເດີນທາງໄກ ຮ່ວມກັບພິກຂຸນີ ໂດຍທີ່ສຸດແມ່ນແຕ່ສິ້ນຣະຍະບ້ານໜຶ່ງ, ເວັ້ນໄວ້ແຕ່ສະມັຍ ເປັນປາຈິຕຕີຍ໌. ສະມັຍໃນເລື່ອງນີ້ ໝາຍເຖິງທາງ ທີ່ຈະຕ້ອງໄດ້ໄປກັບພວກກວຽນ ຊຶ່ງຮູ້ກັນຢູ່ວ່າ ເປັນທີ່ໜ້າຢ້ານກົວ ມີພັຍສະເພາະໜ້າ, ນີ້ເປັນສະມັຍໃນເລື່ອງນັ້ນ.
28. ອັນໜຶ່ງ, ພິກຂຸໃດ ຊັກຊວນແລ້ວ ຂຶ້ນເຮືອລໍາດຽວກັບພິກຂຸນີ ຂຶ້ນນໍ້າໄປກໍດີ, ລ່ອງນໍ້າໄປກໍດີ ເວັ້ນໄວ້ແຕ່ຂ້າມຟາກ, ເປັນປາຈິຕຕີຍ໌.
29. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ ສັນບິນດະບາຕ ອັນພິກຂຸນີແນະນໍາໃຫ້ຖວາຍ ເວັ້ນໄວ້ແຕ່ ຄະຣືຫັສຖ໌ໄດ້ປາຣົພໄວ້ກ່ອນແລ້ວ, ເປັນປາຈິຕຕີຍ໌.
30. ອັນໜຶ່ງ, ພິກຂຸໃດຜູ້ດຽວ ນັ່ງໃນທີ່ລັບຕາກັບພິກຂຸນີຜູ້ດຽວ, ເປັນປາຈິຕຕີຍ໌.
ໂອວາທວັຄທີ 3 (ຈົບ).
31. ອັນໜື່ງ ພິກຂຸ ຜູ້ບໍ່ອາພາທ ຄວນສັນອາຫານໃນໂຮງທານໄດ້ພຽງຄັ້ງດຽວ ຖ້າສັນເກີນກວ່ານັ້ນ ເປັນປາຈິຕຕີຍ໌.
32. ເວັ້ນໄວ້ແຕ່ສະມັຍ, ເປັນປາຈິຕຕີຍ໌ ໃນເພາະສັນເປັນໝູ່. ສະມັຍໃນເລື່ອງນີ້ ຄື: ໃນຄາວອາພາທ, ໃນຄາວທີ່ເປັນຣະດູຖວາຍຈີວອນ, ຄາວທີ່ທໍາຈີວອນ, ຄາວທີ່ເດີນທາງໄກ, ຄາວທີ່ໂດຍສານທາງເຮືອ, ຄາວທີ່ປະຊຸມໃຫຍ່, ຄາວພັຕຕ໌ຂອງສະມະນະ. ນີ້ເປັນສະມັຍໃນເລື່ອງນັ້ນ.
33. ເວັ້ນໄວ້ແຕ່ສະມັຍ, ເປັນປາຈິຕຕີຍ໌ ໃນເພາະໂພຊະນະທີຫຼັງ. ສະມັຍໃນເລື່ອງນີ້ ຄື: ຄາວເປັນໄຂ້, ຄາວຖວາຍຈີວອນ, ຄາວທໍາຈີວອນ. ນີ້ເປັນສະມັຍໃນເລື່ອງນັ້ນ.
34. ອັນໜຶ່ງ. ເຂົາປະວາຣະນາພິກຂຸຜູ້ເຂົ້າໄປສູ່ສະກຸນ ດ້ວຍຂະນົມກໍດີ, ດ້ວຍສັຕຕຸຜົງກໍດີ ເພື່ອນໍາໄປໄດ້ຕາມປາຖນາ. ພິກຂຸຜູ້ຕ້ອງການ ຄວນຮັບໄດ້ເຕັມພຽງ 2-3 ບາຕຣ໌ ຖ້າຮັບຍິ່ງກວ່ານັ້ນ ເປັນປາຈິຕຕີຍ໌. ຄັນຮັບເຕັມ 2-3 ບາຕຣ໌ແລ້ວ ນໍາອອກຈາກທີ່ນັ້ນແລ້ວ ຕ້ອງແບ່ງປັນກັບພິກຂຸທັງຫຼາຍ ນີ້ເປັນສາມີຈິກັມໃນເລື່ອງນັ້ນ.
35. ອັນໜຶ່ງ, ພິກຂຸໃດ ສັນສໍາເຣັຈແລ້ວ ຫ້າມພັຕແລ້ວ, ຄ້ຽວກໍດີ, ສັນກໍດີ ຊຶ່ງຂອງຄ້ຽວກໍດີ ຂອງສັນກໍດີ ອັນບໍ່ແມ່ນຂອງເງື່ອນ ຂອງເດນ ເປັນປາຈິຕຕີຍ໌
36. ອັນໜຶ່ງ, ພິກຂຸໃດ ນໍາໄປປະວາຣະນາພິກຂຸ ຜູ້ສັນອີ່ມແລ້ວ ຫ້າມເສຍແລ້ວ, ດ້ວຍຂອງຄ້ຽວກໍດີ ຂອງສັນກໍດີ ອັນບໍ່ແມ່ນຂອງເດນ ບອກວ່າ “ເອົາເຖາະ ພິກຂຸ ຄ້ຽວກໍຕາມ ສັນກໍຕາມ” ຮູ້ຢູ່ ຫວັງຈະຫາໂທດໃຫ້ ພໍທ່ານສັນແລ້ວ ເປັນປາຈິຕຕີຍ໌.
37. ອັນໜຶ່ງ, ພິກຂຸໃດ ຄ້ຽວກໍດີ, ສັນກໍດີ ຊຶ່ງຂອງຄ້ຽວກໍດີ, ຂອງສັນກໍດີ ໃນຍາມວິກາລ ເປັນປາຈິຕຕີຍ໌.
38. ອັນໜຶ່ງ, ພິກຂຸໃດ ຄ້ຽວກໍດີ, ສັນກໍດີ ຊຶ່ງຂອງຄ້ຽວກໍດີ, ຂອງສັນກໍດີ ທີ່ສະສົມໄວ້ ເປັນປາຈິຕຕີຍ໌.
39. ອັນໜຶ່ງ, ພິກຂຸໃດ ທີ່ບໍ່ແມ່ນຜູ້ອາພາທ ຂໍໂພຊະນະອັນປານີຕ ຄື: ເນີຍໃສ, ເນີຍຂຸ້ນ, ນໍ້າມັນ, ນໍ້າເຜິ້ງ, ນໍ້າອ້ອຍ, ປາ, ເນື້ອ, ນົມສົດ, ນົມສົ້ມ ມາສັນ ເພື່ອປະໂຍຊນ໌ແກ່ຕົນເອງ ເປັນປາຈິຕຕີຍ໌.
40. ອັນໜຶ່ງ, ພິກຂຸໃດ ກືນກິນອາຫານ ທີ່ເຂົາຍັງບໍ່ທັນໄດ້ໃຫ້ ລ່ວງຊ່ອງປາກເຂົ້າໄປ ເວັ້ນໄວ້ແຕ່ນໍ້າ ແລະ ໄມ້ຖູແຂ້ວ, ເປັນປາຈິຕຕີຍ໌.
ໂພຊະນະວັຄທີ 4 (ຈົບ).
41. ອັນໜຶ່ງ, ພິກຂຸໃດ ໃຫ້ຂອງຄ້ຽວກໍດີ, ຂອງກິນກໍດີ. ແກ່ອະເຈລະກະກໍດີ,ແກ່ປະຣິພາຊົກກໍດີ, ແກ່ປະຣິພາຊິກາກໍດີ, ດ້ວຍມືຂອງຕົນ ເປັນປາຈິຕຕີຍ໌.
42. ອັນໜຶ່ງ, ພິກຂຸໃດ ກ່າວຕໍ່ພິກຂຸຢ່າງນີ້ວ່າ ທ່ານຈົ່ງມາ, ເຂົ້າໄປສູ່ບ້ານ ຫຼື ສູ່ນິຄົມເພື່ອບິນດະບາຕດ້ວຍກັນ. ເມື່ອໄປເຖິງແລ້ວ, ບອກເຂົາໃຫ້ຖວາຍແລ້ວກໍດີ, ບໍ່ໃຫ້ຖວາຍກໍດີ, ແລ້ວກ່າວຂຶ້ນວ່າ ທ່ານຈົ່ງໄປເຖີດ. ການສົນທະນາກໍດີ, ການນັ່ງກໍດີ ຂອງເຮົາກັບທ່ານບໍ່ມີຄວາມຜາສຸຂເລີຍ. ການສົນທະນາກໍດີ ການນັ່ງກໍດີ ຂອງເຮົາຄົນດຽວ ຍ່ອມເປັນຜາສຸກ ການເວົ້າຢ່າງນີ້ເປັນປັຈຈັຍເທົ່ານັ້ນ ບໍ່ແມ່ນຢ່າງອື່ນ ເປັນປາຈິຕຕີຍ໌.
43. ອັນໜຶ່ງ, ພິກຂຸໃດ ສໍາເຣັຈການນັ່ງກີດຂວາງໃນຕະກູນທີ່ມີຄົນ 2 ຄົນ ເປັນປາຈິຕຕີຍ໌.
44. ອັນໜຶ່ງ, ພິກຂຸໃດ ນັ່ງໃນອາສະນະ ອັນເປັນທີ່ລັບ ທີ່ບັງ ກັບມາຕຸຄາມ ເປັນປາຈິຕຕີຍ໌.
45. ອັນໜຶ່ງ, ພິກຂຸໃດຜູ້ດຽວ ນັ່ງໃນທີ່ລັບຕາ ກັບມາຕຸຄາມຜູ້ດຽວ, ເປັນປາຈິຕຕີຍ໌.








