ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

1. ເປັນປາຈິຕຕີຍ໌ ເພາະສັມປະຊານະມຸສາວາທ.

2. ເປັນປາຈິຕຕີຍ໌ ເພາະດ່າດ້ວຍຄໍາຫຍາບ.

3. ເປັນປາຈິຕຕີຍ໌ ເພາະເວົ້າສັບສໍ່ ພິກຂຸ.

4. ອັນໜຶ່ງ, ພິກຂຸໃດ ຍັງອະນຸປະສັມບັນ ໃຫ້ກ່າວທັມໂດຍບົທ ຄືກ່າວພ້ອມກັນ ເປັນປາຈິຕຕີ.

5. ອັນໜຶ່ງ, ພິກຂຸໃດ ນອນຮ່ວມກັບ ອະນຸປະສັມບັນ ຍິ່ງກວ່າ 2-3 ຄືນ ເປັນປາຈິຕຕີຍ໌.

6. ອັນໜຶ່ງ, ພິກຂຸໃດ ນອນຮ່ວມກັບມາຕຸຄາມ ເປັນປາຈິຕຕີຍ໌.

7. ອັນໜຶ່ງ, ພິກຂຸໃດ ສະແດງທັມແກ່ມາຕຸຄາມ ຍິ່ງກວ່າ 5-6 ຄໍາ, ເວັ້ນເສຍແຕ່ມີບຸຣຸສ ຜູ້ຮູ້ດຽງສານັ່ງຢູ່ນໍາ ເປັນປາຈິຕຕີຍ໌.

8. ອັນໜຶ່ງ, ພິກຂຸໃດ ບອກອຸຕຕະຣິມະນຸສສະທັມ ທີ່ມີຈິງ ແກ່ອະນຸປະສັມບັນ ເປັນປາຈິຕຕີຍ໌.

9. ອັນໜຶ່ງ, ພິກຂຸໃດ ບອກອາບັຕຊົ່ວຫຍາບຂອງພິກຂຸ ແກ່ອະນຸປະສັມບັນ ເວັ້ນໄວ້ແຕ່ພິກຂຸໄດ້ຮັບສົມມຸຕ ເປັນປາຈິຕຕີຍ໌.

10.ອັນໜຶ່ງ, ພິກຂຸໃດ ຂຸດເອງກໍດີ, ໃຊ້ໃຫ້ຜູ້ອື່ນຂຸດກໍດີ ຊຶ່ງ ປະຖະພີ ເປັນປາຈິຕຕີຍ໌.

ມຸສາວາທວັຄທີ 1 (ຈົບ).

11. ອັນໜຶ່ງ,ພິກຂຸໃດ ພາກພູຕຄາມ ເປັນປາຈິຕຕີ

12. ເປັນປາຈິຕຕີຍ໌ ເພາະເປັນຜູ້ກ່າວຄໍາອື່ນ (ເມື່ອຖືກສອບຖາມ ຕອບຄໍາຖາມໄປໃນເລື່ອງອື່ນ)

13. ເປັນປາຈິຕຕີຍ໌ ເພາະຄວາມເປັນຜູ້ໂພນທະນາ ຈົ່ມວ່າ, ມັກກ່າວໂທຜູ້ອື່ນ.

14. ອັນໜຶ່ງ, ພິກຂຸໃດ ວາງໄວ້ແລ້ວກໍດີ, ໃຊ້ໃຫ້ຜູ້ອື່ນວາງໄວ້ກໍດີ, ຊຶ່ງຕຽງກໍດີ, ຕັ່ງກໍດີ, ເສື່ອກໍດີ, ເກົ້າອີ້ກໍດີ ອັນເປັນຂອງສົງຄ໌ ໃນທີ່ກາງແຈ້ງ, ເມື່ອຫຼີກໄປ ບໍ່ເກັບມ້ຽນກໍດີ, ບໍ່ສັ່ງໃຫ້ຜູ້ອື່ນເກັບມ້ຽນກໍດີ ຊຶ່ງເສນາສະນະທີ່ວາງໄວ້ນັ້ນ ຫຼື ບໍ່ມອບໝາຍໃຫ້ຜູ້ອື່ນ ແລ້ວຫຼີກໜີໄປເສຍ ເປັນປາຈິຕຕີຍ໌.

15. ອັນໜຶ່ງ, ພິກຂຸໃດ ປູແລ້ວກໍດີ, ໃຫ້ຜູ້ອື່ນປູແລ້ວກໍດີ ຊຶ່ງທີ່ນອນໃນວິຫານຂອງສົງຄ໌ ເມື່ອຫຼີກໄປ ບໍ່ເກັບມ້ຽນກໍດີ, ບໍ່ໄດ້ສັ່ງໃຫ້ຜູ້ອື່ນເກັບມ້ຽນກໍດີ ຊຶ່ງທີ່ນອນອັນປູໄວ້ນັ້ນ ຫຼື ບໍ່ໄດ້ບອກມອບໝາຍກໍດີ ແລ້ວຫຼີກໜີໄປເປັນປາຈິຕຕີຍ໌.

16. ອັນໜຶ່ງ, ພິກຂຸໃດຮູ້ຢູ່ ສໍາເຣັຈການນອນແຊກແຊງ ກີດກັນພິກຂຸ ຜູ້ທີ່ເຂົ້າໄປຢູ່ກ່ອນ ໃນວິຫານຂອງສົງຄ໌ ດ້ວຍໝາຍໃຈວ່າ ຜູ້ໃດມີຄວາມຄັບແຄ້ນໃຈ ຜູ້ນັ້ນ ກໍຈະຫຼີກໄປເອງ ທໍາຄວາມໝາຍຢ່າງນີ້ເທົ່ານັ້ນ ເປັນປັຈຈັຍບໍ່ແມ່ນຢ່າງອື່ນ ເປັນປາຈິຕຕີຍ໌.

17. ອັນໜຶ່ງ, ພິກຂຸໃດ ມີຄວາມຂັດໃຈ ໂກທເຄືອງ, ແກ່ດຶງກໍດີ, ໃຫ້ຜູ້ອື່ນແກ່ດຶງກໍດີ ຊຶ່ງພິກຂຸ ອອກຈາກວິຫານຂອງສົງຄ໌ ເປັນປາຈິຕຕີຍ໌.

18. ອັນໜຶ່ງ, ພິກຂຸໃດ ນັ່ງທັບກໍດີ, ນອນທັບກໍດີ ຊຶ່ງຕຽງກໍດີ, ຊຶ່ງຕັ່ງກໍດີ ທີ່ມີຂາສຽບ ທີ່ຕັ້ງຢູ່ເທິງຮ້ານ ຢູ່ໃນວິຫານຂອງສົງຄ໌ ເປັນປາຈິຕຕີຍ໌.

19. ອັນໜຶ່ງ, ພິກຂຸຜູ້ໃຫ້ສ້າງວິຫານໃຫຍ່ ຈະວາງສີໜ້າ ຫຼື ຍື່ນໜ້າຕ່າງ ປະຕູປ່ອງຢ້ຽມອອກໄປໄດ້ ໃນທີ່ ທີ່ບໍ່ມີພືດສົດສີຂຽວ, ໃຫ້ພອກ ຫຼື ໂບກປູນຫຼັງຄາໄດ້ 2-3 ຊັ້ນ, ຖ້າວ່າເກີນກວ່ານັ້ນ ເຖິງຈະຍື່ນອອກມຸງ ຫຼື ປົກບັງ ໃນທີ່ບໍ່ມີພືດສົດຂຽວກໍຕາມ ເປັນປາຈິຕຕີຍ໌.

20. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ວ່າ ໃນນໍ້ານັ້ນມີສັຕວ໌ ເອົານໍ້ານັ້ນຫົດຫຍ້າ ຫຼື ຫົດດິນ ດ້ວຍຕົນເອງກໍດີ, ໃຊ້ໃຫ້ຜູ້ອື່ນຫົດກໍດີ ເປັນປາຈິຕຕີຍ໌.

ພູຕຄາມວັຄທີ 2 (ຈົບ).

21. ອັນໜຶ່ງ, ພິກຂຸໃດ ບໍ່ໄດ້ຮັບສົມມຸຕ ກ່າວສອນ ນາງພິກຂຸນີ ເປັນປາຈິຕຕີຍ໌.

22. ເຖິງແມ່ນວ່າ ພິກຂຸ ຈະໄດ້ຮັບສົມມຸຕແລ້ວກໍຕາມ, ເມື່ອພຣະອາທິຕ ອັສສະດົງແລ້ວ ກ່າວສອນພິກຂຸນີຢູ່ ເປັນປາຈິຕຕີຍ໌.

23. ອັນໜຶ່ງ, ພິກຂຸໃດ ເຂົ້າໄປສູ່ທີ່ອາສັຍ ຂອງນາງພິກຂຸນີແລ້ວ ສັ່ງສອນພວກພິກຂຸນີ ເວັ້ນໄວ້ແຕ່ສະມັຍ ເປັນປາຈິຕຕີຍ໌. ສະມັຍໃນເລື່ອງນີ້ ຄື ພິກຂຸນີ ອາພາທ, ນີ້ເປັນສະມັຍໃນເລື່ອງນັ້ນ.

24. ອັນໜຶ່ງ, ພິກຂຸໃດ ກ່າວຢ່າງນີ້ວ່າ “ພວກພິກຂຸ ສັ່ງສອນພວກພິກຂຸນີ ເພາະເຫັນແກ່ອາມິສ” ເປັນປາຈິຕຕີຍ໌.

25. ອັນໜຶ່ງ, ພິກຂຸໃດ ໃຫ້ຈີວອນແກ່ພິກຂຸນີ ຜູ້ບໍ່ແມ່ນຍາຕ ເວັ້ນໄວ້ແຕ່ແລກປ່ຽນ, ເປັນປາຈິຕຕີຍ໌.

26. ອັນໜຶ່ງ, ພິກຂຸໃດ ຫຍິບກໍດີ, ໃຫ້ຜູ້ອື່ນຫຍິບກໍດີ, ຊຶ່ງຈີວອນ ເພື່ອພິກຂຸນີ ຜູ້ບໍ່ແມ່ນຍາຕ ເປັນປາຈິຕຕີຍ໌.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ