ສາທະຍາຍ
ໜ້າ/ 54
10. ອັນໜຶ່ງ, ພຣະຣາຊາກໍດີ, ຣາຊອໍາມາຕຍ໌ກໍດີ, ພຣາມກໍດີ, ຄະຫະບໍດີກໍດີ, ສົ່ງທູຕໃຫ້ນໍາເອົາຊັພຄ່າຈີວອນ ໄປຖວາຍພິກຂຸໂດຍສະເພາະວ່າ ເຈົ້າຈົ່ງຈ່າຍຊັພ ເພື່ອເປັນຄ່າຈີວອນ ແກ່ພິກຂຸຊື່ນີ້. ຖ້າທູຕນັ້ນ ເຂົ້າໄປຫາພິກຂຸຮູບນັ້ນ ຂໍໃຫ້ຮັບເອົາຊັພນັ້ນ. ພິກຂຸນັ້ນ ກໍຄວນກ່າວກັບທູຕຜູ້ນັ້ນວ່າຢ່າງນີ້: ພວກເຮົາບໍ່ສາມາດຮັບເອົາຊັພ ສໍາລັບຈ່າຍຄ່າຈີວອນ, ພວກເຮົາຮັບແຕ່ຈີວອນ ອັນເປັນຂອງຄວນໂດຍກາລ. ຖ້າທູຕຜູ້ນັ້ນຖາມວ່າ ມີໃຜເປັນໄວຍາວັຈກອນ ? ພິກຂຸຜູ້ຕ້ອງການຈີວອນ ຈົ່ງສະແດງຄົນຜູ້ທີ່ທໍາການໃນວັດ ຫຼື ອຸບາສົກ ໃຫ້ເປັນໄວຍາວັຈກອນດ້ວຍຄໍາວ່າ: ຄົນນີ້ແລ ເປັນໄວຍາວັຈກອນຂອງພິກຂຸທັງຫຼາຍ. ຖ້າທູຕນັ້ນ ສັ່ງໄວຍາວັຈກອນໃຫ້ເຂົ້າໃຈແລ້ວ ເຂົ້າໄປຫາພິກຂຸແລ້ວກ່າວວ່າ ຂ້າພະເຈົ້າ ໄດ້ສັງຄວາມໄວ້ກັບ ໄວຍາວັຈກອນຜູ້ນັ້ນແລ້ວ. ຖ້າທ່ານຕ້ອງການຈີວອນ ຈົ່ງໄປຫາເຂົາ ເຂົາຈັກໃຫ້ທ່ານຄອງຈີວອນຕາມກາລ. ພິກຂຸນັ້ນ ຕ້ອງການຈີວອນ ຈົ່ງໄປທວງຖາມເອົາຈາກໄວຍາວັຈກອນ, ຈົ່ງເຕືອນ 2-3 ຄັ້ງວ່າ ອາຕມາຕ້ອງການຈີວອນ, ພິກຂຸເຕືອນ 2-3 ຄັ້ງ ໃຫ້ຈັດຈີວອນໃຫ້, ການທວງຈີວອນສໍາເຣັຈໄດ້ຢ່າງນີ້ກໍເປັນການດີ, ຖ້າບໍ່ສໍາເຣັຈ ຈົ່ງໄປຢືນນິ້ງຢູ່ຕໍ່ໜ້າເຂົາ 6 ຄັ້ງເປັນຢ່າງຫຼາຍ, ຖ້າໄດ້ກໍເປັນການດີ, ຖ້າວ່າບໍ່ໄດ້ພິກຂຸຍັງພະຍາຍາມໄປເກີນກວ່ານັ້ນ ໄດ້ຈີວອນມາ ເປັນນິສສັຄຄີຍ໌ ປາຈິຕຕີຍ໌. ຖ້າບໍ່ສໍາເຣັຈ ພິກຂຸໄປເອງກໍໄດ້, ສົ່ງທູຕໄປກໍໄດ້, ໃຫ້ໄປຍັງສໍານັກທີ່ສົ່ງຄ່າຈີວອນເພື່ອທ່ານນັ້ນ ບອກວ່າ , ທ່ານໄດ້ສົ່ງຊັພ ຈ່າຍຄ່າຈີວອນ ສະເພາະພິກຂຸໃດ ຊັພນັ້ນບໍ່ສໍາເຣັຈແກ່ພິກຂຸນັ້ນ, ທ່ານຈົ່ງໄປທວງເອົາຊັພຂອງທ່ານຄືນ ຢ່າໃຫ້ຊັພຂອງທ່ານເສຍຫາຍເລີຍ, ອັນນີ້ເປັນສາມີຈິກັມ ໃນເລື່ອງນັ້ນ.
ຈີວອນວັຄທີ 1 (ຈົບ).
11. ອັນໜຶ່ງ, ພິກຂຸໃດ ໃຫ້ທໍາອາສນະ ທີ່ເຈືອປົນດ້ວຍໄໝ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
12. ອັນໜຶ່ງ, ພິກຂຸໃດແລ ໃຫ້ເຂົາເຮັດ ອາສນະ ທີ່ນັ່ງ ດ້ວຍຂົນສັຕວ໌ສີດໍາລ້ວນ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
13. ອັນໜຶ່ງ, ຜູ້ທີ່ໃຫ້ເຮັດອາສນະໃໝ່ ຈົ່ງເອົາຂົນສັຕວ໌ ສີດໍາລ້ວນ 2 ສ່ວນ, ສີຂາວ 1 ສ່ວນ ແລະ ສີແດງ 1 ສ່ວນ, ຖ້າວ່າພິກຂຸ ບໍ່ໃຊ້ສີດໍາ 2 ສ່ວນ, ສີຂາວ 1 ສ່ວນ ແລະ ສີແດງ 1 ສ່ວນ, ເຮັດອາສນະໃໝ່ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
14. ອັນໜຶ່ງ, ພິກຂຸໃຫ້ເຮັດອາສນະໃໝ່ແລ້ວ ຈົ່ງຊົງໄວ້ໃຫ້ໄດ້ 6 ຝົນ, ຖ້າໜ້ອຍກວ່າ 6 ຝົນທ່ານສະຫຼະແລ້ວກໍດີ, ຍັງບໍ່ທັນສະຫຼະ ຊຶ່ງອາສນະນັ້ນກໍດີ ໃຫ້ເຮັດອາສນະໃໝ່ ເວັ້ນເສຍແຕ່ວ່າ ພິກຂຸນັ້ນ ໄດ້ສົມມຸຕິ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
15. ອັນໜຶ່ງ, ພິກຂຸ ຜູ້ໃຫ້ເຮັດອາສນະ ສໍາລັບນັ່ງນັ້ນ ຈົ່ງຖືເອົາຊຶ່ງອາສນະເກົ່າ 1 ຄືບ ໂດຍຮອບ ເພື່ອເຮັດໃຫ້ເສຍສີ, ຖ້າພິກຂຸ ບໍ່ຖືເອົາຊຶ່ງອາສນະເກົ່າ ໂດຍຄືບພຣະສຸຄົຕ ຈາກອາສນະເກົ່າ ໃຫ້ທໍາອາສນະສໍາລັບນັ່ງໃໝ່ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
16. ອັນໜຶ່ງ, ຂົນສັຕວ໌ ເກີດຂຶ້ນ (ມີຜູ້ຖວາຍ) ແກ່ພິກຂຸ ຜູ້ເດີນທາງໄກ ຖ້າຕ້ອງການກໍຮັບເອົາໄດ້, ຄັນຮັບແລ້ວ ບໍ່ມີຄົນຖືໃຫ້ ກໍຈົ່ງຖືໄປດ້ວຍມືຂອງຕົນເອງ ຕະຫຼອດຣະຍະທາງ 3 ໂຍຊນ໌ ເປັນຢ່າງຫຼາຍ, ຖ້າວ່າເອົາໄປກວ່ານັ້ນ ບໍ່ມີຄົນຖືໃຫ້ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
17. ອັນໜຶ່ງ, ພິກຂຸໃດ ຍັງພິກຂຸນີ ຜູ້ທີ່ບໍ່ແມ່ນຍາຕ ໃຫ້ຊັກກໍດີ, ໃຫ້ຍ້ອມກໍດີ, ໃຫ້ສາງກໍດີ ຊຶ່ງຂົນສັຕວ໌ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
18. ອັນໜຶ່ງ, ພິກຂຸໃດ ຮັບເອງກໍດີ, ໃຫ້ຜູ້ອື່ນຮັບກໍດີ ຊຶ່ງຄໍາ ແລະ ເງິນ ຫຼື ວ່າມີຄວາມຍິນດີ ໃນຄໍາ ແລະ ເງິນທີ່ເຂົາຮັບໄວ້ເພື່ອຕົນນັ້ນ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
19. ອັນໜຶ່ງ, ພິກຂຸໃດ ທໍາການຊື້ຂາຍດ້ວຍຣູປິຍະ ມີປະການຕ່າງໆ, ເປັນນິສສັຄຄີຍ໌ປາຈິຕຕີຍ໌
20. ອັນໜຶ່ງ, ພິກຂຸໃດ ທໍາການແລກປ່ຽນ ມີປະການຕ່າງໆ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.
ໂກສິຍະວັຄທີ 2 (ຈົບ).
21. ພິກຂຸ ຈົ່ງຊົງອະຕິເຣກບາຕໄວ້ໄດ້ 10 ວັນເປັນຢ່າງຍິ່ງ, ພິກຂຸຊົງໄວ້ເກີນກໍານົດນັ້ນໄປ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.








