ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

3. ຈີວອນຂອງພິກຂຸ ສໍາເຣັຈແລ້ວ ກະຖິນເດາະເສຍແລ້ວ, ອະກາລະຈີວອນ ເກີດຂຶ້ນແກ່ພິກຂຸ, ພິກຂຸມີຫວັງວ່າ ຈະໄດ້ຈີວອນຕື່ມຢູ່ ກໍຄວນຮັບ ຄັນຮັບເອົາໄວ້ແລ້ວ ກໍຈົ່ງຟ້າວເຮັດ, ຖ້າວ່າຜ້ານັ້ນ ບໍ່ພຽງພໍ, ເມື່ອຄວາມຫວັງວ່າຈະໄດ້ຜ້າມາຕື່ມອີກນັ້ນມີຢູ່, ພິກຂຸນັ້ນ ກໍຄວນເກັບຈີວອນນັ້ນໄວ້ໄດ້ ເດືອນໜຶ່ງເປັນຢ່າງດົນ, ເພື່ອວ່າຈີວອນ ຄືຜ້າທີ່ຍັງບົກພ່ອງ ບໍ່ພຽງພໍນັ້ນຈະໄດ້ພຽງພໍ, ຖ້າວ່າເກັບໄວ້ເກີນກໍານົດນັ້ນ ເຖິງຈະມີຫວັງວ່າ ຈະໄດ້ຈີວອນຕື່ມອີກຢູ່ກໍຕາມ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

4. ອັນໜຶ່ງ, ພິກຂຸໃດ ໃຫ້ພິກຂຸນີ ທີ່ບໍ່ແມ່ນຍາຕ ໃຫ້ຊັກກໍດີ, ໃຫ້ຍ້ອມກໍດີ, ໃຫ້ທຸບກໍດີ ຊຶ່ງຜ້າຈີວອນເກົ່າ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

5. ອັນໜຶ່ງ, ພິກຂຸໃດ ຮັບຈີວອນ ຈາກມືພິກຂຸນີ ທີ່ບໍ່ແມ່ນຍາຕ ເວັ້ນໄວ້ແຕ່ເປັນການ ແລະ ປ່ຽນກັນ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

6. ອັນໜຶ່ງ, ພິກຂຸໃດ ຂໍຊຶ່ງຈີວອນ ຈາກຄະຫະບໍດີ ກໍດີ, ຈາກຄະຫະປະຕານີ ກໍດີ, ຜູ້ທີ່ບໍ່ແມ່ນຍາຕ ນອກຈາກສະມັຍ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

ສະມັຍ ໃນຄໍານັ້ນ ໝາຍຄວາມວ່າ ໃນເວລາທີ່ພິກຂຸ ຖືກໂຈຣຍາດຊີງເອົາຈີວອນໄປ ຫຼື ມີຈີວອນເສຍຫາຍໄປ.

7. ຖ້າພໍ່ເຈົ້າເຮືອນກໍດີ ແມ່ເຈົ້າເຮືອນກໍດີ ຜູ້ທີ່ບໍ່ແມ່ນຍາຕ ບໍ່ແມ່ນປະວາຣະນາຂອງພິກຂຸນັ້ນ, ພິກຂຸນັ້ນ ໄປຂໍຈີວອນຈຳນວນຫຼາຍ ເພື່ອນໍາເອົາໄປຕາມໃຈ. ພິກຂຸນັ້ນ ຄວນຍິນດີໃນຈີວອນ ອັນມີ ອຸຕຣາສົງຄ໌ ແລະ ອັນຕຣະວາສົກ ເປັນຢ່າງຫຼາຍ ໃນຈີວອນເຫຼົ່ານັ້ນ. ຖ້າມີເກີນກວ່ານັ້ນ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

8. ອັນໜຶ່ງ, ມີພໍ່ເຈົ້າເຮືອນກໍດີ, ແມ່ເຈົ້າເຮືອນກໍດີ, ທີ່ບໍ່ແມ່ນຍາຕ ຕຽມທີ່ຈະຈ່າຍຄ່າຈີວອນແກ່ພິກຂຸໄວ້ວ່າ , ເຮົາຈະຈ່າຍດ້ວຍເງິນພຽງເທົ່ານີ້ ໃຫ້ພິກຂຸຊື່ນີ້ໃຊ້ຈີວອນ. ຖ້າເຂົາບໍ່ໄດ້ປະວາຣະນາໄວ້ກ່ອນ ແລ້ວເຂົ້າໄປຫາເຂົາ ເຖິງສໍານັກຂອງເຂົາ ໂດຍກ່າວວ່າ, ດີແລ້ວ ທ່ານຈົ່ງຈ່າຍຄ່າຈີວອນເຊັ່ນນັ້ນ ເຊັ່ນນີ້ ດ້ວຍເງິນສໍາລັບຈີວອນນີ້ ເພື່ອຍັງຮູບໃຫ້ຄອງເຖີດ. ຖືເອົາຄວາມເປັນຜູ້ໄຄ່ຈີວອນດີ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

9. ອັນໜຶ່ງ, ມີພໍ່ເຈົ້າເຮືອນກໍດີ, ແມ່ເຈົ້າເຮືອນກໍດີ, ຜູ້ທີ່ບໍ່ແມ່ນຍາຕ 2 ຄົນ ຈັດແຈງຊັພໄວ້ ເພື່ອຈ່າຍຄ່າຈີວອນ, ສະເພາະຜືນໃດຜືນໜຶ່ງ ໄວ້ສະເພາະພິກຂຸວ່າ ເຮົາທັງຫຼາຍຈັກຈ່າຍຄ່າຈີວອນຜືນນີ້ ເພື່ອໃຫ້ພິກຂຸຮູບນີ້ ຄອງຈີວອນຜືນນີ້ດ້ວຍກັນ. ຖ້າເຂົາບໍ່ໄດ້ປະວາຣະນາໄວ້ກັບພິກຂຸຮູບນັ້ນກ່ອນ. ພິກຂຸຮູບນັ້ນ ເຂົ້າໄປຫາເຂົາ ກໍານົດຈີວອນ ໃຫ້ເຂົາຊື້ດ້ວຍຣາຄາ ຄືດ້ວຍຊັພທີ່ 2 ຄົນນັ້ນຮ່ວມກັນຈະຊື້ຖວາຍ. ອັນນີ້ ຖືເອົາຄວາມເປັນຜູ້ມັກໄຄ່ ໃນຈີວອນດີ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ