ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

22. ອັນໜຶ່ງ, ພິກຂຸໃດ ມີບາຕຣ໌ທີ່ມີຮອຍແຫງ ບໍ່ເຖິງ 5 ແຫ່ງ ໃຫ້ປ່ຽນບາຕຣ໌ໜ່ວຍໃໝ່ ເປັນນິສສັຄຄີຍ໌ ປາຈິຕຕີຍ໌. ພິກຂຸນັ້ນຕ້ອງສະຫຼະບາຕຣ໌ນັ້ນ ໃນພິກຂຸບໍຣິສັທ, ບາຕຣ໌ໃບສຸດແຫ່ງພິກຂຸບໍຣິສັທນັ້ນ ຈົ່ງມອບໃຫ້ແກ່ພິກຂຸນັ້ນ ແລະ ສັ່ງວ່າ “ນີ້ບາຕຣ໌ຂອງທ່ານ ຕ້ອງຊົງໄວ້ຈົນກວ່າຈະແຕກ.” ນີ້ເປັນສາມີຈິກັມໃນເລື່ອງນັ້ນ.

23. ອັນໜຶ່ງ, ມີເພສັຊ ອັນຄວນແກ່ການບໍຣິໂພຄ ຂອງພິກຂຸຜູ້ທີ່ອາພາທຄື: ເນີຍໄສ,ເນີຍຂຸ້ນ, ນໍ້າມັນ, ນໍ້າເຜິ້ງ, ນໍ້າອ້ອຍ. ພິກຂຸ ຮັບປະເຄນຂອງເຫຼົ່ານັ້ນແລ້ວ ຈົ່ງເກັບໄວ້ສັນໄດ້ 7 ວັນເປັນຢ່າງຍິ່ງ, ພິກຂຸເກັບໄວ້ໃຫ້ລ່ວງນັ້ນໄປ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

24. ອັນໜຶ່ງ, ພິກຂຸຮູ້ວ່າ ລະດູຮ້ອນຍັງອີກ 1 ເດືອນ ຈຶ່ງໄດ້ສະແຫວງຫາຜ້າຈີວອນຄື ຜ້າອາບນໍ້າຝົນ, ຮູ້ວ່າ ລະດູຮ້ອນຍັງເຫຼືອອີກເຄິ່ງເດືອນຈຶ່ງເອົາຈີວອນ ທີ່ຕົນຫາມາໄດ້ນັ້ນ ເຮັດເປັນຜ້າອາບນໍ້າຝົນ, ພິກຂຸ ຮູ້ວ່າລະດູຮ້ອນ ຍັງເຫຼືອເກີນ 1 ເດືອນ ສະແຫວງຫາຈີວອນ ຄືຜ້າອາບນໍ້າຝົນ ແລະ ຮູ້ວ່າຍັງເຫຼືອກວ່າເຄິ່ງເດືອນ ເອົາຈີວອນທີ່ຫາມາໄດ້ນັ້ນ ເຮັດເປັນຜ້າອາບນໍ້າຝົນນຸ່ງ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

25. ອັນໜຶ່ງ, ພິກຂຸໃດ ໃຫ້ຈີວອນແກ່ພິກຂຸອື່ນແລ້ວ ມີຄວາມໂກທ ນ້ອຍໃຈ ຍາດຊີງເອົາຄືນດ້ວຍຕົນເອງກໍດີ, ໃຫ້ຜູ້ອື່ນຍາດຊີງເອົາມາກໍດີ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

26. ອັນໜຶ່ງ,ພິກຂຸໃດ ຂໍດ້າຍມາເອງແລ້ວ ໃຫ້ຊ່າງຫູກຕໍ່າຈີວອນໃຫ້,ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

27. ອັນໜຶ່ງ, ພໍ່ເຈົ້າເຮືອນກໍດີ ແມ່ເຈົ້າເຮືອນກໍດີ ຜູ້ບໍ່ແມ່ນຍາຕ ສັ່ງຊ່າງຫູກໃຫ້ຕໍ່າຈີວອນ ສະເພາະແກ່ພິກຂຸ, ຖ້າພິກຂຸນັ້ນ ເຂົາບໍ່ໄດ້ປະວາຣະນາໄວ້ກ່ອນ ເຂົ້າໄປຫາຊ່າງຫູກແລ້ວ ກໍານົດໃນຈີວອນ ໃນສໍານັກຂອງເຂົານັ້ນວ່າ ຈີວອນຜືນນີ້ຕໍ່າສະເພາະຮູບ ຂໍທ່ານຈົ່ງທໍາໃຫ້ຍາວ, ໃຫ້ກວ້າງ, ໃຫ້ແໜ້ນ, ໃຫ້ເປັນຂອງຂຶງດີ, ໃຫ້ເປັນຂອງທີ່ຕໍ່າດີ, ໃຫ້ເປັນຂອງທີ່ສາງດີ, ໃຫ້ເປັນຂອງທີ່ລີດດີ, ແລ້ວ ຮູບຈະໃຫ້ຂອງເລັກນ້ອຍ ເປັນລາງວັນແກ່ທ່ານ. ເມື່ອກ່າວຢ່າງນີ້ແລ້ວ ພິກຂຸນັ້ນໃຫ້ຂອງເລັກນ້ອຍເປັນລາງວັນໂດຍທີ່ສຸດ ພຽງແຕ່ບິນດະບາຕ ກໍຕາມ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

28. ວັນປຸນນະມີ ທີ່ຄົບ 3 ເດືອນ ແຫ່ງເດືອນກັຕຕິກາ (ເດືອນ 11 ເພັງ) ຍັງບໍ່ທັນເຖິງ 10 ວັນ, ອັຈເຈກະຈີວອນເກີດຂຶ້ນ (ມີຜູ້ຖວາຍ) ແກ່ພິກຂຸ, ພິກຂຸຮູ້ວ່າເປັນອັຈເຈກະຈີວອນ ຄວນຮັບເອົາໄດ້. ຄັນວ່າຮັບເອົາແລ້ວ ຈົ່ງເກັບໄວ້ ຈົນຕະຫຼອດເຖິງສະມັຍ ທີ່ເປັນຈີວອນກາລ, ຖ້າເກັບໄວ້ເກີນກວ່ານັ້ນໄປ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

29. ອັນໜຶ່ງ, ເຖິງວັນປຸນນະມີແຫ່ງເດືອນກັຕຕິກາ ທີ່ສຸດແຫ່ງລະດູຝົນ ພິກຂຸ ຢູ່ໃນເສນາສະນະປ່າ ທີ່ຮູ້ກັນວ່າເປັນບ່ອນອັນຕະລາຍ ມີໄພສະເພາະໜ້າ ແຕ່ວ່າປາຖນາທີ່ຈະຢູ່ໃນເສນາສະນະປ່ານັ້ນຕໍ່ໄປ ຕະຫຼອດເຖິງວັນເພັງ ເດືອນ 12, ຈົ່ງເກັບຈີວອນ 3 ຜືນ ຜືນໃດຜືນໜຶ່ງໄວ້ໃນບ້ານໄດ້ ແລະ ປັຈຈັຍອັນໃດໆ ເພື່ອຈະຢູ່ປາສະຈາກຈີວອນນັ້ນ ຈະຕ້ອງມີແກ່ພິກຂຸ, ພິກຂຸນັ້ນ ຄວນຢູ່ປາສະຈາກຈີວອນນັ້ນໄດ້ພຽງ 6 ຄືນເປັນຢ່າງຍິ່ງ, ຖ້າຢູ່ປາສະຈາກໄຕຣຈີວອນເກີນກວ່ານັ້ນ, ເວັ້ນໄວ້ແຕ່ໄດ້ສົມມຸຕ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

30. ອັນໜຶ່ງ, ພິກຂຸໃດ ຮູ້ຢູ່ວ່າ ລາພທີ່ເຂົາຈັດໄວ້ເພື່ອສົງຄ໌ແລ້ວນ້ອມລາພນັ້ນມາເພື່ອຕົນ, ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

ປັຕຕະວັຄທີ 3 (ຈົບ).

ທ່ານທັງຫຼາຍ ທັມຊື່ ນິສສັຄຄີຍ ປາຈິຕຕີຍ໌ 30 ຂ້າພະເຈົ້າສະແດງຂຶ້ນແລ້ວແລ.

ຂະນ້ອຍາຖາມທ່ານທັງຫຼາຍໃນເລື່ອງນັ້ນ ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ຂະນ້ອຍຖາມແມ່ນເທື່ອທີ 2 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ຂະນ້ອຍຖາມແມ່ນເທື່ອທີ 3 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ທ່ານທັງຫຼາຍ ເປັນຜູ້ບໍຣິສຸທ ໃນຂໍ້ເຫຼົ່ານັ້ນແລ້ວ ເພາະສະນັ້ນຈຶ່ງເປັນຜູ້ນິ້ງ, ຂະນ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.

ທັມທັງຫຼາຍຊື່ ນິສສັຄຄີຍ ປາຈິຕຕີຍ໌ ຈົບ.

ປາຈິຕຕີຍ໌ 92

ທ່ານທັງຫຼາຍ ທັມຊື່ວ່າ ປາຈິຕຕີຍ໌ 92 ເຫຼົ່ານີ້ແລ ຍ່ອມມາສູ່ອຸທເທສ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ