ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ພິກຂຸເວັ້ນຂາດຈາກການລ້ຽງຊີບ ໂດຍທາງຜິດດ້ວຍເດຣັຈສານວິຊາ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງລ້ຽງຊີບໂດຍທາງຜິດດ້ວຍເດຣັຈສານວິຊາ ເຫັນປານນີ້ຄື: ເຮັດພີທີ່ບະ ເຮັດພີທີ່ແກ້ບະ, ຈົມມົນໄລ່ຜີ ສອນມົນປ້ອງກັນບ້ານເຮືອນ, ເຮັກກະເທຍໃຫ້ກັບເປັນຊາຍ ເຮັດຊາຍໃຫ້ກາຍເປັນກະເທຍ, ເຮັດພີທີ່ປຸກເຮືອນ ເຮັດພີທີ່ບວງສຣວງພື້ນທີ່, ເປົ່ານໍ້າມົນ ຮົດນໍ້າມົນ, ເຮັດພີທີ່ບູຊາໄຟ ປຸງຢາສຳຣອກ, ປຸງຢາຖ່າຍ ປຸງຢາຖ່າຍໂທດເບື້ອງເທິງ ປຸງຢາຖ່າຍໂທດເບື້ອງລຸ່ມ, ປຸງຢາແກ້ປວດຫົວ ຫຸງນໍ້າມັນຍອດຫູ, ປຸງຢາຕາ ປຸງຢານັຕ (ຢາດົມ), ປຸງຢາທາກັດ ປຸງຢາທາສະໝານ, ປ້າຍຢາຕາ ເຮັດການຜ່າຕັດ ຮັກສາເດັກນ້ອຍ ໃສ່ຍາ ລ້າງບາດແຜ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ມະຫາບໍພິດ ! ພິກຂຸສົມບູນດ້ວຍສີລຢ່າງນີ້ ຍ່ອມບໍ່ປະສົບພັຍແຕ່ໃດໆເລີຍເພາະສີລສັງວອຣນັ້ນ ປຽງເໝືອນກະສັດຜູ້ໄດ້ມູລະທາພິເສກ ກຳຈັດສັດຕຣູໄດ້ແລ້ວ ຍຮອມບໍ່ປະສົບພັຍແຕ່ໃດໆເພາະສັຕຕຣູນັ້ນ.

ມະຫາບໍພິດ ! ພິກຂຸກໍເຊັ່ນນັ້ນ ສົມບູນດ້ວຍສີລຢ່າງນີ້ແລ້ວ ຍ່ອມບໍ່ປະສົບພັຍແຕ່ໃດໆເລີຍເພາະສີລສັງວອຣນັ້ນ ພິກຂຸສົມບູນດ້ວຍອະຣິຍະສີລຂັນທ໌ນີ້ ຍ່ອມສະເຫວີຍສຸກ ອັນປາສະຈາກໂທດໃນພາຍໃນ.

ມະຫາບໍພິດ ! ດ້ວຍປະການດັ່ງກ່າວມານີ້ແລ ພິກຂຸຈຶ່ງຊື່ວ່າເປັນຜູ່ເຖິງພ້ອມດ້ວຍສີລ

ຈົບມະຫາສີລ

21.ຄຳແຜ່ເມຕຕາ ວິຣູປັກເຂ

ວິຣູປັກເຂຫິ ເມ ເມຕຕັງ ຄວາມເປັນມິຕຕຂອງເຮົາ ຈົ່ງມີກັບງູຕະກູລວິຣູປັກຂະທັງຫຼາຍ

ເມຕຕັງ ເອຣາປະເຖຫິ ເມ ຄວາມເປັນມິຕຕຂອງເຮົາ ຈົ່ງມີກັບງູຕະກູລເອຣາປະຖະທັງຫຼາຍ

ສັພພະຍາປຸຕເຕຫິ ເມ ເມຕຕັງ ຄວາມເປັນມິຕຕຂອງເຮົາ ຈົ່ງມີກັບງູຕະກູລສັພພະຍາປຸຕຕະທັງຫຼາຍ

ເມຕຕັງກັນຫາໂຄຕະມະເກຫິຈະ ຄວາມເປັນມິຕຕຂອງເຮົາ ຈົ່ງມີກັບງູຕະກູລກັນຫາໂຄຕະມະກະທັງຫຼາຍ

ອະປາທະເກຫິ ເມ ເມຕຕັງ ຄວາມເປັນມິຕຕຂອງເຮົາ ຈົ່ງມີກັບສັຕທີ່ບໍ່ມີຂາ ທັງຫຼາຍ

ເມຕຕັງ ທິປາທະເກຫິ ເມ ຄວາມເປັນມິຕຕຂອງເຮົາ ຈົ່ງມີກັບສັຕທີມີ 2 ຂາ ທັງຫຼາຍ

ຈະຕຸບປະເທຫິ ເມ ເມຕຕັງ ຄວາມເປັນມິຕຕຂອງເຮົາ ຈົ່ງມີກັບສັຕທີມີ 4 ຂາທັງຫຼາຍ

ເມຕຕັງ ພະຫຸບປະເທຫິ ເມ ຄວາມເປັນມິຕຕຂອງເຮົາ ຈົ່ງມີກັບສັຕທີມີຫຼາຍຂາ ທັງຫຼາຍ

ມາ ມັງ ອະປະທະໂກ ຫິງສິ ຂໍສັຕທີ່ບໍ່ມີຂາ ຢ່າໄດ້ບຽດບຽນເຮົາ

ມາ ມັງ ຫິງສິທິປາທະໂກ ສັຕທີ່ມີ 2 ຂາ ຢ່າໄດ້ບຽດບຽນເຮົາ

ມາ ມັງ ຈະຕຸບປະໂກ ຫິງສິ ສັຕທີ່ມີ 4 ຂາ ຢ່າໄດ້ບຽດບຽນເຮົາ

ມາ ມັງ ຫິງສິ ພະຫຸບປະໂກ ສັຕທີ່ມີຫຼາຍຂາ ຢ່າໄດ້ບຽດບຽນເຮົາ

ສັພເພ ສັຕຕາ ສັພເພ ປານາ ຂໍສັຕທັງຫຼາຍ ທັງປວງ ຜູ້ມີລົມຫຼາຍໃຈ

ສັພເພ ພູຕາ ຈະ ເກວະລາ ແລະ ເຫຼົ່າພູຕະສັຕທັງປວງ ທີ່ປາສະຈາກລົມຫາຍໃຈ

ສັພເພ ພັດທະຣານິ ປັດສັນຕຸ ຈົ່ງປະສົບແຕ່ຄວາມຈະເລີນ ດ້ວຍກັນທັງໝົດເທີ້ນ

ມາ ກິນຈິ ປາປະມາຄະມາ ຢ່າໄດ້ຮັບໂທສອັນຊົ່ວຊ້າໃດໆ ເລີຍ

ອັປປະມາໂນ ພຸທໂທ ພຣະພຸດທະເຈົ້າ ຊົງມີຄຸນຫາປະມານບໍ່ໄດ້

ອັປປະມາໂນ ທັມໂມ ພຣະທັມ ຊົງມີຄຸນຫາປະມານບໍ່ໄດ້

ອັປປະມາໂນ ສັງໂຄ ພຣະສົງຄ໌ ຊົງມີຄຸນຫາປະມານບໍ່ໄດ້

ປະມານະວັນຕານິສິຣິງສະປານິ ສັດເຫຼືອຄານທັງຫຼາຍເຫຼົ່ານີ້ ລ້ວນມີຄຸນປະມານຈຳກັດ ບໍ່ຫຼາຍເທົ່າພຣະຣັຕຕະນະໄຕຣ

ອະຫິວິຈສິກາ ສະຕະປະທີ ຄື ງູ, ແມງງອດແມງເງົາ, ຂີ້ເຂັບ

ອຸນນານາພີ ສະຣະພູ ມູສິກາ ແມງມຸມ ກັບແກ້ ແລະ ໝູ

ກະຕາ ເມ ຣັກຂາ ກະຕາ ເມ ປະຣິຕຕາ ປະຕິກກະມັນຕຸ ພູຕານິ

ຂໍສັຕທັງຫຼາຍເຫຼົ່ານີ້ ຈົ່ງຫຼີກໜີ້ໄປເສຍເຖີດ ເພາະການຮັກສາ ການປ້ອງກັນ ເຮົາໄດ້ເຮັດໄວ້ແລ້ວ

ໂສຫັງ ນະໂມ ພະຄະວະໂຕ ເພາະຂ້າພະເຈົ້ານັ້ນ ກະທຳຄວາມນອບນ້ອມ ແດ່ພຣະຜູ້ມີພຣະພາຄເຈົ້າຢູ່

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ