ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ນະໂມ ສັຕຕັນນັງ ສັມມາສັມພຸທທານັງ ກະທຳຄວາມນອບນ້ອມ ແດ້ພຣະສັມມາສັມພຸດທະເຈົ້າ 7 ພຣະອົງຢູ່.

22.ບຸບພະກິດແປລ

ກ່ອນຈະລົງອຸໂປສົດ ຄວນເຮັດບຸຣະພະກິຈ 9 ປະການ ຄື

ປົດກວດສະຖານທີ່ຈະລົງອຸໂປສົດ

ຈຸດປະທິບໃນທີ່ນັ້ນ

ແຕ່ງຕັ້ງ ອາສະນະ

ຕັ້ງນໍ້າສັນ ນໍ້າໃຊ້

ນໍາສັນທະຂອງພິກຂຸຜູ້ຄວນແກ່ສັນທະ

ບອກລະດູ

ນຳປາຣິສຸດຂອງພິກຂຸ ຜູ້ລົງອຸໂປສົດບໍ່ໄດ້

ນັບຈຳນວນພິກຂຸ

ບອກສອນພວກພິກຂຸນີ

ໃນບຸພພະກິຈ 9 ນັ້ນ 4 ເບື້ອງຕົ້ນ ອັນຄົນເຝົ້າອາຣາມ ແລະ ພິກຂຸທັງຫຼາຍຜູ້ຮູ້ວັຕຂອງພິກຂຸ ໄດ້ເຮັດສຳເຣັດແລ້ວ

ສ່ວນການນຳສັນທະ ນຳປາຣິສຸດທິບໍມີ ເພາະພິກຂຸທັງຫຼາຍຜູ້ນັ່ງເວັ້ນຫັຕຖະບາດ ໃນສີມານີ້ບໍ່ມີ

ການບອກລະດູໂດຍສະໄໝດັ່ງນີ້ວ່າ ລ່ວງເທົ່ານີ້ ເຫຼືອເທົ່ານີ້ ຊື່ວ່າບອກລະດູ ກໍໃນສາສະນານີ້ມີ 3 ລະດູ ດ້ວຍອຳນາດແຫ່ງລະດູໜາວ ລະດູຮ້ອນ ລະດູຝົນ, ກໍລະດູນີ້ເປັນລະດູໜາວທໃນລະດູໜາວນີ້ມີ 8 ອຸໂບສົດ ອຸໂບສົດນຶ່ງຖືດ້ວຍປັກອັນນີ້ ຍັງເຫຼືອ 7 ອຸໂບສົດ ທ່ານທັງປວງຄວນຈຳການບອກລະດູຢ່າງນີ້ ດ້ວຍອາການຢ່າງນີ້.

ການນັບພິກຂຸໂດຍນັຍນີ້ວ່າ ພິກຂຸທັງຫຼາຍຜູ້ປະຊຸມກັນ ເພື່ອປະສົງລົງອຸໂບສົດໃນໂຣງອຸໂບສົດນີ້ ເທົ່ານີ້ອົງ ດັ່ງນີ້ ຊື່ວ່າການນັບພິກຂຸ ກໍໃນໂຮງອຸໂບສົດນີ້ມີພິກຂຸປະຊຸມກັນ 4 ອົງ ທ່ານທັງຫຼາຍຈົ່ງຈື່ແມ່ນນີ້ຄືການນັບພິກຂຸ ດັ່ງນີ້.

ກໍການສອນພິກຂຸນີບໍ່ມີ ເພາະພວກພິກຂຸນີນັ້ນ ໃນເວລານີ້ບໍ່ມີ

ເພາະບຸພພະກິຈຊຶ່ງມີໂອກາດພໍຈະທຳ ໄດ້ທຳແລ້ວ

ເພາະໃຫ້ບຸພພະກິຈ ເຊິ່ງໝົດໂອກາດຈະທຳສຳເຣັດໄປຮຽບຮ້ອຍແລ້ວຕາມປະກະຕິ ດ້ວຍປະການດັ່ງນີ້ ບຸພພະກິຈ 9 ປະການນັ້ນ ຈຶ່ງເປັນອັນສຳເຣັດຮຽບຮ້ອຍແລ້ວດ້ວຍປະການຢ່າງນີ້.

__________________________________________

ก็เมื่อบุพพกิจสำเร็จแล้ว ถ้าวันนั้นเป็นวันจาตุททสี (14 ຄໍ່າ) หรือวันปัณณรสี (15 ຄໍ່າ) หรือเป็นวันสามัคคี (สามัคคีอุโบสถ อุโบสถที่ทำขึ้นเป็นกรณีพิเศษ เมื่อสงฆ์ ๒ ฝ่ายซึ่งแตกกันกลับมาปรองดองสมานกันเข้าได้ สามัคคีอุโบสถไม่กำหนดด้วยวันที่ตายตัว สงฆ์พร้อมเพรียงกันเมื่อใด ก็ทำเมื่อนั้น เรียกวันนั้นว่า วันสามัคคี) วันใดวันหนึ่ง เช่น อุโบสถวันนี้ที่ 15 ก็แลภิกษุผุ้ควรแก่สังฆอุโบสถ พอทำสำเร็จได้มีกำหนด 4 รูปก็ดี เกินกว่านั้นก็ดี เป็นปกตัตตะภิกษุ (ภิกษุปกติ) ไม่ต้องปาราชิก หรือไม่ถูกสงฆ์ยกวัตร ทั้งเธอไม่ละหัตถบาสแล ตั้งอยู่ในสีมาเดียวกัน และถ้าเธอไม่มีสภาคาบัติโดยวัตถุ เพราะฉันอาหารในเวลาวิกาลเป็นต้น และถ้าไม่มีบุคคลควรเว้นไร ๆ ในหัตถบาสซึ่งควรเว้น ด้วยกันไว้เสียนอกหัตถบาส อุโบสถกรรมนั้นกำหนดแล้วด้วยลักษณะทั้ง 4 นี้ ชื่อว่ามีความพร้อมพรั่งถึงที่แล้ว สมควรทำได้ ด้วยประการฉะนี้.

สงฆ์ทราบความพร้อมพรั่งถึงที่แห่งอุโบสถกรรมแล้ว พึงให้อนุมัติอุโบสถที่จะกระทำ ฐณ กาลบัดนี้.

23.ພິກຂຸປາຕິໂມກຂ໌

ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄ ອະຣະຫັນຕະສັມມາສັມພຸທທະເຈົ້າ ພຣະອົງຄ໌ນັ້ນ

ເຊິ່ງເປັນຜູ້ໄກຈາກກິເລດ ຕັດສະຮູ້ຊອບໄດ້ໂດຍພຣະອົງເອງ (3 ຈົບ).

ທ່ານທັງຫຼາຍ ຂໍສົງຄ໌ຈົ່ງຟັງຂ້ານ້ອຍ ອຸໂບສົຖວັນນີ້ 15 ຄໍ່າ. ຖ້າຄວາມພ້ອມພຽງຂອງສົງຄ໌ເຖິງທີ່ແລ້ວ ສົງຄ໌ຈົ່ງທໍາອຸໂບສົຖ ຈົ່ງສະແດງປາຕິໂມກຂ໌.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ