ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ພິກຂຸເວັ້ນຂາດຈາກການລ້ຽງຊີບ ໂດຍທາງຜິດດ້ວຍເດຣັຈສານວິຊາ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງລ້ຽງຊີບໂດຍທາງຜິດດ້ວຍເດຣັຈສານວິຊາ ເຫັນປານນີ້ຄື: ເບິ່ງເລິກຍາມຕຣາທັບ ພະຣາຊາຈະຍົກທັບອອກ ພະຣາຊາຈະບໍ່ຍົກທັບອອກ, ພະຣາຊາພາຍໃນຈະຍົກເຂົ້າມາປະຊິດ, ພະຣາຊາພາຍນອກຈະຖອຍ, ພະຣາຊາພາຍນອກຈະຍົກເຂົ້າມາປະຊິດ, ພະຣາຊາພາຍໃນຈະຖອຍ, ພະຣາຊາພາຍໃນຈະມີໄຊ ພະຣາຊາພາຍນອກຈະປາລາໄຊ, ພະຣາຊາພາຍນອກຈະມີໄຊ ພະຣາຊາພາຍໃນຈະປາລາໄຊ, ພະຣາຊາອົງນີ້ຈະມີໄຊ ພະຣາຊາອົງນີ້ຈະປາລາໄຊ, ເພາະເຫດນີ້ໆ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກການລ້ຽງຊີບ ໂດຍທາງຜິດດ້ວຍເດຣັຈສານວິຊາ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງລ້ຽງຊີບໂດຍທາງຜິດດ້ວຍເດຣັຈສານວິຊາ ເຫັນປານນີ້ຄື: ພະຍາກອນວ່າ ຈະມີຈັນທະຄາສ, ຈະມີສຸຣິຍະຄາສ, ຈະມີນັກສັຕຄາສ, ດວງຈັນດວງອາທິດຈະໂຄຈອນຖືກທາງ ດວງຈັນດວງອາທິດຈະໂຄຈອນຜິດທາງ, ດາວນັກສັຕຈະໂຄຈອນຖືກທາງ ດາວນັກສັຕຈະໂຄຈອນຜິດທາງ, ຈະມີອຸບາຕ, ຈະມີດາວຫາງ, ຈະມີແຜ່ນດິນໄຫວ, ຈະມີຟ້າຮ້ອງ, ດວງຈັນດວງອາທິດແລະດາວນັກສັຕຈະຂຶ້ນ ດວງຈັນດວງອາທິດແລະດາວນັກສັຕຈະຕົກ, ດວງຈັນດວງອາທິດແລະດາວນັກສັຕຈະມົວໝອງ ດວງຈັນດວງອາທິດແລະດາວນັກສັຕຈະສະວ່າງສະໄຫວ, ຈັນທະຄາສຈະມີຜົນເປັນຢ່າງນີ້, ສຸຣິຍະຄາສຈະມີຜົນເປັນຢ່າງນີ້, ນັກສັຕຄາສຈະມີຜົນເປັນຢ່າງນີ້, ດວງຈັນດວງອາທິດຈະໂຄຈອນຖືກທາງຈະມີຜົນເປັນຢ່າງນີ້ ດວງຈັນດວງອາທິດຈະໂຄຈອນຜິດທາງຈະມີຜົນເປັນຢ່າງນີ້, ດາວນັກສັຕຈະໂຄຈອນຖືກທາງຈະມີຜົນເປັນຢ່າງນີ້ ດາວນັກສັຕຈະໂຄຈອນຜິດທາງຈະມີຜົນເປັນຢ່າງນີ້, ມີອຸບາຕຈະມີຜົນເປັນຢ່າງນີ້, ມີດາວຫາງຈະມີຜົນເປັນຢ່າງນີ້, ແຜ່ນດິນໄຫວຈະມີຜົນເປັນຢ່າງນີ້, ຟ້າຮ້ອງຈະມີຜົນເປັນຢ່າງນີ້, ດວງຈັນດວງອາທິດແລະດາວນັກສັຕຂຶ້ນຈະມີຜົນເປັນຢ່າງນີ້ ດວງຈັນດວງອາທິດແລະດາວນັກສັຕຕົກຈະມີຜົນເປັນຢ່າງນີ້, ດວງຈັນດວງອາທິດແລະດາວນັກສັຕມົວໝອງ ຈະມີຜົນເປັນຢ່າງນີ້, ດວງຈັນດວງອາທິດແລະດາວນັກສັຕສະວ່າງສະໄຫວຈະມີຜົນເປັນຢ່າງນີ້, ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກການລ້ຽງຊີບ ໂດຍທາງຜິດດ້ວຍເດຣັຈສານວິຊາ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງລ້ຽງຊີບໂດຍທາງຜິດດ້ວຍເດຣັຈສານວິຊາ ເຫັນປານນີ້ຄື: ພະຍາກ່ອນວ່າ ຈະມີຝົກດີ ຈະມີຝົກແລ້ງ, ຈະມີພິກສາຫາໄດ້ງ່າຍ ຈະມີພິກສາຫາໄດ້ຍາກ, ຈະມີຄວາມກະເສມ ຈະມີພັຍ ຈະເກີດໂຣຄ ຈະມີຄວາມສຳຣານຫາໂຣຄບໍ່ໄດ້, ຫຼືທນັບຄະແນນຄຳນວນ ນັບປະມວນແຕ່ງກາພໂລກກາຍະສາດ, ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກການລ້ຽງຊີບ ໂດຍທາງຜິດດ້ວຍເດຣັຈສານວິຊາ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງລ້ຽງຊີບໂດຍທາງຜິດດ້ວຍເດຣັຈສານວິຊາ ເຫັນປານນີ້ຄື: ໃຫ້ເລິກອາວາມຸງຄຸນ ໃຫ້ເລິກວີວາມຸງຄຸນ, ເບິ່ງເລິກລຽງໝອນ, ເບິ່ງເລິກຫຍ່າຮ້າງ, ເບິ່ງເລິກເກັບຊັພ, ເບິ່ງເລິກຈ່າຍຊັພ, ເບິ່ງໂຊກດີ ເບິ່ງເຄາະຮ້າຍ, ໃຫ້ຢາບຳລຸງຄັນ, ຈົມມົນໃຫ້ລິ້ນກະດ້າງ, ຈົມມົນໃຫ້ຄາງແຂ້ງ, ຈົມມົນໃຫ້ມືສັ່ນ, ຈົມມົນໃຫ້ຫູບໍ່ໄດ້ຍິນສຽງ, ເປັນໝໍຊົງແວ່ນ ເປັນໝໍຊົງຍິງສາວ, ເປັນໝໍຊົງເຈົ້າ ບວງສຣວງດວງອາທິດ ບວງສຣວງທ້າວມະຫາພຣົມ, ຈົມມົນເປົ່າໄຟ ເຮັດພີທີ່ກັມເອີ້ນຂວັນ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ