ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ພິກຂຸເວັ້ນຂາດຈາກການກ່າວຖ້ອຍຄຳທີ່ແກ່ງແຍ່ງກັນ (ຍາດກັນເວົ້າເອົາດີເຂົ້າຕົວ), ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງຂວນຂວາຍກ່າວຖ້ອຍຄຳທີ່ແກ່ງແຍ່ງກັນ ເຫັນປານນີ້ ເຊັ່ນວ່າ ທ່ານບໍ່ຮູ້ທົ່ວເຖີງທັມວິນັຍນີ້ ຂ້າພະເຈົ້າຮູ້ທົ່ວເຖິງ, ທ່ານຈະຮູ້ທົ່ວເຖີງທັມວິນັຍນີ້ໄດແນວໃດທ່ານປະຕິບັດຜິດ ຂ້າພະເຈົ້າປະຕິບັດຖຶກ, ຖ້ອຍຄຳຂອງຂ້າພະເຈົ້າເປັນປະໂຫຍດ ຂອງທ່ານບໍ່ເປັນປະໂຫດ, ຄຳທີ່ຄວນກ່າວກ່ອນທ່ານກັບກ່າວທີ່ຫຼັງ ຄຳທີ່ຄວນກ່າວທີ່ຫຼັງທ່ານກັບກ່າວກ່ອນ, ຂໍ້ທີ່ທ່ານເຄີຍຊຳນານມາແປຜັນໄປແລ້ວ ຂ້າພະເຈົ້າຈັບຜິດວາທະຂອງທ່ານໄດ້ແລ້ວ, ຂ້າພະເຈົ້າຂົ່ມທ່ານໄດ້ແລ້ວ ທ່ານຈົ່ງຖອນວາທະເສີຍ ບໍ່ຈັງຊັ້ນຈົ່ງແກ້ໄຂເສຍຖ້າສາມາດ, ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກການປະກອບທູຕກັມແລະການຮັບໃຊ້, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງຂວນຂວາຍປະກອບທູຕກັມແລະການຮັບໃຊ້ ເຫັນປານນີ້ຄື: ຮັບເປັນທູຕຂອງພະຣາຊາ, ຣາຊະອຳມາຕ ກະສັຕ ພຣາມ ຄະຫະບໍດີ ແລະ ກຸມານວ່າ ທ່ານຈົ່ງໄປໃນທີ່ນີ້ ທ່ານຈົ່ງໄປໃນທີ່ນັ້ນ ທ່ານຈົ່ງນຳເອົາສິ່ງນີ້ໄປ ທ່ານຈົ່ງນຳເອົາສິ່ງນີ້ໃນທີ່ນັ້ນມາ ດັ່ງນີ້ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກການເວົ້າຫຼອກລວງ ແລະ ການເວົ້າລຽບຄຽງ (ຫວ່ານລອມ ກອມ ເພື່ອຈະໄດ້ຍືມ), ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງເວົ້າຫຼອກລວງ ແລະ ການເວົ້າລຽບຄຽງ ຫວ່ານລ້ອມ ເວົ້າກັດແຊະເລັມກິນເທື່ອລະນ້ອຍໆ ສະແຫວງຫາລາບດ້ວຍລາບ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ຈົບມັຊຊີມະສີລ

ມະຫາສີລ

ພິກຂຸເວັ້ນຂາດຈາກການລ້ຽງຊີບ ໂດຍທາງຜິດດ້ວຍເດຣັຈສານວິຊາ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງລ້ຽງຊີບໂດຍທາງຜິດດ້ວຍເດຣັຈສານວິຊາ ເຫັນປານນີ້ຄື: ທາຍອະໄວຍະວະ, ທາຍນິມິຕ, ທາຍອຸບາຕ, ທຳນາຍຝັນ, ທາຍລັກສະນະ, ທຳນາຍໜູກັດຜ້າ, ເຮັດພີທີບູຊາໄຟ, ເຮັດພີທີເບິກແວ່ນວຽນທຽນ, ເຮັດພີທີວ່າຍແກບບູຊາໄຟ, ເຮັດພີທີວ່າຍຮຳບູຊາໄຟ, ເຮັດພີທີວ່າຍເຂົ້າສານບູຊາໄຟ, ເຮັດພີທີເຕີມເນຍບູຊາໄຟ, ເຮັດພີທີເຕີມນໍ້າມັນບູຊາໄຟ, ເຮັດພີທີເສກເປົ່າບູຊາໄຟ, ເຮັດພີທີກັມດ້ວຍໂລຫິຕ, ເປັນໝໍດູອະໄວຍະວະ, ເບິ່ງລັກສະນະບ້ານ, ເບິ່ງລັກສະນະທີ່ນາ, ເປັນໝໍປຸກເສກ, ເປັນໝໍຜີ, ເປັນໝໍລົງເລກຍັນຄຸ້ມກັນບ້ານເຮືອນ, ເປັນໝໍງູ, ເປັນໝໍຍາພິດ, ເປັນໝໍແມງງອດແມງເງົາ, ເປັນໝໍຮັກສາແຜໜູກັດ, ເປັນໝໍທາຍສຽງນົກ, ເປັນໝໍທາຍສຽງກາ, ເປັນໝໍທາຍອາຍຸ, ເປັນໝໍເສກກັນລູກສອນ, ເປັນໝໍທາຍສຽງສັຕ, ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກການລ້ຽງຊີບ ໂດຍທາງຜິດດ້ວຍເດຣັຈສານວິຊາ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງລ້ຽງຊີບໂດຍທາງຜິດດ້ວຍເດຣັຈສານວິຊາ ເຫັນປານນີ້ຄື: ທາຍລັກສະນະແກ້ວມະນີ, ທາຍລັກສະນະຜ້າ, ທາຍລັກສະນະໄມ້ພລອງ, ທາຍລັກສະນະສາຕຣາ, ທາຍລັກສະນະດາບ, ທາຍລັກສະນະສອນ, ທາຍລັກສະນະທະນູ, ທາຍລັກສະນະອາວຸດ, ທາຍລັກສະນະສະຕຣີ, ທາຍລັກສະນະບຸຣຸສ, ທາຍລັກສະນະກຸມານ, ທາຍລັກສະນະກຸມາຣີ, ທາຍລັກສະນະທາສ, ທາຍລັກສະນະທາສີ, ທາຍລັກສະນະຊ້າງ, ທາຍລັກສະນະມ້າ, ທາຍລັກສະນະຄວຍ, ທາຍລັກສະນະງົວອຸສະພະ, ທາຍລັກສະນະງົວ, ທາຍລັກສະນະແບ້, ທາຍລັກສະນະແກະ, ທາຍລັກສະນະໄກ່, ທາຍລັກສະນະນົກກະທາ, ທາຍລັກສະນະເຫ້ຍ, ທາຍລັກສະນະຕຸ່ນ, ທາຍລັກສະນະເຕົ່າ, ທາຍລັກສະນະມະຣຶຄ (ສັດປ່າ ມີກວາງ ເກງ ເປັນຕົ້ນ) ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ