ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ພິກຂຸເວັ້ນຂາດຈາກການຂົນຂວຍຫຼິ້ນການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງຂວນຂວາຍຫຼິ້ນການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເຫັນປານນີ້ ຄື: ການຫຼິ້ນໝາກດ້າມແຖວລະແປດຕາ ແຖວລະສິບຕາ ຫຼິ້ນໝາກເກັບ, ຫຼິ້ນດວດ, ຫຼິ້ນໝາກໄຫວ, ຫຼິ້ນໂຍນບ່ວງ, ຫຼິ້ນໄມ້ຕາຄີ, ຫຼິ້ນກຳທາຍ, ຫຼິ້ນສະກາ, ຫຼິ້ນເປົ່າໃບໄມ້, ຫຼິ້ນຂຽນທາຍກັນ, ຫຼິ້ນທາຍໃຈ, ຫຼິ້ນລຽນແບບຄົນພິການ, ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກການນັ່ງນອນເທິ່ງທີ່ນອນອັນສູງໃຫຍ່, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງນັ່ງນອນເທິ່ງທີ່ນອນອັນສູງໃຫຍ່ເຫັນປານນີ້ ຄື: ຕຽງມີຕີນເກີນປະມານ, ຕຽງມີຕີນເຮັດເປັນຮູບສັຕຮ້າຍ, ຜ້າໂກເຊົາຂົນຍາວ(ຜ້າເຮັດດ້ວຍຂົນແບ້), ເຄື່ອງປູເຮັດດ້ວຍຂົນແກະວິຈິດລວດລາຍ, ເຄື່ອງປູເຮັດດ້ວຍຂົນແກະສີຂາວ, ເຄື່ອງປູມີສັນຖານເປັນຊໍດອກໄມ້, ເຄື່ອງປູທີ່ຍັດດ້ວຍນຸ່ນ, ເຄື່ອງປູເຮັດດ້ວຍຂົນແກະວິຈິດດ້ວຍຮູບສັດຮ້າຍມີສິງແລະເສືອເປັນຕົ້ນ, ເຄື່ອງປູເຮັດດ້ວຍຂົນແກະມີຂົນຕັ້ງ, ເຄື່ອງປູເຮັດດ້ວຍຂົນແກະມີຂົນຂ້າງດຽວ, ເຄື່ອງປູຄຳແລະເງິນ ປະຊົມໄໝ, ເຄື່ອງປູໄໝຂອບຄຳແລະເງິນ, ເຄື່ອງປູຂົນແກະຈຸນາງຟ້າ 16 ຄົນ, ເຄື່ອງປູຫຼັງຊ້າງ, ເຄື່ອງປູຫຼັງມ້າ, ເຄື່ອງປູໃນລົດ, ເຄື່ອງປູທີ່ເຮັດດ້ວຍໜັງສັດຊື່ອະຊີນະອັນມີຂົນອ່ອນນຸ່ມ, ເຄື່ອງປູຢ່າງດີເຮັດດ້ວຍໜັງໂຕເຫງັນ, ເຄື່ອງປູມີເພດານ, ເຄື່ອງປູມີໝອນຂ້າງ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກການປະດັບປະດາຕົບແຕ່ງຮ່າງກາຍອັນເປັນຖານແຫ່ງການແຕ່ງຕົວ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງຂວນຂວາຍປະກອບການປະດັບປະດາຕົບແຕ່ງຮ່າງກາຍອັນເປັນຖານແຫ່ງການແຕ່ງຕົວ ເຫັນປານນີ້ ຄື: ອົບຕົວ ໄຄອະໄວຍະວະ ອາບນໍ້າຫອມ ນວດ ເຍື່ອງແວ່ນ ແຕ້ມຕາ ເໜັບດອກໄມ້ ບຳລຸງຜິວ ຖູພັດໜ້າ ທາປາກ ປະດັບຂໍ້ມື ສວບກ້ຽວ (ແນວປະດັບແບບວ່າງ ຊຸບໃສ່ຫົວ), ໃຊ້ໄມ້ຄັນເທົາ ໃຊ້ກັກຢາ (ຢາດົມ), ໃຊ້ດາບ ໃຊ້ຂວານ ໃຊ້ຄັນຮົມ ໃສ່ເກີບປະດັບວິຈິດ ຕິດກອບໜ້າ ປັກປິ່ນ ໃຊ້ພັດວີວາລວິຊນີ (ເປັນພັດວີ ທີ່ດ້າມຈັບຍາວທາງຕັ້ງ), ນຸ່ງຫົ່ມຜ້າຂາວ ນຸ່ງຫົ່ມຜ້າມີຊາຍ (ຍ່ອຍປະດັບສົ້ນຜ້າ), ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພິກຂຸເວັ້ນຂາດຈາກຕິຣັຈສານກະຖາ, ເຊັ່ນຢ່າງທີ່ສະມະນະພຣາມຜູ້ຈະເລີນບາງຈຳພວກ, ສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ, ຍັງປະກອບຕິຣັຈສານກະຖາເຫັນປານນີ້ ຄື: ເວົ້າເລື່ອງພະຣາຊາ, ເລື່ອງໂຈນ, ເລື່ອງມະຫາອຳມາຕ, ເລື່ອງກອງທັບ, ເລື່ອງພັຍ, ເລື່ອງຣົບ, ເລື່ອງເຂົ້າ, ເລື່ອງນໍ້າ, ເລື່ອງຜ້າ, ເລື່ອງບ່ອນນອນ, ເລື່ອງດອກໄມ້, ເລື່ອງຂອງຫອມ, ເລື່ອງຍາຕ, ເລື່ອງລົດຍານ, ເລື່ອງບ້ານ, ເລື່ອງເມືອງ, ເລື່ອງນະຄອນ, ເລື່ອງຊົນນະບົດ, ເລື່ອງສະຕຣີ, ເລື່ອງບຸຣຸສ, ເລື່ອງຄົນກ້າຫານ, ເລື່ອງທາງຮອມ, ເລື່ອງທ່ານໍ້າ, ເລື່ອງຄົນທີ່ຕາຍໄປແລ້ວ, ເລື່ອງຕ່າງໆ, ເລື່ອງໂລກ, ເລື່ອງທະເລ, ເລື່ອຄວາມຈະເລີນແລະຄວາມເສື່ອມດ້ວຍປະການນັ້ນໆ ແມ່ນຂໍ້ນີ້ກໍເປັນສີລຂອງເຈົ້າປະການນຶ່ງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ