ສາທະຍາຍ
ໜ້າ/ 54
ພິກຂຸໃນກໍລະນີນີ້ ບໍ່ຍ່ອມຮັບໄວ້ເຊິ່ງກາມະວິຕົກທີ່ເກີດຂຶ້ນແລ້ວ, ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ, ບໍ່ຍ່ອມຮັບໄວ້ເຊິ່ງພະຍາປາທະວິຕົກທີ່ເກີດຂຶ້ນແລ້ວ, ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ, ບໍ່ຍ່ອມຮັບໄວ້ເຊິ່ງວິງຫິງສາວິຕົກທີ່ເກີດຂຶ້ນແລ້ວ, ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ, ບໍ່ຍ່ອມຮັບໄວ້ເຊິ່ງອະກຸສົລທັມທັງຫຼາຍ ອັນເປັນບາບທີ່ເກີດຂຶ້ນແລ້ວ, ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ, ນີ້ເອີ້ນວ່າ ປະຫານະສັນຍາ.
ອານົນທ໌ ! ວິຣາຄະສັນຍາ ເປັນແນວໃດໜໍ ?
ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼື ເຮືອນວ່າງ, ພິຈາລະນາໂດຍແຈ່ມແຈ້ງດັ່ງນີ້ວ່າ, ທັມມະຊາດນັ້ນສະຫງົບ ທັມມະຊາດນັ້ນປານີຕ ກ່າວຄື: ທັມມະຊາດອັນເປັນທີ່ລະງັບແຫ່ງສັງຂາຣທັງປວງ, ເປັນທີ່ສະລັດຄືນເຊິ່ງອຸປະທິທັງປວງ, ເປັນທີ່ດັບສິ້ນໄປແຫ່ງຕັນຫາ, ເປັນຄວາມຈາງຄາຍ ເປັນຄວາມດັບເຢັນ ດັ່ງນີ້, ນີ້ເອີ້ນວ່າ ວິຣາຄະສັນຍາ.
ອານົນທ໌ ! ນິໂຣທະສັນຍາ ເປັນແນວໃດໜໍ ?
ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼື ເຮືອນວ່າງ, ພິຈາລະນາໂດຍແຈ່ມແຈ້ງດັ່ງນີ້ວ່າ, ທັມມະຊາດນັ້ນສະຫງົບ ທັມມະຊາດນັ້ນປານີຕ ກ່າວຄື: ທັມມະຊາດອັນເປັນທີ່ລະງັບແຫ່ງສັງຂາຣທັງປວງ, ເປັນທີ່ສະລັດຄືນເຊິ່ງອຸປະທິທັງປວງ, ເປັນທີ່ດັບສິ້ນໄປແຫ່ງຕັນຫາ, ເປັນຄວາມດັບ ເປັນຄວາມດັບເຢັນ ດັ່ງນີ້, ນີ້ເອີ້ນວ່າ ນິໂຣທະສັນຍາ.
ອານົນທ໌ ! ສັບພະໂລເກອະນະພິຣະຕະສັນຍາ ເປັນແນວໃດໜໍ ?
ພິກຂຸໃນກໍລະນີນີ້ ອະນຸໄສໃນການຕັ້ງທັບ, ໃນການຝັງໂຕເຂົ້າໄປຍຶດໝັ້ນແຫ່ງຈິຕດ້ວຍຕັນຫາ ອຸປາທານໃດໆໃນໂລກນີ້ ມີຢູ່, ເຂົາລະຢູ່ເຊິ່ງອະນຸໄສນັ້ນໆ ງົດເວັ້ນບໍ່ເຂົ້າໄປຢຶດຖືຢູ່, ນີ້ເອີ້ນວ່າ ສັບພະໂລເກອະນະພິຣະຕະສັນຍາ [ຄວາມສຳຄັນໃນໂລກທັງປວງວ່າເປັນສິ່ງທີ່ບໍ່ໜ້າຍິນດີ]
ອານົນທ໌ ! ສັບພະສັງຂາເຣສຸອະນິຈຈະສັນຍາ ເປັນແນວໃດໜໍ ?
ພິກຂຸໃນກໍລະນີນີ້ ຍ່ອມອຶດອັດ ຍ່ອມເບື່ອໜ່າຍ, ຍ່ອມກຽດຊັງຕໍ່ສັງຂາຣທັງຫຼາຍທັງປວງ ນີ້ເອີ້ນວ່າ ສັບພະສັງຂາເຣສຸອະນິຈຈະສັນຍາ. [ຄວາມສຳຄັນວ່າບໍ່ທ່ຽງໃນສັງຂາຣທັງປວງ]
ອານົນທ໌ ! ອານາປານະສະຕິ ເປັນແນວໃດໜໍ ?
ອານົນທ໌ ! ໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼື ເຮືອນວ່າງກໍຕາມ, ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດຳລົງສະຕິສະເພາະໜ້າ, ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ.
ເມື່ອຫາຍໃຈເຂົ້າຍາວ, ກໍຮູ້ແຈ້ງວ່າຫາຍໃຈເຂົ້າຍາວ, ເມື່ອຫາຍໃຈອອກຍາວ, ກໍຮູ້ແຈ້ງວ່າຫາຍໃຈອອກຍາວ,
ເມື່ອຫາຍໃຈເຂົ້າສັ້ນ, ກໍຮູ້ແຈ້ງວ່າຫາຍໃຈເຂົ້າສັ້ນ, ເມື່ອຫາຍໃຈອອກສັ້ນ, ກໍຮູ້ແຈ້ງວ່າຫາຍໃຈອອກສັ້ນ,
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງປິຕິ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງປິຕິ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈອອກ”








