ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ”

ວ່າ “ເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ”

ວ່າ “ເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ”

ວ່າ “ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈເຂົ້າ”

ວ່າ “ເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈເຂົ້າ”

ວ່າ “ເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈອອກ”

ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ”

ວ່າ “ເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ”

ນີ້ເອີ້ນວ່າ ອານາປານະສະຕິ.

17.ອານາປານະສະຕິ ເຮັດໃຫ້ສະຕິປັຕຖານ 4 ໂພຊຊົງຄ໌ 7

ວິຊຊາແລະວິມຸຕຕິ ບໍຣິບູນ

ພຣະໄຕຣປິດົກ ສະບັບຫຼວງ 14.190-201.282-291

ພິກຂຸທັງຫຼາຍ ! ເຮົາເປັນຜູ້ຕັ້ງແລ້ວໃນຂໍ້ປະຕິບັດນີ້, ເຮົາເປັນຜູ້ມີຈິຕຕັ້ງແລ້ວໃນຂໍ້ປະຕິບັດນີ້, ເພາະສະນັ້ນໃນເລື່ອງນີ້ ພວກເຈົ້າທັງຫຼາຍ, ຈົ່ງປາຣົບຄວາມພຽນໃຫ້ຍິ່ງກວ່າປະມານ, ເພື່ອເຖິງສິ່ງທີ່ຍັງບໍ່ເຖິງ ເພື່ອບັລລຸໃນສິ່ງທີ່ຍັງບໍ່ທັນໄດ້ບັລລຸ, ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ທັນເຮັດໃຫ້ແຈ້ງ, ເຮົາຈະລໍຖ້າພວກເຈົ້າທັງຫຼາຍຢູ່ ພະນະຄອນສາວັດຖີນີ້ແລ, ຈົນວ່າຈະຮອດວັນສຸດທ້າຍແຫ່ງລະດູຝົນຄົບ 4 ເດືອນ, ເປັນລະດູທີ່ບານແຫ່ງດອກໂກມຸດ (ມື້ເພັງເດືອນສິບສອງ)

(ພວກພິກຂຸເປັນພວກຊາວຊົນນະບົດໄດ້ຮູ້ຂ່າວນີ້, ກໍພາກັນຫຼັ່ງໄຫຼໄປສູ່ພະນະຄອນສາວັດຖີ, ເພື່ອເຝົ້າຢ້ຽມພຣພຜູ້ມີພຣະພາຄເຈົ້າ, ຝ່າຍພຣະເຖຣະຜູ້ມີຊື່ສຽງ ມິຄົນຮູ້ຈັກຫຼາຍ, ເຊິ່ງມີທ່ານພຣະສາຣີບຸຕ ພຣະມະຫາໂມຄຄັລລານະ ພຣະມະຫາກັດສະປະ ພຣະມະຫາກັດຈາຢະນະ ພຣະມະຫາໂກຕຖິຕະ ພຣະມະຫາກັບປິນະ ພຣະມະຫາຈຸນທະ ພຣະເຣວະຕະ ແລະ ພຣະເຖຣະອົງອື່ນໆອີກຫຼາຍທ່ານ ແບ່ງກັນເປັນພວກໆພາກັນສັ່ງສອນ ຄອຍຊີ້ບອກພວກພິກຂຸໃໝ່ໆ ຢ່າງເຕັມທີ່ ພວກລະສິບອົງແດ່ ຊາວອົງແດ່ ສາມສິບອົງແດ່ ສີ່ສິບອົງແດ່, ສ່ວນພິກຂຸໃໝ່ໆເຫຼົ່ານັ້ນ ເມື່ອໄດ້ຮັບຄຳສັ່ງສອນ ໄດ້ຮັບຄຳຄອຍຊີ້ບອກ ຂອງພຣະເຖຣະຜູ້ມີຊື່ສຽງທັງຫຼາຍຢູ່ ກໍຍ່ອມຮູ້ຄຸນວີເສດອັນກວ້າງຢຸ່າງອື່ນໆ ຍິ່ງກວ່າແຕ່ກ່ອນ ຈົນວ່າເຖິງມື້ເພັງເດືອນສິບສອງ)

ຄັ້ງນັ້ນ ພຣະຜູ້ມີພຣະພາຄເຈົ້າ ຈຶ່ງໄດ້ຕຣັດກັບພິກຂຸທັງຫຼາຍຕໍ່ໄປວ່າ:

ພິກຂຸທັງຫຼາຍ ! ພິກຂຸບໍຣິສັດນີ້ ບໍ່ໂລເລເລີຍ, ພິກຂຸບໍຣິສັດນີ້ ບໍ່ມຸ່ນແຫຼກເລີຍ, ພິກຂຸບໍຣິສັດນີ້ ຕັ້ງແລ້ວຢູ່ໃນທັມ ທີ່ເປັນສາຣະລ້ວນ.

ພິກຂຸທັງຫຼາຍ ! ພິກຂຸບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ໜ້າບູຊາ, ໜ້າຕ້ອນຮັບ ໜ້າຮັບທັກຂິນາ ໜ້າຂາບໄຫວ້, ເປັນຜືນນາບຸນຊັ້ນດີເລີດຂອງໂລກ, ໝູ່ພິກຂຸນີ້ ກໍມີຮູບຮ່າງລັກສະນະເຊັ່ນນັ້ນ, ພິກຂຸບໍຣິສັດນີ້ ກໍມີຮູບຮ່າງລັກສະນະເຊັ່ນນັ້ນ.

ພິກຂຸທັງຫຼາຍ ! ພິກຂຸບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ທານອັນໃຫ້ໜ້ອຍ ແຕ່ກັບໄດ້ຜົນຫຼາຍ, ທານທີ່ໃຫ້ຫຼາຍ ກໍມີຜົລຫຼາຍທະວີຍິ່ງຂຶ້ນ, ໝູ່ພິກຂຸນີ້ ກໍມີຮູບຮ່າງລັກສະນະເຊັ່ນນັ້ນ, ພິກຂຸບໍຣິສັດນີ້ ກໍມີຮູບຮ່າງລັກສະນະເຊັ່ນນັ້ນ.

ພິກຂຸທັງຫຼາຍ ! ພິກຂຸບໍຣິສັດເຊັ່ນໃດ ມີຮູບລັກສະນະຍາກທີ່ຊາວໂລກຈະໄດ້ເຫັນ, ໝູ່ພິກຂຸນີ້ ກໍມີຮູບຮ່າງລັກສະນະເຊັ່ນນັ້ນ, ພິກຂຸບໍຣິສັດນີ້ ກໍມີຮູບຮ່າງລັກສະນະເຊັ່ນນັ້ນ.

ພິກຂຸທັງຫຼາຍ ! ພິກຂຸບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ຄວນຈະໄປເບິ່ງໄປເຫັນ, ແມ່ນວ່າຈະຕ້ອງຍ່າງຫົນທາງໄກນັບດ້ວຍໂຍຊນ໌ໆ, ເຖິງກັບຕ້ອງເອົາຫໍ່ສະບຽງໄປດ້ວຍກໍຕາມ, ໝູ່ພິກຂຸນີ້ ກໍມີຮູບຮ່າງລັກສະນະເຊັ່ນນັ້ນ, ພິກຂຸບໍຣິສັດນີ້ ກໍມີຮູບຮ່າງລັກສະນະເຊັ່ນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ