ສັມມັປປະທານ ໔
ໜ້າ/ 49
ລຳດັບນັ້ນ ພຣະຜູ້ມີພຣະພາຄໄດ້ຕຣັສກັບທ່ານພຣະອານົນທ໌ວ່າ:
ອານົນທ໌! ເຮົາໄດ້ຮູ້ແລ້ວວ່າ ອຸທາຍີພິກຂຸນີ້ເປັນໂມຄະບຸຣຸສ ບໍ່ເປັນຜູ້ປະກອບດ້ວຍອະທິຈິຕຢູ່. ແລ້ວຕຣັສຖາມທ່ານພຣະອານົນທ໌ຕໍ່ໄປວ່າ:
ອານົນທ໌! ທີ່ຕັ້ງແຫ່ງອະນຸສສະຕິມີເທົ່າໃດໜໍ?
ທ່ານພຣະອານົນທ໌ໄດ້ກຣາບທູລວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ທີ່ຕັ້ງແຫ່ງອະນຸສສະຕິມີ ໕ ປະກາຣ, ໕ ປະກາຣເປັນຢ່າງໃດ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;
ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;
ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສເວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ນີ້ເປັນທີ່ຕັ້ງແຫ່ງອະນຸສສະຕິທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອກາຣຢູ່ເປັນສຸຂໃນປັຈຈຸບັນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອີກປະກາຣໜຶ່ງ ພິກຂຸມະນະສິກາຣອາໂລກະສັນຍາ ອະທິຕຖານທິວາສັນຍາວ່າ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນສັນໃດ ກາງເວັນກໍສັນນັ້ນ ເຂົາມີໃຈປອດໂປ່ງ ບໍ່ມີອັນໃດຫໍ່ຫຸ້ມ ອົບຮົມຈິຕໃຫ້ສວ່າງຢູ່. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ນີ້ເປັນທີ່ຕັ້ງແຫ່ງອະນຸສສະຕິທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັສສະນະ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອີກປະກາຣໜຶ່ງ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບເຕັມໄປດ້ວຍຂອງບໍ່ສະອາດມີປະກາຣຕ່າງໆວ່າ ມີຢູ່ໃນກາຍນີ້ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫາຣໃໝ່ ອາຫາຣເກົ່າ ບີ ກະເທີ່ ນ້ຳໜອງ ນ້ຳເລືອດ ເຫື່ອ ໄຂມັນຂຸ້ນ ນ້ຳຕາ ໄຂມັນແຫລວ ນ້ຳລາຍ ນ້ຳມູກ ໄຂຂໍ້ ປັສສາວະ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ນີ້ເປັນທີ່ຕັ້ງແຫ່ງອະນຸສສະຕິທີ່ພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອລະກາມຣາຄະ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອີກປະກາຣໜຶ່ງ ປຽບເໝືອນພິກຂຸທີ່ເຫັນສະຣີຣະທີ່ເຂົາຖິ້ມໄວ້ໃນປ່າຊ້າ ຕາຍແລ້ວວັນໜຶ່ງແດ່ ສອງວັນແດ່ ສາມວັນແດ່ ທີ່ຂຶ້ນອືດ ມີສີຂຽວໜ້າລັງກຽດ ນ້ຳເຫລືອງໄຫລໜ້າລັງກຽດ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ຮ່າງກາຍນີ້ໜໍ ກໍມີຢ່າງນີ້ເປັນທັມມະດາ ຍ່ອມເປັນຢ່າງນີ້ ບໍ່ລ່ວງພົ້ນຄວາມເປັນຢ່າງນີ້ໄປໄດ້.
ອີກຢ່າງໜຶ່ງ ປຽບເໝືອນພິກຂຸໄດ້ເຫັນສະຣີຣະທີ່ເຂົາຖິ້ມໄວ້ໃນປ່າຊ້າ ອັນຝູງກາຈິກກິນຢູ່ແດ່ ຝູງແຮ້ງຈິກກິນຢູ່ແດ່ ຝູງນົກພາກັນຈິກກິນຢູ່ແດ່ ໝູ່ໝາກັດກິນຢູ່ແດ່ ໝູ່ໝາຈອກກັດກິນຢູ່ແດ່ ໝູ່ສັຕຕ່າງໆກັດກິນຢູ່ແດ່ ເຂົາຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ຮ່າງກາຍນີ້ໜໍ ກໍມີຢ່າງນີ້ເປັນທັມມະດາ ຍ່ອມເປັນຢ່າງນີ້ ບໍ່ລ່ວງພົ້ນຄວາມເປັນຢ່າງນີ້ໄປໄດ້.
ອີກຢ່າງໜຶ່ງ ປຽບເໝືອນພິກຂຸໄດ້ເຫັນສະຣີຣະທີ່ເຂົາຖິ້ມໄວ້ໃນປ່າຊ້າ ເປັນຮ່າງກະດູກ ຍັງມີເນື້ອແລະເລືອດ ຍັງມີເສັ້ນເອັນຜູກຮັດຢູ່ ຯລຯ
ເປັນຮ່າງກະດູກເປື້ອນເລືອດ ປາສະຈາກເນື້ອ ຍັງມີເສັ້ນເອັນຜູກຮັດຢູ່ ຯລຯ
ເປັນຮ່າງກະດູກປາສະຈາກເນື້ອແລະເລືອດແລ້ວ ຍັງມີເສັ້ນເອັນຜູກຮັດຢູ່ ຯລຯ








