ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ບໍ່ມີກິເລສດຸດດັ່ງຕາປູ ມີໂອຄະອັນຂ້າມແລ້ວ ບໍ່ມີອາສະວະ ຂ້າມພົ້ນໂອຄະ ຜູ້ຂ້າມຜ່ານຄວາມຢຶດຖືໄດ້ແລ້ວ ດຸດດັ່ງພຣະຈັນ ພົ້ນຈາກເມຄາດັ່ງນັ້ນ” ສຸພຣົມແລະປຣະມັຕຕະພຣົມ ຊຶ່ງເປັນບຸຕ ຂອງພຣະພຸດທະເຈົ້າ ຜູ້ມີລິດກໍມານໍາ ສະນັງກຸມາຣະພຣົມແລະ ຕິດສະພຣົມ ແມ່ນວ່ານັ້ນ ກໍມາຍັງປ່າອັນເປັນທີ່ປະຊຸມຂອງພິກຂຸ

ທ້າວມະຫາພຣົມຍ່ອມປົກຄອງພຣົມມະໂລກພັນໜຶ່ງ ທ້າວມະຫາພຣົມນັ້ນບັງເກີດແລ້ວໃນພຣົມມະໂລກ ມີອານຸພາບ ມີກາຍໃຫຍ່ຍິ່ງ ມີຍົດ ກໍມາ ພຣົມ ໑໐ ພວກ ຜູ້ເປັນອິສະຣະໃນພວກພຣົມພັນໜຶ່ງ ມີອໍານາດເປັນໄປສະເພາະອົງລະແບບ ກໍມາ ມະຫາພຣົມຊື່ຫາຣິຕະ ອັນບໍລິວານແວດລ້ອມແລ້ວ ມາໃນທ່າມກາງພຣົມເຫຼົ່ານັ້ນ

ເມື່ອມາຣແລະເສນາມາຣມາເຖິງ ພຣະສາສດາໄດ້ຕຣັດກັບພວກເທບພ້ອມທັງພວກພຣົມທັງໝົດ ຜູ້ມຸ່ງມານັ້ນວ່າ

ທ່ານຈົ່ງເບິ່ງຄວາມໂງ່ງ່າວຂອງມາຣ

ພະຍາມາຣໄດ້ກ່າວວ່າ

“ພວກທ່ານຈົ່ງມາຈັບເທວະດາເຫຼົ່ານີ້ຜູກໄວ້ ຄວາມຜູກດ້ວຍຣາຄະຈົ່ງມີແກ່ທ່ານທັງຫຼາຍ ພວກທ່ານຈົ່ງລ້ອມໄວ້ໂດຍຮອບ ຢ່າປ່ອຍໃຫ້ໃຜໆໄປ” ພະຍາມາຣບັງຄັບເສນາມາຣ ໃນບ່ອນປະຊຸມນັ້ນດັ່ງນີ້ແລ້ວ ເອົາຝ່າມືຕົບແຜ່ນດິນ ສ້າງສຽງເປັນຕາຢ້ານ ເໝືອນເມກຍັງຝົນໃຫ້ຕົກ ຄໍາຣາມຢູ່

ເປີດທັມທີ່ຖືກປົກປິດ : ພົບພູມ

ພ້ອມທັງຟ້າແມບ ເວລານັ້ນ ພະຍາມາຣນັ້ນບໍ່ອາດຍັງຜູ້ໃດໃຫ້ເປັນໄປໃນອໍານາດໄດ້ ໂກດແຮງ ກັບໄປແລ້ວ

ພຣະສາສດາຜູ້ມີຈັກຂຸ ທົງພິຈາຣະນາຮູ້ເຫດນັ້ນທັງໝົດ ຈາກນັ້ນຈຶ່ງຕຣັດແກ່ສາວົກ ຜູ້ຍິນດີໃນພຣະສາສນາວ່າ

ພິກຂຸທັງຫຼາຍ !

ມາຣແລະເສນາມາຣມາແລ້ວ ພວກເຈົ້າຈົ່ງຮູ້ຈັກລາວໄວ້

ພິກຂຸເຫຼົ່ານັ້ນ ສະດັບພຣະດໍາຣັດຂອງພຣະພຸດທະເຈົ້າແລ້ວ ໄດ້ຕັ້ງຄວາມພຽນ ພະຍາມາຣແລະເສນາມາຣໜີຜ່າຍໄປ ຈາກພິກຂຸຜູ້ປາສະຈາກຣາຄະ ບໍ່ເຮັດແມ່ນແຕ່ເສັ້ນຂົນຂອງທ່ານເຫຼົ່ານັ້ນໃຫ້ເໜັງຕິງ

ພະຍາມາຣກ່າວສັນລະເສີນວ່າ

“ພວກສາວົກຂອງພຣະອົງທັງໝົດຊະນະສົງຄາມແລ້ວ ຂ້າມຜ່ານຄວາມຢ້ານໄດ້ແລ້ວ ມີຍົດປາກົດໃນໝູ່ຊົນ ບັນເທີງຢູ່ກັບພຣະອະຣິຍະເຈົ້າ ຜູ້ເກີດແລ້ວໃນພຣະສາສນາ” ດັ່ງນີ້ແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເທວະດາເຄີຍລົບກັບອະສູຣະ ໙໕

- ບາລີ ມຫາວາຣ. ສັງ. ໑໙/໕໕໘-໙໕໙/໑໗໒໕-໑໗໒໗.

ພິກຂຸທັງຫຼາຍ ! ມີເລື່ອງລາວໃນກາລກ່ອນ ບຸຣຸດຜູ້ໜຶ່ງຕັ້ງໃຈວ່າຈະຄິດ ຊຶ່ງຄວາມຄິດເລື່ອງໂລກ, ຈຶ່ງອອກຈາກນະຄອນຣາຊະຄຶ ໄປສູ່ສະບົວຊື່ ສຸມາຄະດາ ແລ້ວນັ່ງຄິດຢູ່ທີ່ແຄມຝັ່ງສະ ບຸຣຸດນັ້ນໄດ້ເຫັນແລ້ວຊຶ່ງໝູ່ເສນາ ປະກອບດ້ວຍອົງຄ໌ສີ່ (ຄື ຊ້າງ ມ້າ ຣົດ ພົນຍ່າງຕີນ) ທີ່ຝັ່ງສະສຸມາຄະດານັ້ນ ເຂົ້າໄປຢູ່ໆ ສູ່ເຫງົ້າຮາກບົວ ຄັນເຂົາເຫັນແລ້ວ ເກີດຄວາມບໍ່ເຊື່ອຕົນເອງວ່າ “ເຮົານີ້ບ້າແລ້ວ ເຮົານີ້ວິກົນຈະຣິຕແລ້ວ, ສິ່ງໃດບໍ່ມີໃນໂລກ ເຮົາໄດ້ເຫັນສິ່ງນັ້ນແລ້ວ” ດັ່ງນີ້.

ພິກຂຸທັງຫຼາຍ ! ບຸຣຸດນັ້ນກັບເຂົ້າໄປສູ່ນະຄອນ ແລ້ວປ່າວຮ້ອງແກ່ມະຫາຊົນວ່າ “ທ່ານຜູ້ຈະເຣີນ ! ຂ້າພະເຈົ້າເປັນບ້າແລ້ວ ຂ້າພະເຈົ້າວິກົນຈະຣິຕແລ້ວ ເພາະວ່າສິ່ງໃດບໍ່ມີຢູ່ໃນໂລກ ຂ້າພະເຈົ້າມາເຫັນແລ້ວ ຊຶ່ງສິ່ງນັ້ນ” ດັ່ງນີ້. ມີສຽງຖາມວ່າ “ເຫັນອັນໃດມາ ?” ເຂົາບອກແລ້ວຕາມທີ່ເຫັນທຸກປະການ ມີສຽງຮັບຮອງວ່າ “ຖືກແລ້ວ ທ່ານຜູ້ຈະເຣີນເອີຍ ! ທ່ານເປັນບ້າແລ້ວ ທ່ານວິກົນຈະຣິຕແລ້ວ”.

ພິກຂຸທັງຫຼາຍ ! ແຕ່ວ່າບຸຣຸດນັ້ນ ໄດ້ເຫັນສິ່ງທີ່ມີຈິງ ເປັນຈິງ ຫາກແມ່ນເຫັນສິ່ງທີ່ບໍ່ມີຈິງ ບໍ່ເປັນຈິງກໍບໍ່.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ໃນກາລະແຕ່ກ່ອນ ຄັ້ງເດິກດໍາບັນ ສົງຄາມລະຫວ່າງພວກເທບກັບອະສູຣະໄດ້ຕັ້ງປະຈັນບານກັນແລ້ວ ໃນສົງຄາມຄັ້ງນັ້ນ ພວກເທບເປັນຝ່າຍແພ້ ອະສູຣະເປັນຝ່າຍເສຍໄຊ ພວກອະສູຣະຢ້ານ ແລ້ວຜ່າຍໜີໄປສູ່ພົບແຫ່ງອະສູຣະ ໂດຍຜ່ານທາງເຫງົ້າຮາກບົວ ຫຼອກພວກເທບໃຫ້ຫຼົງຄົ້ນ (ຫາ) ຢູ່ (ເລື່ອງຂອງໂລກຍ່ອມພິສະດານ ບໍ່ສິ້ນສຸດເຖິງປານນີ້).

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນກໍລະນີນີ້

ພວກເຈົ້າທັງຫຼາຍຈົ່ງຢ່າຄິດເລື່ອງໂລກ ໂດຍໄນວ່າ

“ໂລກທ່ຽງຫຼື ? ໂລກບໍ່ທ່ຽງຫຼື ?

ໂລກມີທີ່ສຸດຫຼື ? ໂລກບໍ່ມີທີ່ສຸດຫຼື ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ