ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ຊີບກໍດວງນັ້ນ ຮ່າງກາຍກໍຮ່າງນັ້ນຫຼື ?

ຊີບກໍດວງອື່ນ ຮ່າງກາຍກໍຮ່າງອື່ນຫຼື ?

ຕະຖາຄົຕຕາຍແລ້ວ ຍ່ອມເປັນດັ່ງທີ່ເປັນມາແລ້ວນັ້ນອີກຫຼື ?

ຕະຖາຄົຕຕາຍແລ້ວ ບໍ່ເປັນດັ່ງທີ່ເປັນມາແລ້ວນັ້ນອີກຫຼື ?

ຕະຖາຄົຕຕາຍແລ້ວ ເປັນດັ່ງທີ່ເປັນມາແລ້ວອີກກໍມີ

ບໍ່ເປັນກໍມີຫຼື ?

ຕະຖາຄົຕຕາຍແລ້ວ ເປັນດັ່ງທີ່ເປັນມາແລ້ວອີກ ກໍບໍ່ແມ່ນ

ບໍ່ເປັນກໍບໍ່ແມ່ນຫຼື ?”

ພຸດທະວະຈະນະ - ໝວດທັມ

ເພາະເຫດໃດຈຶ່ງບໍ່ຄວນຄິດໜໍ ?

ເພາະຄວາມຄິດນັ້ນ ບໍ່ປະກອບດ້ວຍປະໂຫຍດ

ບໍ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນ

ບໍ່ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌

ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ

ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິບພານເລີຍ.

ພິກຂຸທັງຫຼາຍ !

ເມື່ອພວກເຈົ້າຈະຄິດ ຈົ່ງຄິດວ່າ

“ເຊັ່ນນີ້ໆ ເປັນທຸກຂ໌,

ເຊັ່ນນີ້ໆ ເປັນເຫດໃຫ້ເກີດທຸກຂ໌,

ເຊັ່ນນີ້ໆ ເປັນຄວາມດັບບໍ່ເຫຼືອຂອງທຸກຂ໌,

ແລະເຊັ່ນນີ້ໆ ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌” ດັ່ງນີ້.

ເພາະເຫດໃດຈຶ່ງຄວນຄິດໜໍ ?

ເພາະຄວາມຄິດນີ້ ຍ່ອມປະກອບດ້ວຍປະໂຫຍດ

ເປັນເບື້ອງຕົ້ນຂອງພຣົມມະຈັນ

ເປັນໄປພ້ອມເພື່ອຄວາມໜ່າຍທຸກຂ໌

ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ

ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິບພານ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ !

ເພາະເຫດນັ້ນ ໃນກໍລະນີນີ້

ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ

“ນີ້ເປັນທຸກຂ໌ ;

ນີ້ເປັນເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌ ;

ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ;

ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”

ດັ່ງນີ້ເຖີ້ນ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຕໍາແໜ່ງທີ່ສະຕຣີເປັນບໍ່ໄດ້ ໙໖

- ບາລີ ອຸປຣິ. ມ. ໑໔/໑໗໒/໒໔໕.

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້

ຍ່ອມຮູ້ແຈ້ງວ່າ ຂໍ້ທີ່ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື

ສະຕຣີຍ່ອມເປັນພຣະອະຣະຫັນຕະສັມມາສັມພຸດທະ

ນັ້ນບໍ່ແມ່ນຖານະທີ່ມີໄດ້

ແລະຮູ້ແຈ້ງວ່າ ຂໍ້ທີ່ເປັນຖານະມີໄດ້ແລ ຄື

ບຸຣຸດຍ່ອມເປັນພຣະອະຣະຫັນຕະສັມມາສັມພຸດທະ

ນັ້ນເປັນຖານະທີ່ມີໄດ້

ຍ່ອມຮູ້ແຈ້ງວ່າ ຂໍ້ທີ່ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື

ສະຕຣີຍ່ອມເປັນພະເຈົ້າຈັກກະພັດ

ນັ້ນບໍ່ແມ່ນຖານະທີ່ມີໄດ້

ແລະຮູ້ແຈ້ງວ່າ ຂໍ້ທີ່ເປັນຖານະມີໄດ້ແລ ຄື

ບຸຣຸດຍ່ອມເປັນພະເຈົ້າຈັກກະພັດ

ນັ້ນເປັນຖານະທີ່ມີໄດ້

ເປີດທັມທີ່ຖືກປົກປິດ : ພົບພູມ

ຍ່ອມຮູ້ແຈ້ງວ່າ ຂໍ້ທີ່ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື

ສະຕຣີຍ່ອມສໍາເລັດເປັນທ້າວສັກກະ

ນັ້ນບໍ່ແມ່ນຖານະທີ່ມີໄດ້

ແລະຮູ້ແຈ້ງວ່າ ຂໍ້ທີ່ເປັນຖານະມີໄດ້ແລ ຄື

ບຸຣຸດຍ່ອມສໍາເລັດເປັນທ້າວສັກກະ

ນັ້ນເປັນຖານະທີ່ມີໄດ້

ຍ່ອມຮູ້ແຈ້ງວ່າ ຂໍ້ທີ່ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື

ສະຕຣີຍ່ອມສໍາເລັດເປັນມາຣ

ນັ້ນບໍ່ແມ່ນຖານະທີ່ມີໄດ້

ແລະຮູ້ແຈ້ງວ່າ ຂໍ້ທີ່ເປັນຖານະມີໄດ້ແລ ຄື

ບຸຣຸດຍ່ອມສໍາເລັດເປັນມາຣ

ນັ້ນເປັນຖານະທີ່ມີໄດ້

ຍ່ອມຮູ້ແຈ້ງວ່າ ຂໍ້ທີ່ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື

ສະຕຣີຍ່ອມສໍາເລັດເປັນພຣົມ

ນັ້ນບໍ່ແມ່ນຖານະທີ່ມີໄດ້

ແລະຮູ້ແຈ້ງວ່າ ຂໍ້ທີ່ເປັນຖານະມີໄດ້ແລ ຄື

ບຸຣຸດຍ່ອມສໍາເລັດເປັນພຣົມ

ນັ້ນເປັນຖານະທີ່ມີໄດ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ອານິສົງສ໌ແຫ່ງການຟັງທັມເນື່ອງໆ ໙໗

- ບາລີ ຈຕຸກກ. ອັງ. ໒໑/໒໕໑/໑໙໑.

ພິກຂຸທັງຫຼາຍ ! ອານິສົງສ໌ ໔ ປະການ ແຫ່ງທັມທັງຫຼາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ອັນບຸກຄົນຍ່ອມຫວັງໄດ້

ອານິສົງສ໌ ໔ ປະການ ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ