ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

(໒) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງບັນລຸທຸຕິຢະຊານ ອັນເປັນເຄື່ອງຜ່ອງໃສແຫ່ງຈິຕໃນພາຍໃນ ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່

ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາອາພັສສະຣະ.

ພິກຂຸທັງຫຼາຍ ! ໒ ກັບເປັນປະມານອາຍຸຂອງເທວະດາເຫຼົ່າອາພັສສະຣະ ປຸຖຸຊົນດໍາຣົງຢູ່ໃນຊັ້ນອາພັສສະຣະນັ້ນ ຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເຫຼົ່າເທວະດານັ້ນ

ເປີດທັມທີ່ຖືກປົກປິດ : ພົບພູມ

ໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນອາພັສສະຣະນັ້ນ ຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

(໓) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ເພາະຄວາມຈາງໄປແຫ່ງປີຕິ ຈຶ່ງຢູ່ອຸເປກຂາ ມີສະຕິສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍກາຍ ຈຶ່ງບັນລຸຕະຕິຢະຊານ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ຢູ່ ອຸເປກຂາ ມີສະຕິຢູ່ເປັນສຸຂ

ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າສຸພະກິນຫະ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ໔ ກັບເປັນປະມານອາຍຸຂອງເທວະດາເຫຼົ່າສຸພະກິນຫະ ປຸຖຸຊົນດໍາຣົງຢູ່ໃນຊັ້ນສຸພະກິນຫະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນສຸພະກິນຫະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່

(໔) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັດສະແລະໂທມະນັດສະທັງຫຼາຍ ໃນກາລກ່ອນ ຈຶ່ງບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ຄວາມທີ່ມີສະຕິເປັນທໍາມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່

ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ

ເປີດທັມທີ່ຖືກປົກປິດ : ພົບພູມ

ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າເວຫັບຜະລະ.

ພິກຂຸທັງຫຼາຍ ! ໕໐໐ ກັບເປັນປະມານອາຍຸຂອງເທວະດາເຫຼົ່າເວຫັບຜະລະ ປຸຖຸຊົນດໍາຣົງຢູ່ໃນຊັ້ນເວຫັບຜະລະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນເວຫັບຜະລະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່.

ພິກຂຸທັງຫຼາຍ !

ບຸກຄົນ ໔ ຈໍາພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ