ພົບພູມ
ໜ້າ/ 140
ພຸດທະວະຈະນະ - ໝວດທັມ
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຜົລຂອງການຈະເຣີນຣູປະສັນຍາ
ແລ້ວເຫັນຄວາມບໍ່ທ່ຽງ ໘໘
- ບາລີ ຈຕຸກ. ອັງ. ໒໑/໑໗໑/໑໒໔.
ພິກຂຸທັງຫຼາຍ !
ບຸກຄົນ ໔ ຈໍາພວກນີ້ ມີ ຢູ່ໃນໂລກ ຫາໄດ້ໃນໂລກ.
໔ ຈໍາພວກເປັນແນວໃດ ? ຄື :-
(໑) ບຸກຄົນບາງຄົນໃນໂລກນີ້ ເພາະສະງັດຈາກກາມແລະອະກຸສົລທັມທັງຫຼາຍ ບັນລຸປະຖົມມະຊານ ອັນມີວິຕົກວິຈານ ມີປີຕິແລະສຸຂ ເກີດແຕ່ວິເວກແລ້ວແລຢູ່
ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານອັນໃດ ມີຢູ່ໃນທັມນັ້ນ ບຸກຄົນນັ້ນພິຈາລະນາເຫັນທັມເຫຼົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄາ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງທໍາລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າສຸດທາວາສ.
ພິກຂຸທັງຫຼາຍ ! ຄວາມອຸບັດນີ້ແລ ບໍ່ທົ່ວໄປກັບປຸຖຸຊົນ.
(໒) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງບັນລຸທຸຕິຢະຊານ... .
ພຸດທະວະຈະນະ - ໝວດທັມ
(໓) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ເພາະຄວາມຈາງໄປແຫ່ງປີຕິ ຈຶ່ງຢູ່ອຸເປກຂາ ມີສະຕິສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍກາຍ ຈຶ່ງບັນລຸຕະຕິຢະຊານ... .
(໔) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສທັງຫຼາຍໃນກາລກ່ອນ ຈຶ່ງບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ມີສະຕິເປັນທໍາມະຊາດ ບໍຣິສຸດເພາະອຸເປກຂາແລ້ວແລຢູ່
ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານອັນໃດ ມີຢູ່ໃນທັມນັ້ນ ບຸກຄົນນັ້ນພິຈາຣະນາເຫັນທັມເຫຼົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄາ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງທໍາລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າສຸດທາວາສ.
ພິກຂຸທັງຫຼາຍ ! ຄວາມອຸບັດນີ້ແລ ບໍ່ທົ່ວໄປກັບປຸຖຸຊົນ.
ພິກຂຸທັງຫຼາຍ !
ບຸກຄົນ ໔ ຈໍາພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມແຕກຕ່າງລະຫວ່າງປຸຖຸຊົນ ກັບ
ອະຣິຍະສາວົກ ຜູ້ຈະເຣີນພຣົມມະວິຫາຣ ໘໙
- ບາລີ ຈຕຸກ. ອັງ. ໒໑/໑໗໒-໑໗໕/໑໒໕-໑໒໖.
ພິກຂຸທັງຫຼາຍ !
ບຸກຄົນ ໔ ຈໍາພວກນີ້ ມີຢູ່ໃນໂລກ ຫາໄດ້ໃນໂລກ.
໔ ຈໍາພວກເປັນແນວໃດໜໍ ? ຄື :-
(໑) ບຸກຄົນບາງຄົນໃນໂລກນີ້ ມີຈິຕປະກອບດ້ວຍເມຕຕາ ແຜ່ໄປສູ່ທິດທີໜຶ່ງ ທິດທີສອງ ທີສາມ ທີສີ່ ກໍເໝືອນກັນເຊັ່ນນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍເມຕຕາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດແລ້ວແລຢູ່.
ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າພຣົມມະກາຢິກາ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ກັບໜຶ່ງເປັນປະມານອາຍຸຂອງເທວະດາເຫຼົ່າພຣົມມະກາຢິກາ ປຸຖຸຊົນດໍາຣົງຢູ່ໃນຊັ້ນພຣົມມະກາຢິກາ ຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນພຣົມມະກາຢິການັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.








