ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

(ຕຣັດແນວດຽວກັນກັບກໍລະນີຂອງເທວະດາ ຊຶ່ງອາໄສຢູ່ທີ່ຕົ້ນໄມ້ ມີກິ່ນທີ່ແກນ, ມີກິ່ນທີ່ມອກ, ມີກິ່ນທີ່ເປືອກ, ມີກິ່ນທີ່ສະເກັດ, ມີກິ່ນທີ່ໃບ, ມີກິ່ນທີ່ດອກ, ມີກິ່ນທີ່ໝາກ, ມີກິ່ນທີ່ຣົສ, ມີກິ່ນທີ່ກິ່ນ)

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເທວະດາຊຶ່ງນັບເນື່ອງໃນໝູ່ວະລາຫະກະ ໗໙

- ບາລີ ຂັນທ. ສັງ. ໑໗/໓໑໔/໕໔໒.

ພິກຂຸທັງຫຼາຍ ! ເຮົາຈະສະແດງພວກເທວະດາຊຶ່ງນັບເນື່ອງໃນໝູ່ວະລາຫະກະ໑ (ວະລາຫະກະກາຢິກາ ເທວາ) ແກ່ເຈົ້າທັງຫຼາຍ ເຈົ້າທັງຫຼາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.

ພິກຂຸທັງຫຼາຍ ! ພວກເທວະດາຊຶ່ງນັບເນື່ອງໃນໝູ່ວາລະຫົກ ເປັນແນວໃດໜໍ ?

ພວກເທວະດາທີ່ເປັນສີຕະວາລະຫະກະກໍມີ (ກ່ຽວເນື່ອງກັບຄວາມໜາວ)

ພວກເທວະດາທີ່ອຸນຫະວະລາຫະກະກໍມີ (ກ່ຽວເນື່ອງກັບຄວາມຮ້ອນ)

ພວກເທວະດາທີ່ເປັນອັບພະວະລາຫະກະກໍມີ (ກ່ຽວເນື່ອງກັບໝອກ)

ພວກເທວະດາທີ່ເປັນວາຕະວະລາຫະກະກໍມີ (ກ່ຽວເນື່ອງກັບລົມ)

ພວກເທວະດາທີ່ເປັນວັສສະວະລາຫະກະກໍມີ (ກ່ຽວເນື່ອງກັບຝົນ)

ພິກຂຸທັງຫຼາຍ ! ພວກນີ້ເຮົາເອີ້ນວ່າ ພວກເທວະດາຊຶ່ງນັບເນື່ອງໃນໝູ່ວະລາຫະກະ.

໑. ວະລາຫະກະ = ເມກ (ຂີ້ເຝື້ອ).

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍຂອງ

ເທວະດາຊຶ່ງນັບເນື່ອງໃນໝູ່ວະລາຫະກະ ໘໐

- ບາລີ ຂັນທ. ສັງ. ໑໗/໓໑໔/໕໔໓.

ພິກຂຸ ! ບຸກຄົນບາງຄົນໃນໂລກນີ້ ປະພຶດສຸຈະຣິຕດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ເຂົາໄດ້ຟັງມາວ່າ ພວກເທວະດາຊຶ່ງນັບເນື່ອງໃນໝູ່ວະລາຫະກະ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ :-

“ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍຂອງພວກເທວະດາ ຊຶ່ງນັບເນື່ອງໃນໝູ່ວະລາຫະກະ”

ເຂົາຈຶ່ງໃຫ້ເຂົ້າ ນໍ້າ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ເຄື່ອງເຕີມປະທີບ ຄັນຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກເທວະດາຊຶ່ງນັບເນື່ອງໃນໝູ່ວະລາຫົກ.

ພິກຂຸ ! ຂໍ້ນີ້ແລ ເປັນເຫດ ເປັນປັດຈັຍ ໃຫ້ບຸກຄົນບາງຄົນໃນໂລກນີ້ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກເທວະດາ ຊຶ່ງນັບເນື່ອງໃນໝູ່ວະລາຫະກະ.

ພຸດທະວະຈະນະ - ໝວດທັມ

(ໃນສູຕຕໍ່ໄປ ໄດ້ຕຣັດເຖິງການສ້າງເຫດແບບດຽວກັນ ແຕ່ວ່າແຍກລາຍລະອຽດໄປໃນແຕ່ລະປະເພດຂອງເທວະດາເຫຼົ່ານີ້

ແລະເປັນທີ່ໜ້າສັງເກດວ່າ ໃນການເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່ານີ້ ບໍ່ໄດ້ມີພຸດທະວະຈະນະທີ່ກ່າວເຖິງການສ້າງເຫດ ທີ່ມີກໍພຽງການປະພຶດ ກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ແລະການຕັ້ງຄວາມປະຖນາ ເໝືອນດັ່ງທີ່ພົບໃນເທວະດາ ຊຶ່ງນັບເນື່ອງໃນໝູ່ຄົນທັນ - ຜູ້ລວບລວມ)

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເທວະດາເຫຼົ່າມະນາປະກາຢິກາ ໘໑

- ບາລີ ສັຕຕກ. ອັງ. ໒໓/໒໖໙/໑໓໖.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍປະທານວະໂຣກາດ ມື້ນີ້ຂ້ານ້ອຍໄປຍັງວິຫາຣທີ່ພັກກາງເວັນຫຼີກງຽບຢູ່ ຄັ້ງນັ້ນແລ ເທວະດາເຫຼົ່າມະນາປະກາຢິກາຫຼວງຫຼາຍ ເຂົ້າມາຫາຂ້ານ້ອຍເຖິງທີ່ຢູ່ ອະພິວາດແລ້ວ ຢືນນະ ທີ່ຄວນສ່ວນເບື້ອງໜຶ່ງ ຄັນແລ້ວກ່າວກັບຂ້ານ້ອຍວ່າ

ຂ້າແຕ່ທ່ານພຣະອະນຸຣຸດທະຜູ້ຈະເຣີນ ! ຂ້ານ້ອຍທັງຫຼາຍເປັນເທວະດາຊື່ວ່າ ມະນາປະກາຢິກາ ມີອິດສະຣະ ແລະອໍານາດໃນຖານະ ໓ ປະການຄື :-

(໑) ຂ້ານ້ອຍທັງຫຼາຍຫວັງວັນນະເຊັ່ນໃດ ກໍໄດ້ວັນນະເຊັ່ນ

ນັ້ນໂດຍໄວ

(໒) ຫວັງສຽງເຊັ່ນໃດ ກໍໄດ້ສຽງເຊັ່ນນັ້ນໂດຍໄວ

(໓) ຫວັງຄວາມສຸຂເຊັ່ນໃດ ກໍໄດ້ຄວາມສຸຂເຊັ່ນນັ້ນໂດຍໄວ

ຂ້າແຕ່ພຣະອົງຜູ້ຈະເຣີນ ! ມາຕຸຄາມປະກອບດ້ວຍທັມເຫຼົ່າໃດ ເມື່ອຕາຍ ໄປ ຈຶ່ງເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າມະນາປະກາຢິກາ.

ອະນຸຣຸດທະ ! ມາຕຸຄາມປະກອບດ້ວຍທັມ ໘ ປະການ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າມະນາປະກາຢິກາ.

ພຸດທະວະຈະນະ - ໝວດທັມ

ທັມ ໘ ປະການ ເປັນແນວໃດໜໍ ?

ອະນຸຣຸດທະ !

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ