ພົບພູມ
ໜ້າ/ 140
ວິສາຂາ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມລະນຶກເຖິງສີລຂອງຕົນອັນບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ໝອງເສົ້າ ເປັນອິສະຣະຈາກຕັນຫາ ທ່ານຜູ້ຮູ້ສັນລະເສີນ ບໍ່ຖືກຕັນຫາແລະທິຕຖິລູບຄໍາ ເປັນໄປເພື່ອສະມາທິ ເມື່ອເຂົາໝັ່ນລະນຶກເຖິງສີລຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ ! ປຽບເໝືອນແວ່ນແຍງທີ່ມົວຈະເຮັດໃຫ້ໃສໄດ້ດ້ວຍຄວາມພຽນ ກໍແວ່ນແຍງທີ່ມົວຈະເຮັດໃຫ້ໃສໄດ້ດ້ວຍຄວາມພຽນ ແນວໃດ ? ຈະເຮັດໃຫ້ໃສໄດ້ ເພາະອາໄສນໍ້າມັນ ຂີ້ເຖົ່າ ແປງ ແລະຄວາມພະຍາຍາມອັນເກີດແຕ່ເຫດນັ້ນຂອງບຸກຄົນນັ້ນ.
ພຸດທະວະຈະນະ - ໝວດທັມ
ວິສາຂາ ! ແວ່ນແຍງທີ່ມົວ ຈະເຮັດໃຫ້ໃສໄດ້ດ້ວຍຄວາມພຽນດັ່ງນີ້ແລ ເຊັ່ນໃດ ຈິຕທີ່ເສົ້າໝອງຈະເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ເຊັ່ນນັ້ນເໝືອນກັນ.
ວິສາຂາ ! ອະຣິຍະສາວົກນີ້ເອີ້ນວ່າ ເຂົ້າຖືສີລະອຸໂປສະຖະ ຢູ່ຮ່ວມກັບສີລ ແລະມີຈິຕຜ່ອງໃສເພາະຜາຣົບສີລ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ ! ຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນເຊັ່ນນີ້ແລ.
ວິສາຂາ ! ຈິຕທີ່ເສົ້າໝອງ ຍ່ອມເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ກໍຈິຕທີ່ເສົ້າໝອງ ຈະເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນແນວໃດ ?
ວິສາຂາ ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມລະນຶກເຖິງເທວະດາວ່າ ເທວະດາເຫຼົ່າຈາຕຸມະຫາຣາຊິກາມີຢູ່ ເທວະດາເຫຼົ່າດາວະດຶງມີຢູ່ ເທວະດາເຫຼົ່າຍາມາມີຢູ່ ເທວະດາເຫຼົ່າດຸສິຕມີຢູ່ ເທວະດາເຫຼົ່ານິມມານໍຣະດີມີຢູ່ ເທວະດາເຫຼົ່າປະຣິນິມມິຕະວະສະວັຕຕີມີຢູ່ ເທວະດາຜູ້ນັບເນື່ອງໃນໝູ່ພຣົມມີຢູ່ ເທວະດາເຫຼົ່າທີ່ສູງກວ່ານັ້ນຂຶ້ນໄປມີຢູ່ ເທວະດາເຫຼົ່ານັ້ນປະກອບດ້ວຍສັດທາເຊັ່ນໃດ ຈຸຕິຈາກພົບນີ້ໄປເກີດໃນພົບນັ້ນ ສັດທາເຊັ່ນນັ້ນແມ່ນຂອງເຮົາກໍມີ ເທວະດາເຫຼົ່ານັ້ນປະກອບດ້ວຍສີລເຊັ່ນໃດ ຈຸຕິຈາກພົບນີ້ໄປເກີດໃນພົບນັ້ນ
ເປີດທັມທີ່ຖືກປົກປິດ : ພົບພູມ
ສີລເຊັ່ນນັ້ນແມ່ນຂອງເຮົາກໍມີ ເທວະດາເຫຼົ່ານັ້ນປະກອບດ້ວຍສຸຕຕະເຊັ່ນໃດ ຈຸຕິຈາກພົບນີ້ໄປເກີດໃນພົບນັ້ນ ສຸຕຕະເຊັ່ນນັ້ນແມ່ນຂອງເຮົາກໍມີ ເທວະດາເຫຼົ່ານັ້ນປະກອບດ້ວຍຈາຄະເຊັ່ນໃດ ຈຸຕິຈາກພົບນີ້ໄປເກີດໃນພົບນັ້ນ ຈາຄະເຊັ່ນນັ້ນແມ່ນຂອງເຮົາກໍມີ ເທວະດາເຫຼົ່ານັ້ນປະກອບດ້ວຍປັນຍາເຊັ່ນໃດ ຈຸຕິຈາກພົບນີ້ໄປເກີດໃນພົບນັ້ນ ປັນຍາເຊັ່ນນັ້ນແມ່ນຂອງເຮົາກໍມີ ເມື່ອເຂົາໝັ່ນລະນຶກເຖິງ ສັດທາ ສີລ ສຸຕຕະ ຈາຄະ ປັນຍາຂອງຕົນກັບຂອງເທວະດາເຫຼົ່ານັ້ນຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ ! ປຽບເໝືອນຄໍາທີ່ມົວໝອງຈະເຮັດໃຫ້ສຸກໄດ້ກໍຍ້ອນຄວາມພຽນ ກໍຄໍາທີ່ມົວໝອງຈະເຮັດໃຫ້ສຸກໄດ້ດ້ວຍຄວາມພຽນແນວໃດ ? ຈະເຮັດໃຫ້ສຸກໄດ້ເພາະອາໄສເບົ້າຫຼອມຄໍາ ເກືອ ຢາງໄມ້ ຄີມ ແລະຄວາມພະຍາຍາມ ອັນເກີດແຕ່ເຫດນັ້ນຂອງບຸກຄົນ.
ວິສາຂາ ! ຄໍາທີ່ໝອງ ຈະເຮັດໃຫ້ສຸກໄດ້ຍ້ອນຄວາມພຽນ ດັ່ງນີ້ແລ ເຊັ່ນໃດ ຈິຕທີ່ເສົ້າໝອງ ຈະເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ເຊັ່ນນັ້ນເໝືອນກັນ.
ວິສາຂາ ! ອະຣິຍະສາວົກເຊັ່ນນີ້ເອີ້ນວ່າ ເຂົ້າຖືເທວະຕາອຸໂປສະຖະ ຢູ່ຮ່ວມກັບເທວະດາ ມີຈິຕຜ່ອງໃສເພາະຜາຣົບເທວະດາ ເກີດຄວາມປາໂມດ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ພຸດທະວະຈະນະ - ໝວດທັມ
ວິສາຂາ ! ຈິຕທີ່ເສົ້າໝອງ ຈະເຮັດໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນເຊັ່ນນີ້ແລ.
ວິສາຂາ ! ອະຣິຍະສາວົກນັ້ນຍ່ອມພິຈາຣະນາເຫັນດັ່ງນີ້ວ່າ
(໑) ພຣະອໍຣະຫັນຕ໌ທັງຫຼາຍຢຸດການຂ້າສັຕ ເວັ້ນຂາດຈາກການຂ້າສັຕ ວາງທ່ອນໄມ້ ວາງສັດຕຣາແລ້ວ ມີຄວາມລະອາຍ ມີຄວາມເອັນດູ ມີຄວາມກະຣຸນາ ຫວັງປະໂຫຍດແກ່ສັຕທັງປວງຢູ່ຈົນຕະຫຼອດຊີວິດ ແມ່ນວ່າເຮົາກໍໄດ້ຢຸດການຂ້າສັຕ ເວັ້ນຈາກການຂ້າສັຕ ວາງທ່ອນໄມ້ ວາງສັດຕຣາແລ້ວ ມີຄວາມລະອາຍ ມີຄວາມເອັນດູ ມີຄວາມກະຣຸນາ ຫວັງປະໂຫຍດແກ່ສັຕທັງປວງຢູ່ ຕະຫຼອດວັນໜຶ່ງກັບຄືນໜຶ່ງໃນມື້ນີ້ ແມ່ນວ່າດ້ວຍອົງອັນນີ້ ເຮົາກໍຊື່ວ່າໄດ້ເຮັດຕາມພຣະອໍຣະຫັນຕ໌ທັງຫຼາຍ ທັງອຸໂປສົດກໍຈະເປັນອັນເຮົາເຂົ້າຖືແລ້ວ.








