ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ແລະເຮົາກໍບໍ່ເອີ້ນບຸກຄົນຜູ້ເກີດໃນກໍາເນີດໃດໆ ຫຼືເກີດຈາກມານດາ ວ່າເປັນພຣາມ ບຸກຄົນເຖິງຈະເອີ້ນຂານກັນ ວ່າທ່ານຜູ້ຈະເຣີນ ຜູ້ນັ້ນກໍຍັງເປັນຜູ້ມີກິເລສເຄື່ອງກັງວົນຢູ່ນັ້ນເອງ

ພຸດທະວະຈະນະ - ໝວດທັມ

ເຮົາເອີ້ນບຸກຄົນ ຜູ້ບໍ່ມີກິເລສເຄື່ອງກັງວົນ ຜູ້ບໍ່ຢຶດໝັ້ນນັ້ນວ່າເປັນພຣາມ ຜູ້ໃດແລຕັດສັງໂຍຊນ໌ທັງປວງໄດ້ແລ້ວ ບໍ່ສະເດີດຕື່ນ ເຮົາເອີ້ນຜູ້ນັ້ນ ຜູ້ຂ້າມພົ້ນກິເລສເຄື່ອງຂ້ອງ ບໍ່ປະກອບດ້ວຍສັບພະກິເລສ ວ່າເປັນພຣາມ...

ບຸກຄົນເປັນພຣາມ ເພາະຊາດ (ກໍາເນີດ) ກໍຫາກບໍ່ແມ່ນ ຈະບໍ່ແມ່ນພຣາມ ເພາະຊາດ (ກໍາເນີດ) ກໍບໍ່ຖືກ

ບຸກຄົນເປັນພຣາມ ເພາະກັມ ບໍ່ເປັນພຣາມ ກໍເພາະກັມ

ບຸກຄົນເປັນຊາວນາ ກໍເພາະກັມ ເປັນສິລະປິນ ກໍເພາະກັມ

ບຸກຄົນເປັນພໍ່ຄ້າ ກໍເພາະກັມ ເປັນຄົນຮັບໃຊ້ ກໍເພາະກັມ

ບຸກຄົນແມ່ນເປັນໂຈຣ ກໍເພາະກັມ ເປັນນັກຮົບ ກໍເພາະກັມ

ບຸກຄົນເປັນປຸໂຣຫິດ ກໍເພາະກັມ ແມ່ນແຕ່ເປັນພຣະຣາຊາ ກໍເພາະກັມ

ບັນດິຕທັງຫຼາຍ ຍ່ອມເຫັນຊຶ່ງກັມນັ້ນ ຕາມທີ່ເປັນຈິງເຊັ່ນນີ້ ຊື່ວ່າເປັນຜູ້ເຫັນຊຶ່ງປະຕິດຈະສະມຸບບາດ ເປັນຜູ້ສະຫຼາດໃນເລື່ອງວິບາກແຫ່ງກັມ.

ໂລກ ຍ່ອມເປັນໄປຕາມກັມ ໝູ່ສັຕຍ່ອມເປັນໄປຕາມກັມ ສັຕທັງຫຼາຍ ມີກັມເປັນເຄື່ອງຜູກຮັດ ເໝືອນດັ່ງຫຼິ້ມຂັດຢຶດລົດ ທີ່ກໍາລັງແລ່ນໄປຢູ່.

ສັັຕທັງຫຼາຍ ເປັນຜູ້ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ເຮັດກັມໃດໄວ້ ດີກໍຕາມຊົ່ວກໍຕາມ ຈະເປັນຜູ້ຮັບຜົນຂອງກັມນັ້ນ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດສໍາເລັດຄວາມປາຖນາ ໕໗

- ບາລີ ອຸປຣິ. ມ. ໑໔/໒໑໗/໓໑໘-໓໒໐.

ພິກຂຸທັງຫຼາຍ ! ເຮົາຈະສະແດງເຫດສໍາເລັດຄວາມປາຖະໜາແກ່ເຈົ້າທັງຫຼາຍ ພວກເຈົ້າຈົ່ງຟັງເຫດສໍາເລັດຄວາມປາຖະໜານັ້ນ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາມີຄວາມປາຖນາແນວນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານເຖີ້ນ” ດັ່ງນີ້ກໍມີ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖະໜາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນ.

ພິກຂຸທັງຫຼາຍ ! ນີ້ມັກຄາ ນີ້ປະຕິປະທາ ເປັນໄປເພື່ອຄວາມ ສໍາເລັດໃນຄວາມເປັນສະຫາຍແຫ່ງກະສັດມະຫາສານ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາມີ

ພຸດທະວະຈະນະ - ໝວດທັມ

ຄວາມປາຖະໜາແນວນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງພຣາມມະຫາສານເຖີ້ນ” ດັ່ງນີ້ກໍມີ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖະໜາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນ.

ພິກຂຸທັງຫຼາຍ ! ນີ້ມັກຄາ ນີ້ປະຕິປະທາ ເປັນໄປເພື່ອຄວາມສໍາເລັດໃນຄວາມເປັນສະຫາຍແຫ່ງພຣາມມະຫາສານ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບພ້ອມດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາມີຄວາມປາຖະໜາແນວນີ້ວ່າ “ໂອໜໍ ! ເຮົາຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍ ແຫ່ງຄະຫະບໍດີມະຫາສານເຖີ້ນ” ດັ່ງນີ້ກໍມີ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖະໜາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສຳເລັດໃນພາວະນັ້ນ.

ພິກຂຸທັງຫຼາຍ ! ນີ້ມັກຄາ ນີ້ປະຕິປະທາ ເປັນໄປເພື່ອຄວາມສໍາເລັດ ໃນຄວາມເປັນສະຫາຍ ແຫ່ງຄະຫະບໍດີມະຫາສານ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການເກີດສັງຄົມມະນຸດ ໕໘

- ບາລີ ປາ. ທີ. ໑໑/໙໒-໑໐໗/໕໖-໗໒.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ