ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນຕະກູນສູງ ຍ່ອມນໍາໄປສູ່ຄວາມເປັນຄົນເກີດໃນຕະກູນສູງ

ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຕໍ່າຊາມ ຍ່ອມນໍາໄປສູ່ຄວາມເປັນຄົນມີປັນຍາຕໍ່າຊາມ

ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫຼາຍ ຍ່ອມນໍາໄປສູ່ຄວາມເປັນຄົນມີປັນຍາຫຼາຍ.

ມານົບ !

ສັຕທັງຫຼາຍ

ມີກັມເປັນຂອງຕົນ

ເປັນທາຍາດແຫ່ງກັມ

ມີກັມເປັນກໍາເນີດ

ມີກັມເປັນເຜົ່າພັນ

ມີກັມເປັນທີ່ເພິ່ງອາໄສ

ກັມຍ່ອມຈໍາແນກສັຕ ໃຫ້ຕໍ່າຊາມ ແລະປານີດ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ທັມຂອງພະເຈົ້າຈັກກະພັດ ໕໕

- ບາລີ ປາ. ທີ. ໑໑/໖໔/໓໕.

ຕຣັດເລົ່າເລື່ອງເຖິງພະເຈົ້າຈັກກະພັດໃນແຕ່ກ່ອນ ໂດຍເປັນການສົນທະນາລະຫວ່າງພະຣາຊະຣືສີທີ່ເປັນບິດາ ກັບພະຣາຊາທີ່ເປັນບຸຕ ກຽ່ວກັບຂໍ້ປະຕິບັດເພື່ອຄວາມເປັນພະເຈົ້າຈັກກະພັດ.

ກໍຈັກກະວັດຕິວັຕ ອັນປະເສີດນັ້ນ ເປັນແນວໃດ ?

ລູກເອີຍ ! ຖ້າເຊັ່ນນັ້ນ ເຈົ້າຈົ່ງອາໄສທັມເທົ່ານັ້ນ ຈົ່ງສັກກາຣະທັມ ເຄົາຣົບທັມ ນັບຖືທັມ ບູຊາທັມ ຢໍາເກງທັມ ມີທັມເປັນທຸງໄຊ ມີທັມເປັນຍອດ ມີທັມເປັນໃຫຍ່.

ຈົ່ງຈັດການອາຣັກຂາ ປ້ອງກັນ ແລະຄຸ້ມຄອງໂດຍຊອບທັມໃນໝູ່ຊົນ ໃນຣາຊະສໍານັກ ໃນໝູ່ພົນ ໃນພວກບັນດິຕຜູ້ຕາມສະເດັດ ໃນພວກພຣາມແລະຄະຫະບໍດີ ໃນຣາຊະດອນຊາວເມືອງ ແລະຊາວຊົນນະບົດທັງຫຼາຍ ໃນພວກສະມະນະແລະພຣາມ ໃນໝູ່ຄະນາເນື້ອ ແລະນົກທັງຫຼາຍ.

ລູກເອີຍ ! ການອະທັມ ຢ່າໃຫ້ມີໄດ້ໃນເຂດແຄວ້ນຂອງເຈົ້າເລີຍ.

ພຸດທະວະຈະນະ - ໝວດທັມ

ລູກເອີຍ ! ອັນໜຶ່ງ ບຸກຄົນເຫຼົ່າໃດໃນເຂດແຄວ້ນຂອງເຈົ້າບໍ່ມີຊັບ ເຈົ້າຈົ່ງໃຫ້ຊັບແກ່ບຸກຄົນເຫຼົ່ານັ້ນດ້ວຍ.

ລູກເອີຍ ! ອັນໜຶ່ງສະມະນະພຣາມເຫຼົ່າໃດ ໃນເຂດແຄວ້ນຂອງເຈົ້າ ເປັນຜູ້ງົດເວັ້ນຈາກຄວາມມົວເມົາແລະຄວາມປະມາດ ຕັ້ງໝັ້ນຢູ່ໃນຂັນຕິ (ອົດທົນ ອົດກັ້ນ) ແລະໂສຣັດຈະ(ຄວາມສະງ່ຽມ) ຝຶກຕົນຢູ່ແຕ່ຜູ້ດຽວ ສະງົບຕົນຢູ່ແຕ່ຜູ້ດຽວ ໃຫ້ຕົນດັບກິເລສຢູ່ແຕ່ຜູ້ດຽວ ຈົ່ງເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ໂດຍກາລອັນຄວນ ແລ້ວສໍ້ຖາມສອບຖາມວ່າ “ທ່ານຂະນ້ອຍ ! ອັນໃດເປັນກຸສົລ ອັນໃດເປັນອະກຸສົລ ອັນໃດມີໂທດ ອັນໃດບໍ່ມີໂທດ ອັນໃດຄວນເສບ ອັນໃດບໍ່ຄວນເສບ ອັນໃດເຮັດແລ້ວ ເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ ຊົ່ວສິ້ນກາລະນານ ຫຼືວ່າ ອັນໃດເມື່ອເຮັດແລ້ວ ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ” ເຈົ້າໄດ້ຟັງຄໍາຂອງສະມະນະ ພຣາມເຫຼົ່ານັ້ນແລ້ວ ສິ່ງໃດເປັນອະກຸສົລ ຕ້ອງຫຼີກເວັ້ນສິ່ງເຫຼົ່ານັ້ນເສຍ ສິ່ງໃດເປັນກຸສົລ ຕ້ອງຢຶດຖືປະພຶດສິ່ງນັ້ນ.

ລູກເອີຍ ! ນີ້ແລຄື ຈັກກະວັດຕິວັຕ ອັນປະເສີດນັ້ນ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ກັມກໍານົດ ໕໖

- ບາລີ ມ. ມ. ໑໓/໖໔໔/໗໐໗.

ວາເສດຖະ ! ກໍໃນໝູ່ມະນຸດ ຜູ້ໃດອາໄສການຮັກສາງົວລຽ້ງຊີວິດ ທ່ານຈົ່ງຮູ້ເຊັ່ນນີ້ວ່າ ຜູ້ນັ້ນເປັນຊາວນາ ບໍ່ແມ່ນພຣາມ

ວາເສດຖະ ! ອັນໜຶ່ງ ໃນໝູ່ມະນຸດ ຜູ້ໃດລຽ້ງຊີວິດດ້ວຍສິລະປະ ຫຼາຍຢ່າງ ທ່ານຈົ່ງຮູ້ເຊັ່ນນີ້ວ່າ ຜູ້ນັ້ນເປັນສີລະປິນ ບໍ່ແມ່ນພຣາມ

ວາເສດຖະ ! ອັນໜຶ່ງ ໃນໝູ່ມະນຸດ ຜູ້ໃດອາໄສການຄ້າຂາຍ ລຽ້ງຊີວິດ ທ່ານຈົ່ງຮູ້ເຊັ່ນນີ້ວ່າ ຜູ້ນັ້ນເປັນພໍ່ຄ້າ ບໍ່ແມ່ນພຣາມ

ວາເສດຖະ ! ອັນໜຶ່ງ ໃນໝູ່ມະນຸດ ຜູ້ໃດລຽ້ງຊີວິດດ້ວຍການຮັບໃຊ້ ຜູ້ອື່ນ ທ່ານຈົ່ງຮູ້ເຊັ່ນນີ້ວ່າ ຜູ້ນັ້ນເປັນຄົນຮັບໃຊ້ ບໍ່ແມ່ນພຣາມ

ວາເສດຖະ ! ອັນໜຶ່ງ ໃນໝູ່ມະນຸດ ຜູ້ໃດອາໄສຂອງທີ່ເຂົາບໍ່ໄດ້ໃຫ້ ລຽ້ງຊີວິດ ທ່ານຈົ່ງຮູ້ເຊັ່ນນີ້ວ່າ ຜູ້ນີ້ເປັນໂຈຣ ບໍ່ແມ່ນພຣາມ

ວາເສດຖະ ! ອັນໜຶ່ງ ໃນໝູ່ມະນຸດ ຜູ້ໃດອາໄສສາດຕຣາວຸດລຽ້ງ ຊີວິດ ທ່ານຈົ່ງຮູ້ເຊັ່ນນີ້ວ່າ ຜູ້ນັ້ນເປັນທະຫານ ບໍ່ແມ່ນພຣາມ

ວາເສດຖະ ! ອັນໜຶ່ງ ໃນໝູ່ມະນຸດ ຜູ້ໃດລຽ້ງຊີວິດດ້ວຍການງານຂອງປຸໂຣຫິດ ທ່ານຈົ່ງຮູ້ເຊັ່ນນີ້ວ່າ ຜູ້ນັ້ນເປັນເຈົ້າໜ້າທີ່ການບູຊາ ບໍ່ແມ່ນພຣາມ

ວາເສດຖະ ! ອັນໜຶ່ງ ໃນໝູ່ມະນຸດ ຜູ້ໃດປົກຄອງບ້ານແລະເມືອງ ທ່ານຈົ່ງຮູ້ເຊັ່ນນີ້ວ່າ ຜູ້ນັ້ນເປັນພຣະຣາຊາ ບໍ່ແມ່ນພຣາມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ