ພົບພູມ
ໜ້າ/ 140
ວາເສດຖະແລະພາຣະທະວາຊະ ມີສະໄໝຊຶ່ງໃນກາລະບາງຄັ້ງບາງຍາມ ໂດຍການຜ່ານໄປແຫ່ງກາລະຍາວໄກ ທີ່ໂລກນີ້ຈະວິນາດ ເມື່ອໂລກກໍາລັງວິນາດຢູ່ ສ່ວນຫຼາຍໝູ່ສັຕຍ່ອມເກີດໃນອາພັດສະຣະພຣົມ (ອາພັສສະຣະ) ສັຕເຫຼົ່ານັ້ນ ໄດ້ສໍາເລັດທາງໃຈ ມີປີຕິເປັນອາຫານ ມີຣັດສະມີຊ່ານອອກຈາກກາຍຕົນເອງ ສັນຈອນໄປໃນອາກາດ ຢູ່ໃນວິມານອັນງາມ ສະຖິດຢູ່ໃນພົບນັ້ນຊົ່ວສິ້ນກາລະຍືດຍາວດົນນານ.
ວາເສດຖະແລະພາຣະທະວາຊະ ມີສະໄໝຊຶ່ງໃນກາລະບາງຄັ້ງບາງຍາມ ໂດຍການຜ່ານໄປແຫ່ງກາລະຍາວໄກ ທີ່ໂລກ ນີ້ຈະກັບຈະເລີນຂຶ້ນ ເມື່ອໂລກກໍາລັງຈະເລີນຂຶ້ນຢູ່ ສ່ວນຫຼາຍໝູ່ສັຕພາກັນຈຸຕິ (ເຄື່ອນ) ຈາກອາພັດສະຣະພຣົມ (ອາພັສສະຣະ ກາຢາ) ລົງມາເປັນເຊັ່ນນີ້ ແລະໝູ່ສັຕນັ້ນໄດ້ສໍາເລັດທາງໃຈ ມີປີຕິເປັນອາຫານ ມີຣັດສະໝີ ຮຸ່ງອອກຈາກກາຍຕົນເອງ ສັນຈອນໄປໄດ້ໃນອາກາດ ຢູ່ໃນວິມານອັນງາມ ສະຖິດຢູ່ໃນພົບນັ້ນ ຊົ່ວສິ້ນກາລະຍືດຍາວດົນນານ ກໍໃນສະໄໝນັ້ນ ຈັກກະວານທັງຜອງນີ້ ເປັນນໍ້າທັງໝົດ ມືດມົນ ແລບໍ່ເຫັນອັນໃດ ດວງຈັນແລະດວງອາທິດກໍຍັງບໍ່ປາກົດ ດາວນັກກະສັດ
ພຸດທະວະຈະນະ - ໝວດທັມ
ແລະດາວທັງຫຼາຍກໍຍັງບໍ່ປາກົດ ກາງເວັນແລະກາງຄືນກໍຍັງບໍ່ປາກົດ ເດືອນແລະປັກກໍຍັງບໍ່ປາກົດ ລະດູແລະປີກໍຍັງບໍ່ປາກົດ ເພດຊາຍແລະເພດຍິງກໍຍັງບໍ່ປາກົດ ສັຕທັງຫຼາຍເຖິງຊຶ່ງການນັບພຽງແຕ່ວ່າສັຕ (ສັຕຕະ) ເທົ່ານັ້ນ
ວາເສດຖະແລະພາຣະທະວາຊະ ຄັນຕໍ່ມາໂດຍການຜ່ານໄປແຫ່ງກາລະຍາວໄກ ໄດ້ເກີດມີງ້ວນດິນ (ຣະສະປະຖະວີ) ຂຶ້ນປາກົດແກ່ສັຕເຫຼົ່ານັ້ນ ງ້ວນດິນນີ້ລອຍຢູ່ທົ່ວໄປເທິງນໍ້າ ເໝືອນນົມສົດທີ່ບຸກຄົນຂ້ຽວໃຫ້ແຂ້ນ ແລ້ວຕັ້ງໄວ້ໃຫ້ເຢັນ ຈັບເປັນແຜ່ນຢູ່ທາງເທິງ ງ້ວນດິນນັ້ນເຖິງພ້ອມດ້ວຍສີ ກິ່ນ ຣົສ ມີສີຄ້າຍເນີຍໃສ ຫຼືເນີຍຂຸ້ນຢ່າງດີ ມີຣົສແຊບຫອມປຽບດ້ວງເຜິ້ງນ້ອຍ ອັນຫາໂທດບໍ່ໄດ້
ເມື່ອສັຕເຫຼົ່ານັ້ນ ພາກັນເອົານິ້ວຕຸ້ຍງ້ວນດິນຂຶ້ນລອງຊີມເບິ່ງຢູ່ ຣົສຂອງງ້ວນດິນໄດ້ເຊື່ອມຊຶມໄປແລ້ວ ສັຕເຫຼົ່ານັ້ນຈຶ່ງເກີດຄວາມ ຢາກຂຶ້ນ ຕໍ່ມາກໍໄດ້ພາກັນພະຍາຍາມເພື່ອຈະປັ້ນງ້ວນດິນໃຫ້ເປັນ ຄໍາໆ ດ້ວຍມືແລ້ວບໍລິໂພກ ໃນຍາມທີ່ພາກັນບໍລິໂພກງ້ວນດິນຢູ່ ລັດສະໝີກາຍຂອງສັຕເຫຼົ່ານັ້ນກໍໄດ້ຫາຍໄປ ເມື່ອລັດສະໝີຫາຍໄປ ດວງຈັນແລະດວງອາທິດຍ່ອມປາກົດ ເມື່ອດວງຈັນແລະດວງອາທິດປາກົດ ດາວນັກກະສັດແລະດາວທັງຫຼາຍ ຍ່ອມປາກົດ ເມື່ອດາວນັກກະສັດແລະດາວທັງຫຼາຍປາກົດ ກາງຄືນແລະກາງເວັນຍ່ອມປາກົດ ເມື່ອກາງຄືນແລະກາງເວັນປາກົດ
ເປີດທັມທີ່ຖືກປົກປິດ : ພົບພູມ
ເດືອນແລະເຄິ່ງເດືອນຍ່ອມປາກົດ ເມື່ອເດືອນແລະເຄິ່ງເດືອນປາກົດ ລະດູແລະປີຍ່ອມປາກົດ ດ້ວຍເຫດພຽງເທົ່ານີ້ແລ ໂລກນີ້ຈຶ່ງກັບຈະເລີນຂຶ້ນອີກ
ຄັນຕໍ່ມາ ສັຕເຫຼົ່ານັ້ນພາກັນບໍລິໂພກງ້ວນດິນ ຮັບປະທານງ້ວນດິນ ມີງ້ວນດິນເປັນອາຫານ ດໍາຣົງຢູ່ໄດ້ຊົ່ວສິ້ນກາລະດົນນານ ດ້ວຍເຫດທີ່ສັຕເຫຼົ່ານັ້ນ ມົວເພີດເພີນບໍລິໂພກງ້ວນດິນ ຮັບປະທານ ງ້ວນດິນ ມີງ້ວນດິນເປັນອາຫານ ດໍາຣົງຢູ່ໄດ້ຊົ່ວສິ້ນກາລະດົນນານ ສັຕເຫຼົ່ານັ້ນຈຶ່ງມີຮ່າງກາຍແຂງແຮງຂຶ້ນເລື້ອຍໆ ທັງຜິວພັນກໍປາກົດວ່າແຕກຕ່າງກັນອອກໄປ ສັຕບາງພວກມີຜິວພັນງາມ ສັຕບາງພວກມີຜິວພັນບໍ່ງາມ ໃນສັຕທັງສອງພວກນັ້ນ ສັຕທີ່ມີຜິວພັນງາມ ໄດ້ພາກັນດູໝິ່ນສັຕພວກທີ່ມີຜິວພັນບໍ່ງາມ ເມື່ອສັຕທັງສອງພວກນັ້ນ ເກີດມີການຖືໂຕດູໝິ່ນກັນ ເພາະທະນົງຕົນ ປາຣົບຜິວພັນເປັນປັດຈັຍ ງ້ວນດິນຈຶ່ງຫາຍໄປ
ເມື່ອງ້ວນດິນຫາຍໄປແລ້ວ ກໍໄດ້ເກີດມີກະບິດິນ (ພູມິ ປັປປະຕິກະ) ຂຶ້ນ ສັຕເຫຼົ່ານັ້ນໄດ້ໃຊ້ກະບິດິນເປັນອາຫານ ດໍາຣົງຢູ່ຊົ່ວສິ້ນກາລະດົນນານ ຜິວພັນກໍປາກົດວ່າແຕກຕ່າງກັນອອກໄປ ດ້ວຍເພາະມີການຖືໂຕດູໝິ່ນກັນ ເພາະທະນົງຕົນປາຣົບຜິວພັນເປັນປັດຈັຍ ກະບິດິນຈຶ່ງຫາຍໄປ ເມື່ອກະບິດິນຫາຍໄປແລ້ວ ກໍໄດ້ເກີດມີເຄືອດິນ (ປະທາລະຕາ) ຂຶ້ນ ສັຕເຫຼົ່ານັ້ນໄດ້ໃຊ້ເຄືອດິນເປັນອາຫານ
ພຸດທະວະຈະນະ - ໝວດທັມ








