ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນຕະກູນສູງນີ້ ຄື ເປັນຄົນບໍ່ແຂງກະດ້າງ ບໍ່ຂີ້ອົ່ງ ຍ່ອມຂາບໄຫວ້ຄົນທີ່ຄວນຂາບໄຫວ້ ລຸກຮັບຄົນທີ່ຄວນລຸກຮັບ ໃຫ້ອາສະນະ ແກ່ຄົນທີ່ສົມຄວນແກ່ອາສະນະ ໃຫ້ທາງແກ່ຄົນທີ່ສົມຄວນແກ່ທາງ ສັກກາຣະຄົນທີ່ຄວນສັກກາຣະ ເຄົາຣົບຄົນທີ່ຄວນເຄົາຣົບ ນັບຖືຄົນທີ່ຄວນນັບຖື ບູຊາຄົນທີ່ຄວນບູຊາ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ຍ່ອມບໍ່ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມແລ້ວສອບຖາມວ່າ ອັນໃດເປັນກຸສົລ ອັນໃດເປັນອະກຸສົລ ອັນໃດມີໂທດ ອັນໃດບໍ່ມີໂທດ ອັນໃດຄວນເສບ ອັນໃດບໍ່ຄວນເສບ ອັນໃດເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ຫຼືວ່າອັນໃດເມື່ອເຮັດ ຍ່ອມເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິິບາຕ ນະຣົກ ຖ້າມາເປັນມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີປັນຍາຕ່ຳຊາມ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຕ່ຳຊາມນີ້ ຄື ບໍ່ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມ ວ່າ ອັນໃດເປັນກຸສົລ ອັນໃດເປັນອະກຸສົລ ອັນໃດມີໂທດ ອັນໃດບໍ່ມີໂທດ ອັນໃດຄວນເສບ ອັນໃດບໍ່ຄວນເສບ

ພຸດທະວະຈະນະ - ໝວດທັມ

ອັນໃດເມື່ອເຮັດ ຍ່ອມເປັນໄປເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມ ທຸກຂ໌ຊົ່ວສິ້ນກາລະນານ ຫຼືວ່າອັນໃດເມື່ອເຮັດ ຍ່ອມເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍຕາມ ຍ່ອມເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມວ່າ ອັນໃດເປັນກຸສົລ ອັນໃດເປັນອະກຸສົລ ອັນໃດມີໂທດ ອັນໃດບໍ່ມີໂທດ ອັນໃດຄວນເສບ ອັນໃດບໍ່ໍ່ຄວນເສບ ອັນໃດເມື່ອເຮັດຍ່ອມເປັນໄປເພື່ອບໍ່ເກື້ອກູນ ເພື່ອທຸກຂ໌ຊົ່ວສິ້ນກາລະນານ ຫຼືວ່າອັນໃດເມື່ອເຮັດ ຍ່ອມເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ ເພາະກັມນັ້ນ ອັນເຂົາໃຫ້ອັ່ງເຕັມ ສະມາທານໄວ້ເຊັ່ນນີ້ ເມື່ອຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະ ຫວັນ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນ ມະນຸດເກີດນະບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີປັນຍາຫຼາຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີປັນຍາຫຼາຍ ນີ້ຄື ເປັນຜູ້ເຂົ້າໄປຫາສະມະນະຫຼືພຣາມ ແລ້ວສອບຖາມວ່າ ອັນໃດເປັນກຸສົລ ອັນໃດເປັນອະກຸສົລ ອັນໃດມີໂທດ ອັນໃດບໍ່ມີໂທດ ອັນໃດຄວນເສບ ອັນໃດບໍ່ຄວນເສບ ອັນໃດເມື່ອເຮັດ ຍ່ອມເປັນໄປເພື່ອບໍ່ເກື້ອກູນ ເພື່ອຄວາມທຸກຂ໌ຊົ່ວສິ້ນກາລະນານ ຫຼືວ່າອັນໃດເມື່ອເຮັດ ຍ່ອມເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸຂຊົ່ວສິ້ນກາລະນານ.

ເປີດທັມທີ່ຖືກປົກປິດ : ພົບພູມ

ມານົບ ! ດ້ວຍປະການດັ່ງນີ້ແລ

ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸສັ້ນ ຍ່ອມນໍາໄປສູ່ຄວາມເປັນຄົນມີອາຍຸສັ້ນ

ປະຕິປະທາທີ່ເປັນໄປເພື່ອຄວາມມີອາຍຸຍືນ ຍ່ອມນໍາ ໄປສູ່ຄວາມເປັນຄົນມີອາຍຸຍືນ

ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄາຫຼາຍ ຍ່ອມນໍາໄປສູ່ຄວາມເປັນຄົນມີໂຣຄາຫຼາຍ

ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄາໜ້ອຍ ຍ່ອມນໍາໄປສູ່ຄວາມເປັນຄົນມີໂຣຄາໜ້ອຍ

ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຂີ້ຮ້າຍ ຍ່ອມນໍາໄປສູ່ຄວາມເປັນຄົນມີຜິວພັນຂີ້ຮ້າຍ

ປະຕິປະທາທີ່ເປັນໄປເພື່ອຄວາມເປັນຜູ້ໜ້າເຫຼື້ອມໃສ ຍ່ອມນໍາໄປສູ່ຄວາມເປັນຄົນໜ້າເຫຼື້ອມໃສ

ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດານ້ອຍ ຍ່ອມນໍາໄປສູ່ຄວາມເປັນຄົນມີິສັກດານ້ອຍ

ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາໃຫຍ່ ຍ່ອມນໍາໄປສູ່ຄວາມເປັນຄົນມີສັກດາໃຫຍ່

ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະໜ້ອຍ ຍ່ອມນໍາໄປສູ່ຄວາມເປັນຄົນມີໂພຄະໜ້ອຍ

ພຸດທະວະຈະນະ - ໝວດທັມ

ປະຕິປະທາທີ່ເປັນໄປເພື່ອຄວາມມີໂພຄະຫຼາຍ ຍ່ອມນໍາໄປສູ່ຄວາມເປັນຄົນມີໂພຄະຫຼາຍ

ປະຕິປະທາທີ່ເປັນໄປເພື່ອຄວາມເກີດໃນຕະກູນຕໍ່າ ຍ່ອມນໍາໄປສູ່ຄວາມເປັນຄົນເກີດໃນຕະກູນຕໍ່າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ