ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ເວລາເສບເມຖຸນທັມກັບນາງນາຄຜູ້ມີຊາດສໍ່າກັນ ໑

ເວລາວາງໃຈນອນຫຼັບ ໑

ພິກຂຸທັງຫຼາຍ ! ນີ້ແລ ເຫດແຫ່ງຄວາມປາກົດ ຕາມ

ສະພາບຂອງນາຄ ໒ ປະການ.

ພິກຂຸທັງຫຼາຍ ! ອະນຸປະສັມບັນ ຄືສັຕເດຣັດສານ

ພິກຂຸບໍ່ຕ້ອງໃຫ້ອຸປະສົມບົດ ທີ່ອຸປະສົມບົດແລ້ວ ຕ້ອງໃຫ້ລາສິກເສຍ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ກໍາເນີດນາຄະ ໔ ຈໍາພວກ ໓໒

- ບາລີ ຂັນທ. ສັງ. ໑໗/໒໙໘/໕໑໙.

ພິກຂຸທັງຫຼາຍ ! ກໍາເນີດຂອງນາຄະ ໔ ຈໍາພວກນີ້

໔ ຈໍາພວກ ເປັນແນວໃດໜໍ ? ຄື

(໑) ນາຄະທີ່ເປັນອັນດະຊະ (ເກີດໃນໄຂ່)

(໒) ນາຄະທີ່ເປັນຊະລາພຸຊະ (ເກີດໃນຄັນ)

(໓) ນາຄະທີ່ເປັນສັງເສທະຊະ (ເກີດໃນໄຄເທົາ)

(໔) ນາຄະທີ່ເປັນໂອປະປາຕິກະ (ເກີດຜຸດຂຶ້ນ)

ໃນນາຄະ ໔ ຈໍາພວກນັ້ນ

ນາຄະທີ່ເປັນຊະລາພຸຊະ ສັງເສທະຊະແລະໂອປະປາຕິກະ ປານີດກວ່ານາຄະທີ່ເປັນອັນດະຊະ.

ນາຄະທີ່ເປັນສັງເສທະຊະ ແລະໂອປະປາຕິກະ ປານີດກວ່ານາຄະທີ່ເປັນ ອັນດະຊະແລະຊະລາພຸຊະ.

ນາຄະທີ່ເປັນໂອປະປາຕິກະ ປານີດກວ່ານາຄະທີ່ເປັນ ອັນດະຊະ ຊະລາພຸຊະແລະສັງເສທະຊະ.

ພິກຂຸທັງຫຼາຍ ! ນີ້ແລ ກໍາເນີດຂອງນາຄະ ໔ ຈໍາພວກ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດໃຫ້ນາຄະຮັກສາອຸໂປສະຖະ ໓໓

- ບາລີ ຂັນທ. ສັງ. ໑໗/໒໙໙-໓໐໐/໕໒໑-໕໒໔.

ພິກຂຸ ! ນາຄະບາງພວກທີ່ເປັນອັນດະຊະໃນໂລກນີ້ ມີຄວາມຄິດດັ່ງນີ້ວ່າ

ເມື່ອກ່ອນ ພວກເຮົາເປັນຜູ້ເຮັດ ກັມທັງສອງ໑ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ພວກເຮົານັ້ນເຮັດກັມທັງສອງ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈເມື່ອຕາຍໄປ ຈຶ່ງເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄະທີ່ເປັນອັນດະຊະ ຖ້າມື້ນີ້ພວກເຮົາຍ່ອມປະພຶດສຸຈະຣິຕດ້ວຍກາຍ ດ້ວຍວາຈາ ດ້ວຍໃຈແລ້ວ ເມື່ອເປັນເຊັ່ນນີ້ ເມື່ອຕາຍໄປ ພວກເຮົາຈະຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ເຊີນພວກເຮົາມາປະພຶດສຸຈະຣິຕດ້ວຍກາຍ ດ້ວຍວາຈາ ດ້ວຍໃຈເສຍໃນບັດນີ້ເຖີ້ນ.

ພິກຂຸ ! ຂໍ້ນີ້ແລ ເປັນເຫດ ເປັນປັດຈັຍໃຫ້ນາຄະທີ່ເປັນອັນດະຊະບາງພວກໃນໂລກນີ້ ຮັກສາອຸໂປສະຖະແລະສະລະກາຍໄດ້.

(ຕຣັດເຊັ່ນດຽວກັນກັບກໍລະນີຂອງນາຄະທີ່ເປັນຊາລະພຸຊະ ສັງເສທະຊະ ແລະໂອປະປາຕິກະ ຮັກສາອຸໂປສະຖະ)

໑. ກັມທັງສອງ = ກຸສະລະກັມແລະອະກຸສະລະກັມ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍ

ຂອງນາຄະ (ນັຍທີ ໑) ໓໔

- ບາລີ ຂັນທ. ສັງ. ໑໗/໓໐໑-໓໐໒/໕໒໕-໕໒໘.

ພິກຂຸ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເຮັດກັມທັງສອງ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ເຂົາໄດ້ຟັງມາວ່າ ພວກນາຄະທີ່ເປັນອັນດະຊະ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ

“ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍ ຂອງພວກນາຄະທີ່ເປັນອັນດະຊະ” ຄັນຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄະທີ່ເປັນອັນດະຊະ.

ພິກຂຸ ! ຂໍ້ນີ້ແລ ເປັນເຫດ ເປັນປັດຈັຍໃຫ້ບຸກຄົນບາງຄົນໃນໂລກນີ້ ເມື່ອຕາຍໄປ ເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄະທີ່ເປັນອັນດະຊະ.

(ຕຣັດເຊັ່ນດຽວກັນກັບກໍລະນີຂອງນາຄະທີ່ເປັນ ຊາລະພຸຊະ ສັງເສທະຊະ ແລະໂອປະປາຕິກະ)

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍ

ຂອງນາຄະ (ນັຍທີ ໒) ໓໕

- ບາລີ ຂັນທ. ສັງ. ໑໗/໓໐໓/໕໒໙.

ພິກຂຸ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເຮັດກັມທັງສອງ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ເຂົາໄດ້ຟັງມາວ່າ ພວກນາຄະທີ່ເປັນອັນດະຊະ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ

“ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍ ຂອງພວກນາຄະທີ່ເປັນອັນດະຊະ”

ເຂົາຈຶ່ງໃຫ້ເຂົ້າ ນໍ້າ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ເຄື່ອງເຕີມປະທີບ ຄັນເຂົາຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄະທີ່ເປັນອັນດະຊະ.

ພິກຂຸ ! ຂໍ້ນີ້ແລ ເປັນເຫດ ເປັນປັດຈັຍໃຫ້ບຸກຄົນບາງຄົນໃນໂລກນີ້ ເມື່ອຕາຍໄປ ເຂົ້າເຖິງຄວາມເປັນສະຫາຍຂອງພວກນາຄະທີ່ເປັນອັນດະຊະ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ