ພົບພູມ
ໜ້າ/ 140
(ຕຣັດເຊັ່ນດຽວກັນກັບກໍລະນີຂອງນາຄະທີ່ເປັນ ຊາລະພຸຊະ ສັງເສທະຊະ ແລະໂອປະປາຕິກະ)
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ກໍາເນີດຄຸດ ໔ ຈໍາພວກ ໓໖
- ບາລີ ຂັນທ. ສັງ. ໑໗/໓໐໕/໕໓໑.
ພິກຂຸທັງຫຼາຍ ! ກໍາເນີດຂອງຄຸດ (ສັມປັນນະ) ໔ ຈໍາພວກນີ້
໔ ຈໍາພວກ ເປັນແນວໃດໜໍ ? ຄື
(໑) ຄຸດທີ່ເປັນອັນດະຊະ (ເກີດໃນໄຂ່)
(໒) ຄຸດທີ່ເປັນຊະລາພຸຊະ (ເກີດໃນຄັນ)
(໓) ຄຸດທີ່ເປັນສັງເສທະຊະ (ເກີດໃນໄຄເທົາ)
(໔) ຄຸດທີ່ເປັນໂອປະປາຕິກະ (ເກີດຜຸດຂຶ້ນ)
ໃນຄຸດ ໔ ຈໍາພວກນັ້ນ
ຄຸດທີ່ເປັນອັນດະຊະ ຍ່ອມນໍາເອົານາຄະທີ່ເປັນອັນດະຊະໄປໄດ້ ນໍາເອົານາຄະທີ່ເປັນຊະລາພຸຊະ ສັງເສທະຊະ ແລະໂອປະປາຕິກະໄປບໍ່ໄດ້.
ຄຸດທີ່ເປັນຊະລາພຸຊະ ຍ່ອມນໍາເອົານາຄະທີ່ເປັນອັນດະຊະແລະຊະລາພຸຊະໄປໄດ້ ນໍາເອົານາຄະທີ່ເປັນສັງເສທະຊະແລະໂອປະປາຕິກະໄປບໍ່ໄດ້.
ຄຸດທີ່ເປັນສັງເສທະຊະ ຍ່ອມນໍາເອົານາຄະທີ່ເປັນອັນດະຊະ ຊະລາພຸຊະ ແລະສັງເສທະຊະໄປໄດ້ ນໍາເອົານາຄະທີ່ເປັນ ໂອປະປາຕິກະໄປບໍ່ໄດ້.
ຄຸດທີ່ເປັນໂອປະປາຕິກະ ຍ່ອມນໍາເອົານາຄະທີ່ເປັນອັນດະຊະ ຊະລາພຸຊະ ສັງເສທະຊະ ໂອປະປາຕິກະໄປໄດ້.
ພິກຂຸທັງຫຼາຍ ! ນີ້ແລ ກໍາເນີດຂອງຄຸດ ໔ ຈໍາພວກ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍ
ຂອງຄຸດ (ນັຍທີ ໑) ໓໗
- ບາລີ ຂັນທ. ສັງ. ໑໗/໓໐໖/໕໓໒-໕໓໓.
ພິກຂຸ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເຮັດກັມທັງສອງ໑ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ເຂົາໄດ້ຟັງມາວ່າ ພວກຄຸດທີ່ເປັນອັນດະຊະ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ
“ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍ ຂອງພວກຄຸດທີ່ເປັນອັນດະຊະ” ຄັນຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກຄຸດ ທີ່ເປັນອັນດະຊະ.
ພິກຂຸ ! ຂໍ້ນີ້ແລ ເປັນເຫດ ເປັນປັດຈັຍໃຫ້ບຸກຄົນບາງຄົນໃນໂລກນີ້ ເມື່ອຕາຍໄປ ເຂົ້າເຖິງຄວາມເປັນສະຫາຍຂອງພວກຄຸດທີ່ເປັນອັນດະຊະ.
(ຕຣັດເຊັ່ນດຽວກັນກັບກໍລະນີຂອງຄຸດທີ່ເປັນ ຊາລະພຸຊະ ສັງເສທະຊະ ແລະໂອປະປາຕິກະ)
໑. ກັມທັງສອງ = ກຸສະລະກັມແລະອະກຸສະລະກັມ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ເຂົ້າເຖິງຄວາມເປັນສະຫາຍ
ຂອງຄຸດ (ນັຍທີ ໒) ໓໘
- ບາລີ ຂັນທ. ສັງ. ໑໗/໓໐໗/໕໓໔-໕໓໕.
ພິກຂຸ ! ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ເຮັດກັມທັງສອງ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ເຂົາໄດ້ຟັງມາວ່າ ພວກຄຸດທີ່ເປັນອັນດະຊະ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ
“ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍ ຂອງພວກຄຸດທີ່ເປັນອັນດະຊະ”
ເຂົາຈຶ່ງໃຫ້ເຂົ້າ ນໍ້າ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ເຄື່ອງເຕີມປະທີບ ຄັນເຂົາຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງພວກຄຸດທີ່ເປັນອັນດະຊະ.
ພິກຂຸ ! ຂໍ້ນີ້ແລ ເປັນເຫດ ເປັນປັດຈັຍໃຫ້ບຸກຄົນບາງຄົນໃນໂລກນີ້ ເມື່ອຕາຍໄປ ເຂົ້າເຖິງຄວາມເປັນສະຫາຍຂອງພວກຄຸດທີ່ເປັນອັນດະຊະ.
(ຕຣັດເຊັ່ນດຽວກັນກັບກໍລະນີຂອງຄຸດທີ່ເປັນ ຊາລະພຸຊະ ສັງເສທະຊະ ແລະໂອປະປາຕິກະ)
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ປະຕິປະທາໃຫ້ເຖິງຄວາມເປັນໝາແລະງົວ ໓໙
- ບາລີ ມ. ມ. ໑໓/໗໙-໘໒/໘໔-໘໖.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ເສນິຢະອະເຈລະນີ້ ປະພຶດວັຕດັ່ງໝາ ເຮັດກັມຍາກທີ່ຜູ້ອື່ນຈະເຮັດໄດ້ ບໍຣິໂພກພາຊະນະທີ່ວາງໄວ້ ນະ ພື້ນດິນ ລາວສະມາທານກຸກກຸຣະວັຕນັ້ນຢ່າງບໍລິບູນ ຊົ່ວສິ້ນກາລະນານ ຄະຕິຂອງລາວຈະເປັນແນວໃດ ພົບໜ້າຂອງລາວຈະເປັນແນວໃດ ?
ຢ່າເລີຍປຸນນະ ! ຈົ່ງເຊົາຂໍ້ນີ້ເສຍເຖີ້ນ ຢ່າຖາມເຮົາເຖິງຂໍ້ນີ້ເລີຍ.
ປຸນນະໂກລິຢະບຸດຜູ້ປະພຶດວັຕດັ່ງງົວ ໄດ້ທູນຖາມພຣະຜູູ້ມີພຣະພາກເປັນຄັ້ງທີ ໒ ແລະພຣະຜູູ້ມີພຣະພາກໄດ້ຕຣັດຫ້າມ
ປຸນນະໂກລິຢະບຸດຜູ້ປະພຶດວັຕດັ່ງງົວ ໄດ້ທູນຖາມພຣະຜູູ້ມີພຣະພາກເປັນຄັ້ງທີ ໓ ພຣະຜູູ້ມີພຣະພາກຈຶ່ງຕຣັດຕອບວ່າ








