ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕຈໍາພວກເກີດແກ່ຕາຍໃນນໍ້າ.
ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນຂອງເປິເປື້ອນ ກໍກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນຂອງເປິເປື້ອນ ຄືຈັ່ງໃດ ? ຄື ໝູ່ສັຕຈໍາພວກທີ່ເກີດແກ່ຕາຍໃນປາເນົ່າກໍມີ ໃນສົບເນົ່າກໍມີ ໃນເຂົ້າໜົມກຸມມາສະເກົ່າກໍມີ ໃນນໍ້າຄໍາກໍມີ ໃນຂຸມເນົ່າເປື້ອນກໍມີ ຫຼືແມ່ນແຕ່ຈໍາພວກ ອື່ນໆ ບໍ່ວ່າຊະນິດໃດໆ ເກີດແກ່ຕາຍໃນຂອງເປິເປື້ອນ.
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕ ຈໍາພວກເກີດແກ່ຕາຍໃນຂອງເປິເປື້ອນ.
ພິກຂຸທັງຫຼາຍ ! ເຮົາກ່າວເລື່ອງກໍາເນີດເດຣັດສານ ແມ່ນວ່າໂດຍອະເນກປະຣິຍາຍແລພຽງສໍ່ານີ້ ຈະກ່າວໃຫ້ເຖິງຈົນວ່າຮອດຄວາມທຸກຂ໌ໃນກໍາເນີດເດຣັດສານ ບໍ່ແມ່ນເຮັດໄດ້ງ່າຍ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ນາຄະເປັນສັຕເດຣັດສານ ໓໑
- ບາລີ ມຫາ. ວິ. ໔/໑໗໕/໑໒໗໙.
ກໍໃນສະໄໝນັ້ນແລ ນາຄໂຕໜຶ່ງອຶດອັດ ເບື່ອໜ່າຍ ລັງກຽດກໍາເນີດນາຄ ນາຄນັ້ນໄດ້ມີຄວາມດໍາຣິວ່າ ດ້ວຍວິທີອັນໃດໜໍ ເຮົາຈຶ່ງຈະພົ້ນ
ຈາກກໍາເນີດນາຄ ແລະກັບໄດ້ອັຕຕະພາບເປັນມະນຸດ ໂດຍໄວ.
ຄັນແລ້ວໄດ້ດໍາຣິຕໍ່ໄປວ່າ ສະມະນະເຊື້ອສາຍສາກະຢະບຸຕເຫຼົ່ານີ້ແລ ເປັນຜູ້ປະພຶດທັມ ປະພຶດສະງົບ ປະພຶດພຣົມມະຈັນ ກ່າວແຕ່ຄໍາສັຈ ມີສີລ ມີກັນລະຍານະທັມ ຫາກເຮົາຈະຍ່ອມບວດ ໃນສໍານັກສະມະນະເຊື້ອສາຍ ສາກະຢະບຸຕ ດ້ວຍວິທີເຊັ່ນນີ້ ເຮົາກໍຈະພົ້ນຈາກກໍາເນີດນາຄ ແລະກັບໄດ້ອັຕຕະພາບເປັນມະນຸດ ໂດຍໄວ.
ຄັນແລ້ວ ນາຄຈຶ່ງແປງກາຍເປັນຊາຍໜຸ່ມ ແລ້ວເຂົ້າໄປຫາພິກຂຸ
ທັງຫຼາຍ ຂໍບັນພະຊາ ພິກຂຸທັງຫຼາຍຈຶ່ງໃຫ້ບັນພະຊາອຸປະສົມບົດ ສະໄໝຕໍ່ມາ ພຣະນາຄນັ້ນອາໄສຢູ່ໃນວິຫາຣະສຸດເຂດກັບພິກຂຸອົງໜຶ່ງ.
ຄັນປັດຈຸດສະໄໝແຫ່ງຣາຕຣີ ພິກຂຸອົງນັ້ນຕື່ນນອນແລ້ວ ອອກ
ໄປຍ່າງຈົງກົມຢູ່ໃນບ່ອນແຈ້ງ ຄັນພິກຂຸອົງນັ້ນ ອອກໄປແລ້ວ ພຣະນາຄ
ນັ້ນກໍວາງໃຈຈໍາວັດ ວິຫານໝົດຫຼັງເຕັມໄປດ້ວຍງູ ປ້ອງຄົດຍື່ນອອກໄປ
ທາງປ່ອງຢ້ຽມ.
ຄັນພິກຂຸອົງນັ້ນ ຍູ້ບານປະຕູດ້ວຍຕັ້ງໃຈຈະເຂົ້າວິຫານ ໄດ້ເຫັນວິຫານໝົດຫຼັງ ເຕັມໄປດ້ວຍງູ ເຫັນປ້ອງຄົດຍື່ນອອກໄປທາງປ່ອງຢ້ຽມ ກໍຕົກໃຈ ຈຶ່ງຮ້ອງອຶກກະທຶກຂຶ້ນ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍພາກັນແລ່ນເຂົ້າໄປຫາ ແລ້ວໄດ້ຖາມພິກຂຸອົງນັ້ນ ວ່າ “ອາວຸໂສ ທ່ານຮ້ອງອຶກກະທຶກຂຶ້ນເພື່ອຫຍັງ ?”
ພິກຂຸອົງນັ້ນ ບອກວ່າ “ອາວຸໂສທັງຫຼາຍ ວິຫານໝົດຫຼັງເຕັມໄປ
ດ້ວຍງູ ປ້ອງຄົດຍື່ນອອກໄປທາງປ່ອງຢ້ຽມ”
ຂະນະນັ້ນ ພຣະນາຄນັ້ນໄດ້ຕື່ນຂຶ້ນເພາະສຽງນັ້ນ ແລ້ວນັ່ງຢູ່ເທິງ
ອາສະນະຂອງຕົນ.
ພິກຂຸທັງຫຼາຍຖາມວ່າ “ອາວຸໂສ ທ່ານເປັນໃຜ ?”
ນ. “ຜູ້ຂ້າເປັນນາຄ ຂ້ານ້ອຍ”
ພິ. “ອາວຸໂສ ທ່ານໄດ້ເຮັດເຊັ່ນນີ້ ເພື່ອປະສົງອັນໃດ ?”
ພຣະນາຄນັ້ນ ຈຶ່ງໄດ້ແຈ້ງເນື້ອໃນໃຈຄວາມນັ້ນ ແກ່ພິກຂຸທັງຫຼາຍ
ພິກຂຸທັງຫຼາຍຂາບທູນເລື່ອງນັ້ນແກ່ພຣະຜູ້ມີພຣະພາກ
ລໍາດັບນັ້ນ ພຣະຜູ້ມີພຣະພາກສັ່ງໃຫ້ປະຊຸມພິກຂຸສົງຄ໌ ໃນເພາະ
ເຫດເປັນເຄົ້າມູນນັ້ນ ໃນເພາະເຫດຕັ້ງຕົ້ນນັ້ນ ແລ້ວໄດ້ຊົງປະທານພຣະ
ພຸດທະໂອວາດນີ້ ແກ່ນາຄນັ້ນວ່າ :
“ພວກເຈົ້າເປັນນາຄ ມີຄວາມບໍ່ງອກງາມໃນທັມວິນັຍນີ້
ເປັນທໍາມະດາ ໄປເຖີ້ນເຈົ້ານາຄ ຈົ່ງໄປຮັກສາອຸໂປສະຖະໃນ
ມື້ຄໍ່າທີ ໑໔ ທີ ໑໕ ແລະທີ ໘ ແຫ່ງປັກນັ້ນແຫຼະ ດ້ວຍວິທີນີ້ ເຈົ້າຈະພົ້ນຈາກກໍາເນີດນາຄ ແລະກັບໄດ້ອັຕຕະພາບເປັນ
ມະນຸດໂດຍໄວ”.
ຄັນນາຄນັ້ນໄດ້ຮູ້ວ່າ ຕົນມີຄວາມບໍ່ງອກງາມ ໃນທັມວິນັຍນີ້ເປັນທໍາມະດາ ກໍເສຍໃຈ ຫຼັ່ງນໍ້າຕາ ສົ່ງສຽງດັງ ແລ້ວຫຼີກຜ່າຍໄປ.
ເປີດທັມທີ່ຖືກປົກປິດ : ພົບພູມ
ລໍາດັບນັ້ນ ພຣະຜູ້ມີພຣະພາກຕຣັດ ສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ເຫດແຫ່ງຄວາມປາກົດ (ຄືນ) ຕາມສະພາບ ຂອງນາຄ ມີສອງປະການນີ້ ຄື








