ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ແລະນະຣົກຂີ້ເຖົ່ານັ້ນ ມີປ່າງິ້ວໃຫຍ່ປະກອບຢູ່ຮອບດ້ານ ຕົ້ນສູງຮຽວຊື່ຂຶ້ນໄປໂຍດໜຶ່ງ ມີໜາມຍາວ ໑໖ ອົງຄຸລີ ມີໄຟໄໝ້ທົ່ວ ລຸກຮຸ່ງ ສະຫວ່າງ ເຫຼົ່ານິຣະຢະບາລຈະບັງຄັບໃຫ້ສັຕນັ້ນຂຶ້ນໆ ລົງໆ ທີ່ຕົ້ນງິ້ວນັ້ນ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດ ຢູ່ທີ່ຕົ້ນງິ້ວນັ້ນແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.

ພິກຂຸທັງຫຼາຍ ! ແລະປ່າງິ້ວນັ້ນ ມີປ່າຕົ້ນໄມ້ໃບເປັນດາບໃຫຍ່ ປະກອບຢູ່ຮອບດ້ານ ສັຕນັ້ນຈະເຂົ້າໄປປ່ານັ້ນ ຈະຖືກໃບໄມ້ທີ່ລົມພັດ ຕັດມືແດ່ ຕັດຕີນແດ່ ຕັັດທັງມືແລະຕີນແດ່ ແລະຕັດໃບຫູແດ່ ຕັດດັງແດ່ ຕັດທັງໃບຫູແລະດັງແດ່ ແລະສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດຢູ່ໃນປ່າຕົ້ນໄມ້ ມີໃບເປັນດາບນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.

ພິກຂຸທັງຫຼາຍ ! ແລະປ່າຕົ້ນໄມ້ໃບເປັນດາບນັ້ນ ມີແມ່ນໍ້າໃຫຍ່ປະກອບຢູ່ຮອບດ້ານ ສັຕນັ້ນ ຈະຕົກລົງໄປແມ່ນໍ້ານັ້ນ ຈະລອຍຢູ່ໃນແມ່ນໍ້ານັ້ນ ລ່ອງແດ່ ທວນກະແສແດ່ ທັງລ່ອງແລະທວນກະແສແດ່ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດຢູ່ໃນນໍ້ານັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.

ພິກຂຸທັງຫຼາຍ ! ເຫຼົ່າທ້າວນິຣະຢະບາລພາກັນເອົາເບັດເກາະສັຕນັ້ນຂຶ້ນວາງເທິງບົກ ແລ້ວກ່າວດັ່ງນີ້ວ່າ

ພຸດທະວະຈະນະ - ໝວດທັມ

“ທ້າວຜູ້ຈະເຣີນ ! ເຈົ້າຕ້ອງການອັນໃດ” ສັຕນັ້ນບອກດັ່ງນີ້ວ່າ “ຜູ້ຂ້າຫິວ ຂ້ານ້ອຍ !” ເຫຼົ່າທ້າວນິຣະຢະບາລຈຶ່ງເອົາຂໍເຫຼັກຮ້ອນມີໄຟໄໝ້ທົ່ວ ລຸກຮຸ່ງ ສະຫວ່າງ ງະປາກອອກແລ້ວ ໃສ່ກ້ອນໂລຫະຮ້ອນມີໄຟໄໝ້ແດງ ລຸກຮຸ່ງ ສະຫວ່າງ ເຂົ້າໃນປາກ ກ້ອນໂລຫະນັ້ນ ຈະໄໝ້ຮິມສົບແດ່ ໄໝ້ປາກແດ່ ໄໝ້ຄໍແດ່ ໄໝ້ທ້ອງແດ່ ຂອງສັຕນັ້ນ ພາເອົາໄສ້ໃຫຍ່ແດ່ ໄສ້ນ້ອຍແດ່ ອອກມາທາງສ່ວນລຸ່ມ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດ ຢູ່ໃນບ່ອນນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.

ພິກຂຸທັງຫຼາຍ ! ເຫຼົ່າທ້າວນິຣະຢະບາລກ່າວດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ເຈົ້າຕ້ອງການອັນໃດ” ສັຕນັ້ນບອກດັ່ງນີ້ວ່າ “ຜູ້ຂ້າຫິວນໍ້າ ຂ້ານ້ອຍ !” ເຫຼົ່າທ້າວນິຣະຢະບາລຈຶ່ງເອົາຂໍເຫຼັກຮ້ອນມີໄຟໄໝ້ທົ່ວ ລຸກຮຸ່ງ ສະຫວ່າງ ງະປາກອອກແລ້ວ ເອົານໍ້າທອງແດງຮ້ອນມີໄຟໄໝ້ແດງ ລຸກຮຸ່ງ ສະຫວ່າງ ຮ່າຍເຂົ້າໄປໃນປາກ ນໍ້າທອງແດງນັ້ນ ຈະໄໝ້ຮິມສົບແດ່ ໄໝ້ປາກແດ່ ໄໝ້ຄໍແດ່ ໄໝ້ທ້ອງແດ່ ຂອງສັຕນັ້ນ ພາເອົາໄສ້ໃຫຍ່ແດ່ ໄສ້ນ້ອຍແດ່ ອອກມາທາງສ່ວນລຸ່ມ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດ ຢູ່ໃນບ່ອນນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ເຫຼົ່າທ້າວນິຣະຢະບາລຈະໂຍນສັຕນັ້ນເຂົ້າໄປໃນມະຫານະຣົກອີກ.

ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ພະຍາຍົມໄດ້ມີຄວາມດໍາຣິດັ່ງນີ້ວ່າ :

ທ່ານຜູ້ຈະເຣີນເອີຍ ! ເປັນອັນວ່າເຫຼົ່າສັຕທີ່ເຮັດກັມອັນເປັນບາບໄວ້ໃນໂລກ ຍ່ອມຖືກທ້າວນິຣະຢະບາລລົງໂທດຕ່າງຊະນິດ ເຫັນປານນີ້.

ໂອໜໍ ! ຂໍເຮົາຈົ່ງໄດ້ຄວາມເປັນມະນຸດ

ຂໍຕະຖາຄົຕອະຣະຫັນຕະສັມມາສັມພຸດທະ

ຈົ່ງສະເດັດອຸບັດຂຶ້ນໃນໂລກ

ຂໍເຮົາຈົ່ງໄດ້ນັ່ງໃກ້ພຣະຜູ້ມີພຣະພາກພຣະອົງນັ້ນ

ຂໍພຣະຜູ້ມີພຣະພາກພຣະອົງນັ້ນ

ຈົ່ງຊົງສະແດງທັມແກ່ເຮົາ

ແລະຂໍເຮົາຈົ່ງຮູ້ທົ່ວເຖິງທັມ

ຂອງພຣະຜູ້ມີພຣະພາກພຣະອົງນັ້ນເຖີ້ນ.

ພິກຂຸທັງຫຼາຍ ! ກໍເລື່ອງນັ້ນ ເຮົາບໍ່ໄດ້ຟັງມາຕໍ່ຈາກສະມະນະຫຼືພຣາມອື່ນໆ ແລ້ວຈຶ່ງບອກ ກໍແລເຮົາບອກເລື່ອງທີ່ເຮົາຮູ້ເອງ ເຫັນເອງ ປາກົດເອງທັງມວນ.

ພຸດທະວະຈະນະ - ໝວດທັມ

(ຄາຖາຜະນວກທ້າຍພຣະສູຕ)

ນໍຣະຊົນເຫຼົ່າໃດຍັງເປັນມານົບ

ອັນເທວະທູຕຕັກເຕືອນແລ້ວປະມາດຢູ່

ນໍຣະຊົນເຫຼົ່ານັ້ນ ຈະເຂົ້າເຖິງໝູ່ສັຕອັນຂີ້ຮ້າຍ

ເຖິງຄວາມເສົ້າໂສກຊົ່ວສິ້ນກາລະນານ

ສ່ວນນໍຣະຊົນເຫຼົ່າໃດ

ເປັນສັຕຕະບຸຣຸດຜູ້ສະງົບລະງັບໃນໂລກນີ້

ອັນເທວະທູຕຕັກເຕືອນແລ້ວ

ຍ່ອມບໍ່ປະມາດ ໃນທັມຂອງພຣະອະຣິຍະ

ໃນກາລໃດໆ ເຫັນພັຍໃນຄວາມຢຶດໝັ້ນ

ອັນເປັນເຫດແຫ່ງຊາດແລະມໍຣະນະ ແລ້ວບໍ່ຢຶດໝັ້ນ

ຫຼຸດພົ້ນໃນທັມເປັນບ່ອນດັບສິ້ນຊາດແລະມໍຣະນະໄດ້

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ