ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ນໍຣະຊົນເຫຼົ່ານັ້ນ ເປັນຜູ້ເຖິງຄວາມກະເສມ

ມີສຸຂ ດັບສະນິດໃນປັດຈຸບັນ

ຂ້າມພົ້ນເວຣແລະພັຍທັງປວງ

ແລະເຂົ້າໄປຂ້າມພົ້ນທຸກຂ໌ທັງປວງໄດ້.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ອາຍຸນະຣົກ ໒໔

- ບາລີ ທສກ. ອັງ. ໒໔/໑໘໑/໘໙.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ພຣະສາຣີບຸຕແລະພຣະໂມກຄັນລານະ ເປັນຜູ້ມີຄວາມປາຖນາອັນຕໍ່າຊາມ ຕົກຢູ່ໃນອໍານາດແຫ່ງຄວາມປາຖນາອັນຕໍ່າຊາມ ຂ້ານ້ອຍ !

ໂກກາລິກະ ເຈົ້າຢ່າໄດ້ກ່າວແນວນີ້ເລີຍ.

ໂກກາລິກະ ເຈົ້າຢ່າໄດ້ກ່າວແນວນີ້ ເຈົ້າຈົ່ງຍັງຈິຕໃຫ້ເຫຼື້ອມໃສໃນສາຣີບຸຕແລະໂມກຄັນລານະເຖີ້ນ ສາຣີບຸຕແລະໂມກຄັນລານະມີສີລເປັນທີ່ຮັກ.

ແມ່ນວ່າຄັ້ງທີ ໒ ໂກກາລິກະພິກຂຸໄດ້ຂາບທູນອີກ ພຣະຜູ້ມີພຣະພາກເຈົ້າຕຣັດຫ້າມ

ແມ່ນວ່າຄັ້ງທີ ໓ ໂກກາລິກະພິກຂຸໄດ້ຂາບທູນອີກ ພຣະຜູ້ມີພຣະພາກເຈົ້າຕຣັດຫ້າມ

ລໍາດັບນັ້ນແລ ໂກກາລິກະພິກຂຸ ລຸກຈາກອາສະນະ ຖວາຍນອບນ້ອມພຣະຜູ້ມີພຣະພາກເຈົ້າ ເຮັດປະທັກຂິນາແລ້ວຫຼີກຜ່າຍໄປ...

ຄັນພໍຣາຕຣີຜ່ານໄປ ພຣະຜູ້ມີພຣະພາກຕຣັດກັບພິກຂຸທັງຫຼາຍວ່າ :

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ມື້ຄືນນີ້ ເມື່ອປະຖົມຍາມຜ່ານໄປແລ້ວ ທ້າວສະຫັມບໍດີພຣົມ ມີລັດສະໝີອັນງາມຍິ່ງ ເຮັດວິຫານເຊຕະວັນທັງໝົດ ໃຫ້ສະຫວ່າງແຈ້ງ ເຂົ້າມາຫາເຮົາຮອດບ່ອນຢູ່ ອະພິວາດແລ້ວຢືນຢູ່ທີ່ຄວນສ່ວນເບື້ອງໜຶ່ງ ຄັນແລ້ວໄດ້ກ່າວກັບເຮົາວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ ! ໂກກາລິກະພິກຂຸມໍຣະນະພາບແລ້ວ ອຸບັດໃນປະທຸມະນະຣົກ ເພາະຈິຕຄິດອາຄາດ ໃນພຣະສາຣີບຸຕແລະພຣະໂມກຄັນລານະ” ທ້າວສະຫັມບໍດີພຣົມ ຄັນກ່າວດັ່ງນີ້ແລ້ວ ເຮັດປະທັກຂິນາແລ້ວ ໄດ້້ອັນຕະທານຫາຍໄປ ໃນບ່ອນນັ້ນເອງ.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ປະມານອາຍຸຂັຍໃນປະທຸມມະນະຣົກ ດົນສໍ່າໃດ ຂ້ານ້ອຍ

ພິກຂຸທັງຫຼາຍ ! ປະມານອາຍຸຂັຍໃນປະທຸມມະນະຣົກດົນແທ້ ການນັບປະມານອາຍຸຂັຍ ໃນປະທຸມມະນະຣົກນັ້ນວ່າ ເທົ່ານີ້ປີ ເທົ່ານີ້ຮ້ອຍປີ ເທົ່ານີ້ພັນປີ ຫຼືວ່າເທົ່ານີ້ແສນປີ ບໍ່ແມ່ນເຮັດໄດ້້ງ່າຍ.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍພຣະອົງພໍສາມາດ ຈະຊົງເຮັດການປຽບທຽບໄດ້ຫຼືບໍ່ ຂ້ານ້ອຍ !

ພິກຂຸທັງຫຼາຍ ! ອາດປຽບທຽບໄດ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ປຽບເໝືອນກວຽນ ທີ່ບັນທຸກງາຂອງຊາວໂກສົນ ມີອັດຕາ ໒໐ ຂາຣີ ເມື່ອຜ່ານໄປທຸກແສນປີ ບຸຣຸດຍ່ອມຢິບໝາກງາຂຶ້ນຈາກກວຽນນັ້ນ ອອກໜຶ່ງເມັດ.

ພິກຂຸທັງຫຼາຍ ! ກວຽນທີ່ບັນທຸກງາຂອງຊາວໂກສົນ ມີອັດຕາ ໒໐ ຂາຣີນັ້ນ ຈະຍ່ອມເຖິງຄວາມສ້ຽງໄປ ໝົດໄປໂດຍລໍາດັບ ນີ້ຍັງໄວເສຍກ່ອນ ສ່ວນ ໑ ອັບພຸທະນະຣົກຍັງບໍໍ່ທັນເຖິງຄວາມສ້ຽງໄປ ໝົດໄປໄດ້ເລີຍ.

ພິກຂຸທັງຫຼາຍ !

໒໐ ອັບພຸທະນະຣົກ ເປັນ ໑ ນິຣັບພຸທະນະຣົກ

໒໐ ນິຣັບພຸທະນະຣົກ ເປັນ ໑ ອັບພະນະຣົກ

໒໐ ອັບພະນະຣົກ ເປັນ ໑ ອະຫະຫະນະຣົກ

໒໐ ອະຫະຫະນະຣົກ ເປັນ ໑ ອະຕະຕະນະຣົກ

໒໐ ອະຕະຕະນະຣົກ ເປັນ ໑ ກຸມຸທະນະຣົກ

໒໐ ກຸມຸທະນະຣົກ ເປັນ ໑ ໂສຄັນດິກະນະຣົກ

໒໐ ໂສຄັນດິກະນະຣົກ ເປັນ ໑ ອຸປະລະກະນະຣົກ

໒໐ ອຸປະລະກະນະຣົກ ເປັນ ໑ ປຸນດະຣີກະນະຣົກ

໒໐ ປຸນດະຣີກະຣົກ ເປັນ ໑ ປະທຸມະນະຣົກ

ເຊັ່ນນີ້ ກໍໂກກາລິກະພິກຂຸ ອຸບັດໃນປະທຸມະນະຣົກ ເພາະຈິຕຄິດອາຄາດ ໃນສາຣີບຸຕແລະໂມກຄັນລານະ.

ພຸດທະວະຈະນະ - ໝວດທັມ

(ຄາຖາຜະນວກທ້າຍພຣະສູຕ)

ກໍວາຈາຫຍາບເຊັ່ນກັບຂວານ ເກີດໃນປາກຂອງບຸຣຸດແລ້ວ

ເປັນເຫດຕັດຮອນຕົນເອງ ຂອງບຸຣຸດຜູ້ເປັນພາລ

ຜູ້ກ່າວຄໍາທຸບພາສິຕ

ຜູ້ໃດສັນລະເສີນຄົນທີ່ຄວນນິນທາ

ຫຼືນິນທາຄົນທີ່ຄວນສັນລະເສີນ

ຜູ້ນັ້ນຍ່ອມກໍ່ໂທດເພາະປາກ

ຍ່ອມບໍ່ໄດ້ຄວາມສຸຂເພາະໂທດນັ້ນ

ການບໍ່ແພ້(ເສຍ)ດ້ວຍຊັບເພາະຫຼິ້ນການພະນັນ

ເປັນໂທດພຽງເລັກນ້ອຍ

ໂທດຂອງຜູ້ທີ່ຍັງໃຈໃຫ້ປອງຮ້າຍໃນທ່ານຜູ້ປະຕິບັດດີ

ນີ້ແລເປັນໂທດຫຼາຍກວ່າ

ບຸກຄົນຕັ້ງວາຈາແລະໃຈອັນເປັນບາບໄວ້ແລ້ວ

ເປັນຜູ້ຕິຕຽນພຣະອະຣິຍະເຈົ້າ

ຍ່ອມເຂົ້າເຖິງນະຣົກຕະຫຼອດກາລ

ປະມານດ້ວຍການນັບປີ

໑໓໖,໐໐໐ ນິຣັບພຸທະ ແລະ ໕ ອັບພຸທະ

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການເຂົ້າເຖິງນະຣົກໃນພົບປັດຈຸບັນ (ນັຍທີ ໑) ໒໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ