ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ເຫຼົ່ານິຣະຢະບາລ ຈະເອົາສັຕນັ້ນ ທຽມລົດແລ້ວໃຫ້ແລ່ນກັບໄປ ກັບມາ ເທິງແຜ່ນດິນ ທີ່ມີໄຟໄໝ້ເຕັມ ລຸກຮຸ່ງ ສະຫວ່າງ... .
ພິກຂຸທັງຫຼາຍ ! ເຫຼົ່ານິຣະຢະບາລ ຈະໃຫ້ສັຕນັ້ນປີນຂຶ້ນປີນລົງຊຶ່ງພູຖ່ານໄຟໜ່ວຍໃຫຍ່ທີ່ມີໄຟໄໝ້ເຕັມ ລຸກຮຸ່ງສະຫວ່າງ...
ພິກຂຸທັງຫຼາຍ ! ເຫຼົ່ານິຣະຢະບາລ ຈະຈັບສັຕນັ້ນ ເອົາຕີນຂຶ້ນທາງເທິງ ເອົາຫົວລົງລຸ່ມແລ້ວ ໂຍນລົງໃນໝໍ້ທອງແດງ ທີ່ມີໄຟໄໝ້ເຕັມ ລຸກຮຸ່ງ ສະຫວ່າງ ສັຕນັ້ນຈະຟົດເດືອດເປັນຟອງຢູ່ໃນໝໍ້ທອງແດງນັ້ນ ເຂົາເມື່ອຟົດເດືອດເປັນຟອງຢູ່ ຈະຟົດປີ້ນຂຶ້ນເທິງຄັ້ງໜຶ່ງແດ່ ຈະຟົດປີ້ນລົງລຸ່ມຄັ້ງໜຶ່ງແດ່ ຈະຟົດປີ້ນໄປລວງຂວາງຄັ້ງໜຶ່ງແດ່ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດຢູ່ໃນໝໍ້ທອງແດງນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.
ພິກຂຸທັງຫຼາຍ ! ເຫຼົ່ານິຣະຢະບາລ ຈະໂຍນສັຕນັ້ນເຂົ້າໄປໃນມະຫານະຣົກ ກໍມະຫານະຣົກນັ້ນແລ ມີສີ່ແຈ ສີ່ປະຕູ ແບ່ງໄວ້ໂດຍສ່ວນເທົ່າກັນ ມີກໍາແພງເຫຼັກ ລ້ອມຮອບ ອ້ອມໄວ້ດ້ວຍແຜ່ນເຫຼັກ ພື້ນຂອງມະຫານະຣົກນັ້ນ ລ້ວນເຕັມໄປດ້ວຍເຫຼັກລຸກຮຸ່ງ ແຜ່ໄປຕະຫຼອດຮ້ອຍໂຍດຮອບດ້ານ ໄໝ້ຢູ່ທຸກເມື່ອ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ແລະມະຫານະຣົກນັ້ນ ມີແປວໄຟພຸ່ງຈາກຝາດ້ານໜ້າຈໍາຝາດ້ານຫຼັງ ພຸ່ງຈາກຝາດ້ານຫຼັງຈໍາຝາດ້ານໜ້າ ພຸ່ງຈາກຝາດ້ານເໜືອຈໍາຝາດ້ານໃຕ້ ພຸ່ງຈາກຝາດ້ານໃຕ້ຈໍາຝາດ້ານເໜືອ ພຸ່ງຈາກເບື້ອງລຸ່ມຈໍາເບື້ອງເທິງ ພຸ່ງຈາກເບື້ອງເທິງ ຈໍາເບື້ອງລຸ່ມ ສັຕນັ້ນຈະສະເຫວີຍເວທະນາ ອັນເປັນທຸກຂ໌ແຮງ ເຈັບປວດຢູ່ໃນມະຫານະຣົກນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.
ພິກຂຸທັງຫຼາຍ ! ຍ່ອມມີສະໄໝທີ່ບາງເທື່ອບາງຍາມ ໂດຍຜ່ານ ໄລຍະເວລາຍາວນານ ປະຕູດ້ານໜ້າຂອງມະຫານະຣົກໄຂອອກ ສັຕນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫຼາຍກໍເປັນຄວນກຸ້ມ ແຕ່ອະວັຍຍະວະທີ່ສັຕນັ້ນຍົກຂຶ້ນແລ້ວ ຈະກັບຄືນຮູບເດີມທັນທີ ແລະຂະນະທີ່ສັຕນັ້ນພວມຈະເຖິງປະຕູ ປະຕູນັ້ນຈະອັດເຂົ້າ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດ ຢູ່ໃນມະຫານະຣົກນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.
ພິກຂຸທັງຫຼາຍ ! ຍ່ອມມີສະໄໝທີ່ບາງເທື່ອບາງຍາມ ໂດຍຜ່ານໄລຍະເວລາຍາວນານ ປະຕູດ້ານຫຼັງຂອງມະຫານະຣົກໄຂອອກ... ປະຕູດ້ານເໜືອໄຂອອກ... ປະຕູດ້ານໃຕ້ໄຂອອກ ສັຕນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ້ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫຼາຍກໍເປັນຄວນກຸ້ມ ແຕ່ອະວັຍຍະວະທີ່ສັຕນັ້ນຍົກຂຶ້ນແລ້ວ ຈະກັບຄືນຮູບເດີມທັນທີ ແລະ
ພຸດທະວະຈະນະ - ໝວດທັມ
ໃນຂະນະທີ່ສັຕນັ້ນພວມຈະເຖິງປະຕູ ປະຕູນັ້ນຈະອັດເຂົ້າ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດຢູ່ໃນມະຫານະຣົກນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.
ພິກຂຸທັງຫຼາຍ ! ຍ່ອມມີສະໄໝທີ່ບາງເທື່ອບາງຍາມ ໂດຍຜ່ານໄລຍະເວລາຍາວນານ ປະຕູດ້ານໜ້າຂອງມະຫານະຣົກໄຂອອກ ສັຕນັ້ນຈະຟ້າວແລ່ນໄປຍັງປະຕູນັ້ນໂດຍໄວ ຍ່ອມຖືກໄຟໄໝ້ຜິວ ໄໝ້ໜັງ ໄໝ້ຊີ້ນ ໄໝ້ເອັນ ແມ່ນແຕ່ກະດູກທັງຫຼາຍກໍເປັນຄວນກຸ້ມ ແຕ່ອະວັຍຍະວະທີ່ສັຕນັ້ນຍົກຂຶ້ນແລ້ວ ຈະກັບຄືນຮູບເດີມທັນທີ ສັຕນັ້ນຈະອອກທາງປະຕູນັ້ນໄດ້ ແຕ່ວ່າມະຫານະຣົກນັ້ນແລ ມີນະຣົກເຕັມດ້ວຍຄູດໃຫຍ່ ປະກອບຢູ່ຮອບດ້ານ ສັຕນັ້ນຈະຕົກລົງໃນນະຣົກຄູດນັ້ນ ແລະໃນນະຣົກຄູດນັ້ນ ມີໝູ່ສັຕປາກດັ່ງເຂັມຄອຍສຽບເຈາະຜິວ ແລ້ວສຽບເຈາະໜັງ ແລ້ວສຽບເຈາະຊີ້ນ ແລ້ວສຽບເຈາະເອັນ ແລ້ວສຽບເຈາະກະດູກ ແລ້ວກິນເຫຍື່ອໃນກະດູກ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດຢູ່ໃນນະຣົົກຄູດນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.
ພິກຂຸທັງຫຼາຍ ! ແລະນະຣົກຄູດນັ້ນ ມີນະຣົກເຕັມໄປດ້ວຍຂີ້ເຖົ່າ (ຂີ້ເຖົ່າຮ້ອນ) ປະກອບຢູ້ຮອບດ້ານ ສັຕນັ້ນຈະຕົກລົງໄປໃນນະຣົກຂີ້ເຖົ່າຮ້ອນນັ້ນ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດ ຢູ່ໃນນະຣົກຂີ້ເຖົ່າຮ້ອນນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.
ເປີດທັມທີ່ຖືກປົກປິດ : ພົບພູມ








