ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ອະສັດທັມທີ່ເຮັດໃຫ້ເກີດໃນນະຣົກຕະຫຼອດກັບ ໒໑

- ບາລີ ຂຸ. ຂຸ. ໒໕/໒໙໖/໒໖໙.

ພິກຂຸທັງຫຼາຍ ! ເທວະທັດ ຜູ້ອັນອະສັດທັມ ໓ ປະການ ຄອບງໍາຢໍ່າຢີຈິຕແລ້ວ ເປັນຜູ້ເກີດໃນອະບາຍ ເກີດໃນນະຣົກ ຕັ້ງຢູ່ຕະຫລອດກັບ ແກ້ໄຂບໍ່ໄດ້

ອະສັດທັມ ໓ ປະການ ເປັນແນວໃດໜໍ ?

(໑) ເທວະທັດຜູ້ອັນຄວາມເປັນຜູ້ມີຄວາມປາຖະໜາຊົ່ວຊ້າຄອບງໍາຢໍ່າຢີຈິຕແລ້ວ...

(໒) ເທວະທັດຜູ້ອັນຄວາມເປັນຜູ້ມີມິຕຊົ່ວຄອບງໍາຢໍ່າຢີຈິຕແລ້ວ...

(໓) ກໍເມື່ອມັກຄະແລະຜົນທີ່ຄວນເຮັດໃຫ້ຍິ່ງມີຢູ່ ເທວະທັດ ເຖິງຄວາມວິນາດເສຍໃນລະຫວ່າງ ເພາະການບັນລຸຄຸນວິເສດມີປະມານເລັກນ້ອຍ

ພິກຂຸທັງຫຼາຍ ! ເທວະທັດ ຜູ້ອັນອະສັດທັມ ໓ ປະການ ຄອບງໍາຢໍ່າຢີຈິຕແລ້ວ ເປັນຜູ້ເກີດໃນອະບາຍ ເກີດໃນນະຣົກ ຕັ້ງຢູ່ຕະຫລອດກັບ ແກ້ໄຂບໍ່ໄດ້.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ອຸປະມາຄວາມທຸກຂ໌ໃນນະຣົກ ໒໒

- ບາລີ ອຸປຣິ. ມ. ໑໔/໓໑໑-໓໑໕/໔໖໘-໔໗໔.

ພິກຂຸທັງຫຼາຍ ! ລັກສະນະເຄື່ອງໝາຍ ເຄື່ອງຊີ້ບອກວ່າເປັນພາລຂອງຄົນພາລນີ້ ມີ ໓ ຢ່າງ.

໓ ຢ່າງ ແນວໃດໜໍ?

ພິກຂຸທັງຫຼາຍ ! ຄົນພາລໃນໂລກນີ້

ມັກຄິດຄວາມຄິດທີ່ຊົ່ວ

ມັກເວົ້າຄໍາເວົ້າທີ່ຊົ່ວ

ມັກເຮັດການເຮັດທີ່ຊົ່ວ

ຖ້າຄົນພາລຈະບໍ່ເປັນຜູ້ຄິດຄວາມຄິດທີ່ຊົ່ວ ເວົ້າຄຳເວົ້າທີ່ຊົ່ວ ແລະເຮັດການເຮັດທີ່ຊົ່ວ ບັນດິຕພວກໃດຈະຍ່ອມຮູ້ຈັກເຂົາໄດ້ວ່າຜູ້ນີ້ເປັນຄົນພາລ ເປັນອະສັຕບຸຣຸດ ເພາະຄົນພາລມັກຄິດຄວາມຄິດທີ່ຊົ່ວ ເວົ້າຄຳເວົ້າທີ່ຊົ່ວ ແລະເຮັດການເຮັດທີ່ຊົ່ວ ສະນັ້ນ ພວກບັນດິຕຈຶ່ງຮູ້ໄດ້ວ່າ ນີ້ເປັນຄົນພາລ ນີ້ເປັນອະສັຕບຸຣຸດ.

ພິກຂຸທັງຫຼາຍ ! ຄົນພາລນັ້ນແລ ຍ່ອມສະເຫວີຍທຸກຂະໂທມະນັດສະ ໓ ຢ່າງ ໃນປັດຈຸບັນ.

ພິກຂຸທັງຫຼາຍ ! ຖ້າຄົນພາລນັ່ງໃນສະພາກໍດີ ແຄມທາງກໍດີ ແຄມທາງສາມແຍກກໍດີ ຊົນໃນບ່ອນນັ້ນໆ ຈະເວົ້າຖ້ອຍຄຳ

ພຸດທະວະຈະນະ - ໝວດທັມ

ທີ່ພໍເໝາະພໍສົມແກ່ເຂົາ ຖ້າຄົນພາລມັກເປັນຜູ້ເຮັດຊີວິດສັຕໃຫ້ດັບມອດ ມັກຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ມັກປະພຶດຜິດໃນກາມ ມັກເວົ້າຕົວະ ມີປົກກະຕິຕັ້ງຢູ່ໃນຄວາມປະມາດເພາະດື່ມນ້ຳເມົາ ຄືສຸຣາແລະເມຣັຍ ໃນເລື່ອງທີ່ຊົນເວົ້າຖ້ອຍຄໍາພໍ ເໝາະພໍສົມແກ່ເຂົານັ້ນແລ ຄົນພາລຈະມີຄວາມຮູ້ສຶກດັ່ງນີ້ວ່າທັມເຫຼົ່ານັ້ນມີຢູ່ໃນເຮົາ ແລະເຮົາກໍປາກົດໃນທັມເຫຼົ່ານັ້ນດ້ວຍ.

ພິກຂຸທັງຫຼາຍ ! ຄົນພາລຍ່ອມສະເຫວີຍທຸກຂະໂທມະນັດສະ ຂໍ້ທີ ໑ ດັ່ງນີ້ ໃນປັດຈຸບັນ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ຄົນພາລເຫັນພະຣາຊາທັງຫຼາຍ ຈັບໂຈຣະຜູ້ປະພຶດຜິດມາແລ້ວ ສັ່ງລົງກັມມະກອນ (ລົງໂທດ) ຕ່າງຊະນິດ ຄື

໑. ຕີດ້ວຍແສ້ແດ່

໒. ຕີດ້ວຍຫວາຍແດ່

໓. ຕີດ້ວຍຄ້ອນກະບອງສັ້ນແດ່

໔. ຕັດມືແດ່

໕. ຕັດຕີນແດ່

໖. ຕັດທັງມືທັງຕີນແດ່

໗. ຕັດຫູແດ່

໘. ຕັດດັງແຕ່

ເປີດທັມທີ່ຖືກປົກປິດ : ພົບພູມ

໙. ຕັດທັງຫູທັງດັງແດ່

໑໐. ລົງກັມມະກອນວິທີ ໝໍ້ຂ້ຽວນ້ຳສົ້ມ ແດ່໑

໑໑. ລົງກັມມະກອນວິທີ ຂອດສັງຂ໌ ແດ່

໑໒. ລົງກັມມະກອນວິທີ ປາກຣາຫູ ແດ່

໑໓. ລົງກັມມະກອນວິທີ ມາໄລໄຟ ແດ່

໑໔. ລົງກັມມະກອນວິທີ ຄົບ(ທວນໄຟ)ມື ແດ່

໑໕. ລົງກັມມະກອນວິທີ ລິ້ວສ່າຍ ແດ່

໑໖. ລົງກັມມະກອນວິທີ ນຸ່ງເປືອກໄມ້ ແດ່

໑໗. ລົງກັມມະກອນວິທີ ຢືນກວາງ ແດ່

໑໘. ລົງກັມມະກອນວິທີ ສຽບເຫຍື່ອເບັດ ແດ່

໑໙. ລົງກັມມະກອນວິທີ ຫຼຽນກະສາບ ແດ່

໒໐. ລົງກັມມະກອນວິທີ ແປງແສບ ແດ່

໒໑. ລົງກັມມະກອນວິທີ ກາງວຽນ

໒໒. ລົງກັມມະກອນວິທີ ຕັ່ງເຟືອງແດ່

໒໓. ຮວດດ້ວຍນໍ້າຮ້ອນໆ ແດ່

໒໔. ໃຫ້ໝາກັດດຶງແດ່

໒໕. ໃຫ້ນອນຫງາຍເທິງຫຼາວຕອນເປັນໆ ແດ່

໒໖. ຕັດຫົວດ້ວຍດາບ ແດ່

໑. ວິທີລົງກັມມະກອນ ອ່ານເພີ່ມຕື່ມໄດ້ທີ່ທ້າຍບົດນີ້.

ພຸດທະວະຈະນະ - ໝວດທັມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ