ພົບພູມ
ໜ້າ/ 140
ໃນຂະນະທີ່ເຫັນນັ້ນ ຄົນພາລຈະມີຄວາມຮູ້ສຶກດັ່ງນີ້ວ່າ ເພາະເຫດແຫ່ງກັມຊົ່ວເຫັນປານໃດແລ ພຣະຣາຊາທັງຫຼາຍຈຶ່ງຈັບໂຈຣຜູ້ປະພຶດຜິດມາແລ້ວ ສັ່ງລົງກັມມະກອນຕ່າງຊະນິດ ຄືຕີດ້ວຍແສ້ແດ່ ... ຕັດຫົວດ້ວຍດາບແດ່ ກໍທັມເຫຼົ່ານັ້ນ ມີຢູ່ໃນເຮົາ ແລະເຮົາກໍປາກົດໃນທັມເຫຼົ່ານັ້ນດ້ວຍ ຖ້າແມ່ນພຣະຣາຊາທັງຫຼາຍຮູ້ຈັກເຮົາ ກໍຈະຈັບເຮົາ ແລ້ວສັ່ງລົງກັມມະກອນຕ່າງຊະນິດ ຄື ຕີດ້ວຍແສ້ແດ່ ... ຕັດຫົວດ້ວຍດາບແດ່.
ພິກຂຸທັງຫຼາຍ ! ຄົນພາລຍ່ອມສະເຫວີຍທຸກຂະໂທມະນັສສະ ຂໍ້ທີ ໒ ແມ່ນດັ່ງນີ້ ໃນປັດຈຸບັນ.
ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ກັມອັນເປັນບາບທີ່ຄົນພາລເຮັດໄວ້ໃນກາລກ່ອນ ຄື ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມປົກຄຸມ ຄອບງໍາຄົນພາລຜູ້ຢູ່ເທິງຕັ່ງ ຫຼື ເທິງຕຽງ ຫຼືນອນເທິງພື້ນດິນ ໃນສະໄໝນັ້ນ ປຽບ ເໝືອນເງົາຍອດພູໃຫຍ່ ຍ່ອມປົກຄຸມຫງໍາແຜ່ນດິນ ໃນສະໄໝເວລາຄ້າຍແລງ ເຊັ່ນໃດ.
ພິກຂຸທັງຫຼາຍ ! ເຊັ່ນນັ້ນເໝືອນກັນແລ ກັມອັນເປັນບາບຄື ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມປົກຄຸມຄອບງໍາຄົນພາລ ຜູູ້ຢູ່ເທິງຕັ່ງ ຫຼືເທິງຕຽງ ຫຼືນອນເທິງພື້ນດິນໃນສະໄໝນັ້ນ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ໃນສະໄໝນັ້ນ ຄົນພາລຈະມີຄວາມຮູ້ສຶກ ດັ່ງນີ້ວ່າ ເຮົາບໍ່ໄດ້ເຮັດຄວາມດີ ບໍ່ໄດ້ເຮັດກຸສົລ ບໍ່ໄດ້ສ້າງເຄື່ອງປ້ອງກັນຄວາມຫວັ່ນກົວໄວ້ ເຮັດແຕ່ຄວາມຊົ່ວ ເຮັດແຕ່ຄວາມຮ້າຍ ເຮັດແຕ່ຄວາມໂຫດ ລະໂລກນີ້ໄປແລ້ວ ຈະໄປສູ່ຄະຕິຂອງຄົນທີ່ບໍ່ໄດ້ເຮັດຄວາມດີ ບໍ່ໄດ້ເຮັດກຸສົລ ບໍ່ໄດ້ສ້າງເຄື່ອງປ້ອງກັນຄວາມຫວັ່ນກົວໄວ້ ເຮັດແຕ່ຄວາມຊົ່ວ ຄວາມຮ້າຍ ຄວາມໂຫດ ເປັນກໍານົດ ຄົນພາລນັ້ນຍ່ອມເສົ້າໂສກ ລະທົມໃຈ ຄໍ່າຄວນ ຕີເອິກຮ້ອງໄຫ້ ເຖິງຄວາມຫຼົງໄຫຼຢູ່.
ພິກຂຸທັງຫຼາຍ ! ຄົນພາລຍ່ອມສະເຫວີຍທຸກຂະໂທມະນັດສະ ຂໍ້ທີ ໓ ແມ່ນດັ່ງນີ້ ໃນປັດຈຸບັນ.
ພິກຂຸທັງຫຼາຍ ! ຄົນພາລນັ້ນ ນັ້ນແລປະພຶດທຸຈະຣິຕທາງກາຍ ທາງວາຈາ ທາງໃຈແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ພິກຂຸທັງຫຼາຍ ! ບຸກຄົນເມື່ອຈະກ່າວໃຫ້ຖືກຕ້ອງ ຈົ່ງກ່າວເຖິງ ນະຣົກນັ້ນ ນັ້ນແຫຼະວ່າ ເປັນສະຖານທີ່ ທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈໂດຍສ່ວນດຽວ.
ພິກຂຸທັງຫຼາຍ ! ພຽງເທົ່ານີ້ ແມ່ນວ່າຈະປຽບອຸປະມາເຖິງຄວາມທຸກຂ໌ໃນນະຣົກ ກໍບໍ່ແມ່ນງ່າຍປານໃດ.
ພຸດທະວະຈະນະ - ໝວດທັມ
ຂ້າແຕ່ພຣະອົງຜູ້ຈະເຣີນ ! ພໍປຽບອຸປະມາໄດ້ຫຼືບໍ່ ?
ພິກຂຸທັງຫຼາຍ ! ພໍປຽບໄດ້
ພິກຂຸທັງຫຼາຍ ! ປຽບເໝືອນພວກຣາຊະບຸຣຸດຈັບໂຈຣ ຜູ້ປະພຶດຜິດມາສະແດງຕໍ່ພຣະຣາຊາວ່າ “ຂ້າແຕ່ພໍ່ພະຍາ ! ຜູ້ນີ້ເປັນໂຈຣ ປະພຶດຜິດຕໍ່ພຣະອົງ ຂໍພຣະອົງຈົ່ງລົງອາຊະຍາທີ່ຊົງພຣະຣາຊະປະສົງແກ່ມັນເຖີ້ນ” ພຣະຣາຊາຊົງສັ່ງການນັ້ນດັ່ງນີ້ ວ່່າ “ທ່ານຜູ້ຈະເຣີນ ! ໄປເຖີ້ນ ພວກທ່ານຈົ່ງເອົາຫອກຮ້ອຍເຫຼັ້ມແທງບຸຣຸດນີ້ໃນເວລາເຊົ້າ” ພວກພຣະຣາຊະບຸຣຸດຈຶ່ງເອົາຫອກຮ້ອຍເຫຼັ້ມແທງບຸຣຸດນັ້ນໃນເວລາເຊົ້າ ຄັນເວລາທ່ຽງ ພຣະຣາຊາຕຣັດຖາມດັ່ງນີ້ວ່າ “ພໍ່ຜູ້ຈະເຣີນ ! ບຸຣຸດນັ້ນເປັນແນວໃດ ?” ພວກຣາຊະບຸຣຸດຂາບທູນວ່າ “ພໍ່ພະຍາ ! ຍັງເປັນຄືເກົ່າ ຂ້ານ້ອຍ !” ພຣະຣາຊາຊົງສັ່ງການນັ້ນດັ່ງນີ້ວ່າ “ທ່ານຜູ້ຈະເຣີນ ! ໄປເຖີ້ນ ພວກທ່ານຈົ່ງເອົາຫອກຮ້ອຍເຫຼັ້ມແທງມັນໃນເວລາທ່ຽງ” ພວກຣາຊະບຸຣຸດຈຶ່ງເອົາຫອກຮ້ອຍເຫຼັ້ມແທງບຸຣຸດນັ້ນໃນເວລາທ່ຽງ ຄັນເວລາແລງ ພຣະຣາຊາຕຣັັດຖາມດັ່ງນີ້ວ່າ “ພໍ່ຜູ້ຈະເຣີນ ! ບຸຣຸດນັ້ນເປັນແນວໃດ ?” ພວກຣາຊະ ບຸຣຸດຂາບທູນວ່າ “ພໍ່ພະຍາ ! ຍັງເປັນຄືເກົ່າ ຂ້ານ້ອຍ !” ພຣະຣາຊາຊົງສັ່ງການນັ້ນດັ່ງນີ້ວ່າ “ທ່ານຜູ້ຈະເຣີນ ! ໄປເຖີ້ນ ພວກ ທ່ານຈົ່ງເອົາຫອກຮ້ອຍເຫຼັ້ມແທງມັນໃນເວລາແລງ” ພວກຣາຊະ ບຸຣຸດຈຶ່ງເອົາຫອກຮ້ອຍເຫຼັ້ມແທງບຸຣຸດນັ້ນໃນເວລາແລງ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ພວກເຈົ້າຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດໜໍ ? ບຸຣຸດນັ້ນ ຖືກແທງດ້ວຍຫອກສາມຮ້ອຍເຫຼັ້ມຍ່ອມສະເຫວີຍທຸກຂະໂທມະນັດສະ ເພາະການທີ່ຖືກແທງນັ້ນເປັນເຫດແດ່ບໍ່ໜໍ ?








