ພົບພູມ
ໜ້າ/ 140
ຍ່ອມເປັນຜູ້ບໍ່ຫວາດຫວັ່ນຕໍ່ຂ້າເສິກທັງພາຍໃນແລະພາຍນອກ ຄືຣາຄະ ໂທສະ ໂມຫະກໍຕາມ ສະມະນະພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ທີ່ເປັນສັດຕູ.
(ຂ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ ... ໄດ້ເປັນຜູ້ນໍາສຸຂມາໃຫ້ແກ່ມະຫາຊົນ ເປັນຜູ້ບັນເທົາໄພຄືຄວາມແຕກຕື່ນຢ້ານ ຈັດການຄຸ້ມຄອງຮັກສາໂດຍທັມ ໄດ້ຖວາຍທານມີເຄື່ອງບໍລິວານ ເພາະໄດ້ສ້າງ... ກັມນັ້ນໆໄວ້... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ພາຍໃຕ້ຝ່າບາທາມີຈັກທັງຫຼາຍເກີດຂຶ້ນ ມີດິ້ວຕັ້ງພັນ ພ້ອມດ້ວຍກົງແລະດຸມ ບໍລິບູນດ້ວຍອາການທັງປວງ ມີໄລຍະອັນຈັດໄວ້ດ້ວຍດີ... (ລັກສະນະທີ ໒) ຍ່ອມເປັນຜູ້ມີບໍລິວານຫຼາຍ ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸດ ອະສູນ ນາຄະ ຄົນທັນ ຍ່ອມເປັນບໍລິວານຂອງຕະຖາຄົຕ.
(ຄ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ ... ໄດ້ເປັນຜູ້ເວັ້ນຈາກປານາຕິບາຕ ວາງແລ້ວຊຶ່ງສາດຕຣາແລະອາຊະຍາ ມີຄວາມລະອາຍອິດູ ກາຣຸນາ ເກື້ອກູນແກ່ສັຕທີ່ມີຊີວິຕທັງປວງ ເພາະ ... ກັມນັ້ນໆ ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໓ ຂໍ້ນີ້ຄື ມີສົ້ນບາທາຍາວ ມີຂໍ້ນິ້ວຍາວ ມີກາຍຕົງດຸດດັ່ງກາຍພຣົມ ... (ລັກສະນະ ທີ ໓, ໔, ໑໕)
ພຸດທະວະຈະນະ - ໝວດທັມ
ຍ່ອມເປັນຜູ້ມີຊົນມາຍຸຍືນຍາວຕະຫຼອດກາລະນານ ສະມະນະຫຼືພຣາມ ເທວະດາ ມາຣ ພຣົມ ກໍຕາມ ຫຼືໃຜໆທີ່ເປັນສັດຕູ ບໍ່ສາມາດປົງຊີວິຕຕະຖາຄົຕເສຍ ໃນລະຫວ່າງໄດ້.
(ງ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ ... ໄດ້ເປັນຜູ້ໃຫ້ທານຂອງຄວນຄ້ຽວ ຄວນບໍລິໂພກ ຄວນຊີມລອງ ຄວນຈິບ ຄວນດື່ມ ມີຣົສອັນປານີດ ເພາະ ... ກັມນັ້ນໆ ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີກ້າມຊີ້ນນູນເຕັມໃນທີ່ ໗ ແຫ່ງ ຄື ທີ່ມືທັງສອງ ທີ່ບາທາທັງສອງ ທີ່ບ່າທັງສອງ ແລະທີ່ຄໍ (ລັກສະນະທີ ໑໖) ຍ່ອມໄດ້ຂອງຄວນຄ້ຽວ ຄວນບໍລິໂພກ ຄວນຊີມລອງ ຄວນຈິບ ຄວນດື່ມ ອັນມີຣົສປານີດ.
(ຈ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ ... ໄດ້ສົງເຄາະຜູ້ອື່ນດ້ວຍສັງຄະຫະວັດຖຸທັງສີ່ ຄື ການໃຫ້ສິ່ງຂອງ ວາຈາທີ່ອ່ອນຫວານ ການປະພຶດປະໂຫຍດຜູ້ອື່ນ ແລະຄວາມມີຕົນສະເໝີກັນ ເພາະ...ກັມນັ້ນໆ... ຄັນມາສູ່ຄວາມ ເປັນມະນຸດເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ ຄື ມີມືບາທາອັນອ່ອນນຸ້ມ, ມີລາຍຝ່າມື ຝ່າບາທາດຸດດັ່ງເສັ້ນຕາຂ່າຍ ... (ລັກສະນະ ທີ ໕, ໖) ຍ່ອມເປັນຜູ້ສົງເຄາະບໍຣິສັດ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸດ ອະສູນ ນາຄະ ຄົນທັນ ຍ່ອມໄດ້ຮັບຄວາມສົງເຄາະຈາກຕະຖາຄົຕ.
ເປີດທັມທີ່ຖືກປົກປິດ : ພົບພູມ
(ສ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ ... ໄດ້ເປັນຜູ້ກ່າວວາຈາປະກອບດ້ວຍອັດຖະດ້ວຍທັມມະ ແນະນໍາຊົນສ່ວນຫຼາຍ ເປັນຜູ້ນໍາປະໂຫຍດສຸຂມາໃຫ້ແກ່ຊົນທັງຫຼາຍ ຕົນເອງເປັນຜູ້ບູຊາທັມ... ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີຂໍ້ບາທາຢູ່ສູງ ມີປາຍຂົນຊອນຕັ້ງຂຶ້ນ... (ລັກສະນະທີ ໗, ໑໔) ຍ່ອມເປັນຜູ້ເລີດ ປະເສີດ ຍອດຢ້ຽມສູງກວ່າສັຕທັງຫຼາຍ.
(ຊ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ ... ໄດ້ເປັນຜູ້ບອກສິລະປະວິທະຍາ ຂໍ້ປະພຶດແລະລັດທິກັມດ້ວຍຄວາມເຄົາຣົບ ດ້ວຍຫວັງວ່າສັຕເຫຼົ່ານັ້ນຈົ່ງຮູ້ໄດ້ວ່ອງໄວ ຈົ່ງປະຕິບັດໄດ້ວ່ອງໄວ ບໍ່ຄວນເສົ້າໝອງຊົ່ວສິ້ນກາລະນານ. ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄື ມີແຂ່ງດັ່ງແຂ່ງກວາງປ່າ (ລັກສະນະທີ ໘) ຍ່ອມໄດ້ວັດຖຸອັນຄວນແກ່ສະມະນະ ເປັນ ອົງແຫ່ງສະມະນະ ເປັນເຄື່ອງອຸປະໂພກແກ່ສະມະນະໂດຍໄວ.








