ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

(ຍ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ເຂົ້າໄປຫາສະມະນະພຣາມແລ້ວສອບຖາມວ່າ “ທ່ານຜູ້ຈະເຣີນ ! ອັນໃດເປັນກຸສົລ ອັນໃດເປັນອະກຸສົລ ອັນໃດມີໂທດ ອັນໃດບໍ່ມີໂທດ ອັນໃດຄວນເສບ ອັນໃດບໍ່ຄວນເສບ ເຮັດຈັ່ງໃດບໍ່ມີປະໂຫຍດ ເປັນທຸກຂ໌ໄປດົນ

ພຸດທະວະຈະນະ - ໝວດທັມ

ເຮັດຈັ່ງໃດມີປະໂຫຍດ ເປັນສຸຂໄປດົນ” ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ຂໍ້ນີ້ຄື ມີຜິວພັນລະອຽດອ່ອນ ທຸລີບໍ່ຕິດຢູ່ໄດ້... (ລັກສະນະທີ ໑໒) ຍ່ອມເປັນຜູ້ມີປັນຍາໃຫຍ່ ມີປັນຍາໜາແໜ້ນ ມີປັນຍາເຄື່ອງພູມໃຈ ປັນຍາແລ່ນ ປັນຍາແຫຼມ ປັນຍາແທງຕະຫຼອດ ບໍ່ມີສັຕອື່ນເທົ່າທຽມ ຫຼືຍິ່ງໄປກວ່າ.

(ດ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ບໍ່ມັກໂກດ ບໍ່ອັ່ງໄປດ້ວຍຄວາມແຄ້ນ ແມ່ນວ່າຊົນສ່ວນຫຼາຍດ່າວ່າໃຫ້ ກໍບໍ່ເອົາໃຈໃສ່ ບໍ່ໂກດ ບໍ່ພະຍາບາດ ບໍ່ຄຽດແຄ້ນ ບໍ່ສະແດງຄວາມໂກດ ຄວາມໂຫດຮ້າຍ ຄວາມເສຍໃຈ ໃຫ້ປາກົດ ທັງເປັນຜູ້ໃຫ້ທານຜ້າເປືອກໄມ້ ຜ້າດ້າຍ ຜ້າໄໝ ຜ້າຂົນສັຕ ສໍາລັບປູແລະນຸ່ງຫົ່ມ ອັນມີແພເນື້ອລະອຽດອ່ອນ ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີກາຍດຸດດັ່ງທອງຄໍາ ມີຜິວດຸດດັ່ງຄຳ... (ລັກສະນະທີ ໑໑) ຍ່ອມເປັນຜູ້ໄດ້ຜ້າເປືອກໄມ້ ຜ້າດ້າຍ ຜ້າໄໝ ຜ້າຂົນສັຕສໍາລັບປູແລະນຸ່ງຫົ່ມອັນມີແພເນື້ອລະອຽດອ່ອນ.

(ຕ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ສະໝານຍາດມິຕ ສ່ຽວກອງໝູ່ເຫີຍ ຜູ້ເຫີນຫ່າງ ແຍກກັນໄປດົນ ໄດ້ສະໝານໄມຕຣີມານດາກັບບຸຕ ບຸຕກັບມານດາ ບິດາກັບບຸຕ ບຸຕກັບບິດາ ອ້າຍນ້ອງຊາຍກັບເອື້ອຍນ້ອງຍິງ

ເປີດທັມທີ່ຖືກປົກປິດ : ພົບພູມ

ເອື້ອຍນ້ອງຍິງກັບອ້າຍນ້ອງຊາຍ ຄັນສ້າງຄວາມສາມັກຄີແລ້ວ ພອຍຊື່ນຊົມຍິນດີດ້ວຍ ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນ ມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີຄຸຍຫະຖານ (ອະໄວຍະວະທີ່ລັບ) ຊຸກເຊື່ອງຢູ່ໃນຝັກ... (ລັກສະນະທີ ໑໐) ຍ່ອມເປັນຜູ້ມີບຸຕ (ສາວົກ) ມາກລົ້ນ ມີບຸຕກ້າຫານ ມີແວວແຫ່ງຄວາມກ້າ ອັນເສນາແຫ່ງບຸກຄົນອື່ນຈະຢໍ່າຢີບໍ່ໄດ້ ຫຼາຍພັນຄົນ.

(ຖ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ສັງເກດຊັ້ນເຊີງຂອງມະຫາຊົນ ຮູ້ໄດ້ສະໝໍ່າສະເໝີ ຮູ້ໄດ້ເອງ ຮູ້ຈັກບຸຣຸດທໍາມະດາ ແລະບຸຣຸດພິເສດ ວ່າຜູ້ນີ້ຄວນແກ່ສິ່ງນີ້ໆ ໄດ້ເປັນຜູ້ສ້າງປະໂຫຍດໃນຊົນຊັ້ນນັ້ນໆ ເພາະ ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີຊົງຮ່າງດຸດດັ່ງຕົ້ນໄຊ ຢືນກົງບໍ່ຫຍໍ້ກາຍ ລູບເຖິງເຂົ່າໄດ້ດ້ວຍມືທັງສອງ... (ສັກສະນະທີ ໑໙, ໙) ຍ່ອມຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ຊັບຂອງຕະຖາຄົຕເຫຼົ່ານີ້ຄື ຊັບຄືສັດທາ ຊັບຄືສີລ ຊັບຄືຫິຣິ ຊັບຄືໂອຕຕັບປະ ຊັບຄືການສຶກສາ (ສຸຕະ) ຊັບຄືຈາຄະ ຊັບຄືປັນຍາ.

(ທ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ໄຝ່ຕໍ່ປະໂຫຍດ ໄຝ່ຕໍ່ຄວາມເກື້ອກູນ ໄຝ່ຕໍ່ຄວາມ ຜາສຸກ ໄຝ່ຕໍ່ຄວາມກະເສມຈາກໂຢຄະ ແກ່ຊົນສ່ວນຫຼາຍວ່າ

ພຸດທະວະຈະນະ - ໝວດທັມ

‘ຈັ່ງໃດຊົນເຫຼົ່ານີ້ຈົ່ງເປັນຜູ້ຈະເຣີນດ້ວຍສັດທາ ດ້ວຍສີລ ດ້ວຍການສຶກສາ ດ້ວຍຄວາມຮູ້ ດ້ວຍການເພື່ອແຜ່ ດ້ວຍທັມ ດ້ວຍປັນຍາ ດ້ວຍຊັບແລະເຂົ້າເປືອກ ດ້ວຍນາແລະສວນ ດ້ວຍສັຕສອງຂາແລະສີ່ຂາ ດ້ວຍບຸຕພັນຣະຍາ ດ້ວຍທາສາກັມມະກອນແລະບຸຣຸດ ດ້ວຍຍາດມິຕ ແລະໝູ່ເພື່ອນ’ ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໓ ຂໍ້ນີ້ ຄືມີເກິ່ງກາຍເບື້ອງໜ້າ ດຸດດັ່ງຣາຊະສີ ມີຫຼັງເຕັມ ມີຄໍກົມ... (ລັກສະນະທີ ໑໗, ໑໘, ໒໐) ຍ່ອມເປັນຜູ້ບໍ່ເສື່ອມເປັນທໍາມະດາ ຄືບໍ່ເສື່ອມຈາກສັດທາ ສີລ ສຸຕະ ຈາຄະ ປັນຍາ ບໍ່ເສື່ອມຈາກສົມບັດທັງປວງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ